• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຈິ່ນ​ວັນ​ຖຸ່ຍ - ຜູ້ກ​ຳ​ກັບ​ການ​ສະ​ແດງ ຂອງ ຫວຽດ​ນາມ ໄດ້​ຮັບ​ລາງວັນ​ໃຫຍ່ - ລາງວັນ ບຸ່ຍ​ຊວັນ​ຟ໊າຍ

ລາງວັນໃຫຍ່ - ເພື່ອຄວາມຮັກຮ່າໂນ້ຍ, ເຊິ່ງເປັນລາຍການແຂ່ງຂັນສຳຄັນທີ່ສຸດ ໄດ້ມອບໃຫ້ແກ່ຜູ້ກຳກັບການສະແດງ ເຈິ່ນວັນຖຸ່ຍ, ຍ້ອນມີການປະກອບສ່ວນຜົນງານທີ່ອຳມະຕະຫຼາຍຢ່າງໃຫ້ແກ່ ຮ່າໂນ້ຍ.

ລາງວັນໃຫຍ່ - ເພື່ອຄວາມຮັກຮ່າໂນ້ຍ, ເຊິ່ງເປັນລາຍການແຂ່ງຂັນສຳຄັນທີ່ສຸດ ໄດ້ມອບໃຫ້ແກ່ຜູ້ກຳກັບການສະແດງ ເຈິ່ນວັນຖຸ່ຍ, ຍ້ອນມີການປະກອບສ່ວນຜົນງານທີ່ອຳມະຕະຫຼາຍຢ່າງໃຫ້ແກ່ ຮ່າໂນ້ຍ.

    

ພິທີມອບລາງວັນ (ພາບ: hanoimoi.com.vn)

ຕອນບ່າຍວັນທີ 6 ຕຸລາ, ຢູ່ຮ່າໂນ້ຍ, ຄະນະຈັດຕັ້ງແຂ່ງຂັນຊິງລາງວັນ ບຸ່ຍຊວັນຟາຍ - ເພື່ອຄວາມຮັກຮ່າໂນ້ຍ ຂອງໜັງສືພິມ ກິລາ ແລະ ວັດທະນະທຳ (ສັງກັດສຳນັກຂ່າວສານ ຫວຽດນາມ) ໄດ້ປະກາດໝາກຜົນ ແລະ ມອບລາງວັນຄັ້ງທີ  15, ປີ 2022 ຢ່າງເປັນທາງການ. ລາງວັນ ບຸ່ຍຊວັນຟາຍ - ເພື່ອຄວາມຮັກຮ່າໂນ້ຍ ໄດ້ສ້າງຕັ້ງຂຶ້ນແຕ່ປີ 2008 ເພື່ອແນໃສ່ຍ້ອງຍໍຊົມເຊີຍນັກຊຽນ, ຜົນງານ, ແນວຄວາມຄິດ, ວຽກງານທີ່ມີຄຸນຄ່າທາງດ້ານວິທະຍາສາດ, ສິລະປະສູງ ແລະ ເຕັມໄປດ້ວຍຄວາມຮັກຮ່າໂນ້ຍ.

        15 ປີຜ່ານມາ, ລາງວັນດັ່ງກ່າວ ບໍ່ພຽງແຕ່ແມ່ນອາຫານທາງດ້ານຈິດໃຈທີ່ໃຫຍ່ຫຼວງສຳລັບ ຮ່າໂນ້ຍ ເທົ່ານັ້ນ, ຫາກຍັງແມ່ນວິທີເຮັດທີ່ແທດຈິງ, ມີຫົວຄິດປະດິດສ້າງຂອງນັກຂ່າວດ້ານ ກິລາ ແລະ ວັດທະນະທຳ ໃນວຽກງານກໍ່ສ້າງ, ຊົມເຊີຍບັນດາແບບຢ່າງທີ່ດີເດັ່ນ, ແຜ່ຂະຫຍາຍແຫຼ່ງພະລັງທີ່ຕັ້ງໜ້າໃນສັງຄົມ, ນຳໃຊ້ກຳລັງແຮງທີ່ນີ້ມນວນທາງດ້ານວັດທະນະທຳ ເພື່ອເຮັດໃຫ້ຊີວິດນັບມື້ນັບສວຍງາມກວ່າເກົ່າ. ລາງວັນໃຫຍ່ - ເພື່ອຄວາມຮັກຮ່າໂນ້ຍ, ເຊິ່ງເປັນລາຍການແຂ່ງຂັນສຳຄັນທີ່ສຸດ ໄດ້ມອບໃຫ້ແກ່ຜູ້ກຳກັບການສະແດງ ເຈິ່ນວັນຖຸ່ຍ, ຍ້ອນມີການປະກອບສ່ວນຜົນງານທີ່ອຳມະຕະຫຼາຍຢ່າງໃຫ້ແກ່ ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ນາມ​ເຢືອງ ຍື່ນ​​ສານ​ຕາ​ຕັ້ງ​ມາ​ຍັງ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັດ​ສະ​ຕິນ

ວັນທີ 17 ກຸມພາ, ທ່ານ ຫງວຽນນາມເຢືອງ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມແຫ່ງ ສສ. ຫວຽດນາມ ປະຈຳ ສ. ອາຣັບ ອີຢິບ ແລະ ລັດ ປາແລັດສະຕິນ ໄດ້ຍື່ນສານຕາຕັ້ງຂອງທ່ານ ເລືອງເກື່ອງ ປະທານປະເທດ ຫວຽດນາມ ມາຍັງທ່ານປະທານາທິບໍດີ ປາແລັດສະຕິນ Mahmoud Abbas, ກາຍເປັນເອກອັກຄະລັດຖະທູດຜູ້ມີອຳນາດເຕັມບໍ່ປະຈຳຂອງ ຫວຽດນາມ ຢູ່ ລັດ ປາແລັດສະຕິນ ຢ່າງເປັນທາງການ.

Top