• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ສະຖານທີ່ທ່ອງທ່ຽວທີ່ງົດງາມ ໃນແຂວງ ລາຍເຈົາ

ເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ຂຶ້ນກັບຕາແສງ ເຊີນບິ່ງ ເມືອງ ຕາເດື່ອງ ແຂວງ ລາຍເຈົາ. ຢູ່ແຫ່ງນີ້ແມ່ນໜຶ່ງໃນບັນດາສະຖານທີ່ທ່ອງທ່ຽວທີ່ສວຍງາມຢູ່ແຂວງ ລາຍເຈົາ
  ກິ່ວ ໂອກຸຍໂຮ່  

ກົ໋ງເຈີ່ຍ ໂອກຸຍໂຮ່ ຖືກອຸປະມາດັ່ງສະຖານທີ່ເຊິ່ງດິນຟ້າປະສານເຂົ້າກັນ. ດ້ວຍຄວາມສູງ 2.000 ແມັດ ເມື່ອທຽບໃສ່ໜ້ານ້ຳທະເລ, ຢືນຢູ່ ກົ໋ງເຈີ່ຍ ໂອກຸຍໂຮ່ ແຂກທ່ອງທ່ຽວຈະເຫັນຄວາມກວ້າງໃຫຍ່ໄພສານຂອງດິນຟ້າ ຢູ່ເຂດເຕິຍບັກ ໝາຍເຖິງເຂດທາງທິດຕາເວັນຕົກພາກເໜືອ, ດ້ວຍພູຜາປ່າໄມ້ສະຫຼັບສັບຊ້ອນ, ນ້ຳໝອກກົ້ວປົກຄຸມໄປທົ່ວທາງລຸ່ມແມ່ນບັນດາເນື້ອທີ່ປ່າ,ນາຂັ້ນໄດ ຍາວຢຽດຂຽວອຸ່ມທຸ່ມ. ເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ຖືກກໍ່ສ້າງຢູ່ຈອມພູ ໂອກຸຍໂຮ່  ດ້ວຍເນື້ອທີ່ປະມານ 52 ເຮັກຕາ.  ຢູ່ແຫ່ງນີ້ມີ ໂຮງແຮມ ເຮເວິນແກັຮ ໂຮແທວ ບັນລຸມາດຕະຖານສີ່ດາວ, ເຂດເຮືອນ ປູກາໂລ ສວຍງາມທີ່ສຸດ ປະກອບດ້ວຍຫ້ອງນອນຫຼູຫຼາ ແລະ ມີເຄື່ອງໃຊ້ ຄົບຊຸດທຸກຊະນິດ ອັນໄດ້ນຳຄວາມອົບອຸ່ນມາສູ່ແຂກທ່ອງທ່ຽວ. ອ້າຍ ຫງວຽນງອກເຊີນ ຜູ້ຄຸ້ມຄອງເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ໃຫ້ຮູ້ວ່າ:

 “ເຂດທ່ອງທ່ຽວແຫ່ງນີ້ ລວມມີເຂດຕາກອາກາດ, ພັດຕະຄານ ແລະ ເຂດຢ້ຽມຊົມທັດສະນະສຶກສາ. ເຂດທ່ອງທ່ຽວພວກຂ້າພະເຈົ້າມີສອງຈຸດທີ່ເປັນເອກະລັກສະເພາະທີ່ສຸດ ນັ້ນແມ່ນມາຢ້ຽມຊົມ ທັດສະນະສຶກສາຢູ່ ກົ໋ງເຈີ່ຍ ແລະ ວັດໜຶ່ງທີ່ນ້ອຍໆ. ພວກຂ້າພະເຈົ້າພວມກໍ່ສ້າງ ໂຮມສະເຕ ເຮັດດ້ວຍໄມ້ ອາດຈະເປີດປະຕູມຸ່ງສາຍຕາສູ່ຮ່ອມພູຢູ່ທາງລຸ່ມ. ເມື່ອຢືນຢູ່ ວັດໂອກຸຍໂຮ່ ແຂກທ່ອງທ່ຽວສາມາດສັງເກດເຫັນທັດຊະນີຍະພາບ ທັງໝົດຢູ່ອ້ອມແອ້ມກິ່ວ ໂອກຸຍໂຮ່, ຖ້າຫາກມຸ່ງສາຍຕາສູ່ເບື້ອງຊ້າຍກໍ່ອາດຈະເຫັນຈອມພູ ຟານຊີບັງ ເຊິ່ງແມ່ນຍອດພູສູງທີ່ສຸດຢູ່ ຫວຽດນາມ. ໃນຊ່ວງເວລາຈຸດສູງທີ່ສຸດ ຂອງເຂດທ່ອງທ່ຽວນັບແຕ່ເດືອນ ເມສາ ຫາ ເດືອນ ສິງຫາ ກໍ່ມີຈຳນວນແຂກທ່ອງທ່ຽວສະເລ່ຍປະມານ  500 ເທື່ອຄົນຕໍ່ວັນ; ແຂກທ່ອງທ່ຽວມາຫຼາຍທີ່ສຸດ ແມ່ນໃນຊຸມວັນທ້າຍອາທິດ ຫຼື ໃນວັນບຸນກໍ່ສາມາດຂຶ້ນເຖິງ 1.000 ເທື່ອຄົນ. ອັດຕາສ່ວນແຂກທ່ອງທ່ຽວຕ່າງປະເທດ ກວມເອົາແຕ່ 20 – 25% ເຊິ່ງຕົ້ນຕໍແມ່ນແຂກທ່ອງທ່ຽວມາຈາກ ຝຣັ່ງ”.

 ມາຮອດເຂດທ່ອງທ່ຽວ ກົ໋ງເຈີ່ຍ ໂອກຸຍໂຮ່ ແຂກທ່ອງທ່ຽວຈະໄດ້ຄົ້ນຫາກິ່ວໂອກຸຍໂຮ່ ເຊິ່ງແມ່ນກິ່ວຍາວ ແລະ ທຸລະກັນດານ ແລະ ໃຫຍ່ໂຕມະໂຫຖານທີ່ສຸດຢູ່ເຂດເຕິຍບັກ.  ອ້າຍ ຫງວຽນບ໊ານາມ ແຂກທ່ອງທ່ຽວມາຈາກ ຮ່າໂນ້ຍ ໃຫ້ຮູ້ວ່າ:

“ຂ້າພະເຈົ້າໄດ້ມາ ໂອກຸຍໂຮ່ ເປັນເທື່ອທຳອິດ. ຂ້າພະເຈົ້າຫາກໍ່ໄປຢ້ຽມຊົມຂົວແກ້ວ ຣົ່ງເມິຍ,ແລ້ວກໍ່ແວ່ຢາມ ໂອກຸຍໂຮ່. ທິວທັດທຳມະຊາດຢູ່ທີ່ນີ້ ໃຫຍ່ໂຕມະໂຫຖານ ແລະ ເປັນໜ້າຈັບໃຈ”.

ຜ່ານ ກົ໋ງເຈີ່ຍ, ແຂກທ່ອງທ່ຽວກໍ່ຈະຮອດສະໜາມທຽນດິ່ງ ດ້ວຍເສັ້ນທາງຖືກປູກະໂລ່ຫີນ ທັງສອງຟາກຖືກປູດ້ວຍຫີນຂາວ.  ຢູ່ເຄິ່ງກາງມີສັນຍາລັກຂອງສູນກາງແດນສະຫວັນ ຖືກປູດ້ວຍຫີນຂາວມີສອງຮູບວົງມົນ,ຢູ່ເຄິ່ງກາງແມ່ນ 5 ໂງ່ນຫີນທີ່ມີ 5 ສີແຕກຕ່າງກັນ. ສຳລັບວັດ ໂອກຸຍໂຮ່ ໄດ້ເລີ່ມລົງມືກໍ່ສ້າງມາແຕ່ປີ 2017 ແລະ ເປີດສະຫຼອງໃນປີ 2019. ພະພຸດທະຮູບທັງໝົດໃນວັດເຮັດດ້ວຍຫີນແກ້ວ. ເມື່ອຜ່ານເດີ່ນ ທຽນດິ່ງ ຍ່າງເລິກເຂົ້າທາງໃນ ແຂກທ່ອງທ່ຽວຈະໄດ້ຄົ້ນຫາທິວທັດແດນສະຫວັນ. ນາງ ຫງວຽນທິຮຽນ ແຂກທ່ອງທ່ຽວ ມາຈາກ ຮ່າໂນ້ຍ ເປີດເຜີຍວ່າ:

“ນີ້ເປັນເທື່ອທຳອິດ ທີ່ຂ້າພະເຈົ້າໄດ້ມາຢ້ຽມຊົມຢູ່ ໂອກຸຍໂຮ່. ທິວທັດທຳມະຊາດຢູ່ແຫ່ງນີ້ແມ່ນງົດງາມທີ່ສຸດພ້ອມກັບດິນຟ້າອາກາດກໍ່ເຢັນສະບາຍ. ຂ້າພະເຈົ້າຫວັງວ່າປີໃດ ກໍ່ຈະມີໂອກາດມາທ່ຽວຢູ່ແຫ່ງນີ້.”

ນ້ຳຕົກຕາດ ເກົ່າເມິຍ ແລະ ກົ໋ງເຈີ່ຍ ຂຶ້ນກັບເຂດກິ່ວ ໂອກຸຍໂຮ່ ໄດ້ຮັບການຢັ້ງຢືນຈາກກະຊວງວັດທະນະທຳ ກິລາ ແລະ ທ່ອງທ່ຽວ ຫວຽດນາມ ວ່າແມ່ນປູຊະນີຍະສະຖານລະດັບຊາດ ປີ 2015. ໃນເວລາທີ່ຈະມາເຖິງນີ້ເຂດທ່ອງທ່ຽວນີ້ ສືບຕໍ່ໄດ້ຮັບການລົງທຶນເປີດກວ້າງ ກໍ່ສ້າງເຂດຣີສອດ, ສະລອຍນ້ຳ, ມີລະບົບລົດໄຟຟ້າ ເພື່ອສົ່ງແຂກທ່ອງທ່ຽວໄປຢ້ຽມຊົມຢູ່ເຂດນ້ຳຕົກຕາດ ຕຽນ ແລະ ຫ້ວຍຕຽນ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top