• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂົ້າຮ່ວມARF26: ທ່ານຮອງນາຍົກລັດຖະມົນຕີຟ້າມບີງມີງສະເຫນີ ຖືກົດໝາຍສາກົນເປັນສຳຄັນ

ກ່າວຄຳເຫັນທີ່ເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 26 (ARF – 26) ໄຂຂຶ້ນໃນວັນທີ 2 ສິງຫາ, ຢູ່ ໄທ, ທ່ານ ຟ້າມບີງມີງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຕີລາຄາສູງ ບົດບາດ ແລະ ຄຸນຄ່າຂອງ ARF ໃນການເພີ່ມທະວີການເຈລະຈາ ແລະ ການຮ່ວມມື ກ່ຽວກັບບັນຫາການເມືອງ - ຄວາມໝັ້ນຄົງ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ ກໍ່ຄື ຊຸກຍູ້ການຮ່ວມມືເພື່ອຮັບມືກັບບັນດາສິ່ງທ້າທາຍລວມຢູ່ພາກພື້ນ. 


 ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ

ພາບ:vietnam+


ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ ສ້າງວິໄສທັດພັດທະນາໃຫມ່ ໃຫ້ແກ່ ARF ໄປຄຽງຄູ່ກັບການດັດປັບວິທີການເຄື່ອນໄຫວຂອງເວທີປາໄສ, ຖືນີ້ແມ່ນບັນດາໝາກຜົນສຳຄັນຄວນບັນລຸໄດ້ໃນປີ 2020.

ເມື່ອແບ່ງປັນຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ ແລະ ຖືກົດໝາຍຂອງພາກພື້ນ ແລະ ໃນໂລກເປັນສຳຄັນ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຊົມເຊີຍບັນດາຄວາມຄືບຫນ້າຢູ່ແຫລມເກົາຫລີ ໃນໄລຍະຜ່ານມາ ແລະ ປາດຖະຫນາວ່າ ບັນດາຝ່າຍກ່ຽວຂ້ອງຄວນຮັກສາທ່າບັນລຸຄວາມຄືບຫນ້າ, ສືບຕໍ່ການເຈລະຈາເພື່ອແກ້ໄຂຄວາມແຕກຕ່າງກັນ.

ກ່ຽວກັບສະພາບການຢູ່ທະເລຕາເວັນອອກ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ຖືວ່າ: ຍັງມີບັນດາຄວາມວິຕົກກັງວົນເລິກເຊິ່ງກ່ຽວກັບການຜັນແປຢູ່ພື້ນທີ່ຕົວຈິງ, ທ່ານຮອງນາຍົກລັດຖະມົນຕີ ຟ້າມບີງມີງ ສະເຫນີ ບັນດາປະເທດຖືກົດໝາຍສາກົນເປັນສຳຄັນ, ໃນນັ້ນ ມີສິດ ແລະ ຜົນປະໂຫຍດຂອງບັນດາປະເທດແຄມທະເລ ຕາມ UNCLOS 1982 ປະຕິບັດ DOC ຢ່າງຄົບຖ້ວນ ແລະ ມີປະສິດທິຜົນ ແລະຮັກສາສະພາບແວດລ້ອມໃຫ້ສະດວກ ເພື່ອຫນູນຊ່ວຍໃຫ້ວິວັດການເຈລະຈາ ເພື່ອແນໃສ່ບັນລຸໄດ້ປະມວນຂໍ້ກຳນົດການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກຢ່າງມີປະສິດທິຜົນ ແລະ ມີຄຸນນະພາບ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ຄົ້ນ​ຄ້​ວາ ແລະ ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ: ສະ​ພາ​ທິດ​ສະ​ດີ​ສູນ​ກາງ​ສືບ​ຕໍ່​ຢັ້ງ​ຢືນ​ບົດ​ບາດຫຼັກ​ແຫຼ່ງ​ໃນ​ການ​ຄົ້ນ​ຄ້​ວາ ແລະ ໃຫ້​ຄຳ​ປຶກ​ສາ​ຍຸດ​ທະ​ສາດ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ​ປະ​ທານ​ປະ​ເທດ ຮຽກ​ຮ້ອງສະ​ພາ​ແຫ່ງ​ຊາດ​ປະ​ຕິ​ບັດ ​ສອງບັ້ນ​ການ​ສະຫຼຸບ​ໃຫຍ່ ເປັນ​ຢ່າງ​ດີ, ປະ​ກອບ​ສ່ວນ​​ສ້າງ​ບາດ​ກ້າວ​ພັດ​ທະ​ນາ​ໃໝ່​ກ່ຽວ​ກັບ​ທິດ​ສະ​ດີ ແລະ ວິ​ໄສ​ທັດ ກ​ານ​ນຳ​ພາ​ຂອງ​ພັກ.

Top