ດ້ວຍຫົວຂໍ້ “ສັນຕິພາບ - ມິດຕະພາບ - ຮ່ວມມືພ້ອມກັນພັດທະນາ”, ງານວາງສະແດງການປ້ອງກັນຊາດສາກົນ ຫວຽດນາມ 2026 ຈະດຳເນີນແຕ່ວັນທີ 10 – 13 ທັນວາ, ຢູ່ສະໜາມບິນຢາເລິມ ຮ່າໂນ້ຍ. ນີ້ແມ່ນຄັ້ງທີ 3 ກະຊວງປ້ອງກັນປະເທດ ຫວຽດນາມ ຈັດງານວາງສະແດງ, ພາຍຫຼັງຈັດຕັ້ງສຳເລັດເມື່ອປີ 2020 ແລະ 2024.
ຕາມຂໍ້ມູນທີ່ກອງປະຊຸມຖະແຫຼງຂ່າວທີ່ໄດ້ດຳເນີນໃນຕອນເຊົ້າວັນທີ 20 ຕຸລາ, ຢູ່ຮ່າໂນ້ຍ, ທ່ານພົນຈັດຕະວາ ຫງວຽນຊວັນຖຸນ, ຮອງຫົວໜ້າກົມໂຄສະນາອົບຮົບ, ກົມໃຫຍ່ການເມືອງ ກອງທັບປະຊາຊົນ ຫວຽດນາມ ຢັ້ງຢືນວ່າ:
ໂດຍສືບຕໍ່ບັນດາຜົນສຳເລັດຂອງງານວາງສະແດງເມື່ອປີ 2022 ແລະ 2024, ງານວາງສະແດງຄັ້ງນີ້ສືບຕໍ່ຢັ້ງຢືນແຜນນະໂຍບາຍ, ແນວທາງການທູດປ້ອງກັນຊາດ ທີ່ຖືກຕ້ອງຂອງພັກ, ລັດ, ຄະນະພັກການທະຫານສູນກາງ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ, ດ້ວຍຈິດໃຈສັນຕິພາບ, ມິດຕະພາບ, ການຮ່ວມມືພ້ອມກັນພັດທະນາ. ພ້ອມກັນນັ້ນ, ງານວາງສະແດງເປັນພະຍານຫຼັກຖານພິສູດໃຫ້ເຫັນບັນດາບາດກ້າວພັດທະນາຢ່າງແຮງ, ສ້າງຄວາມເຂັ້ມແຂງດ້ວຍຕົນເອງ ແລະ ຫັນອຸດສາຫະກຳດ້ານປ້ອງກັນຊາດ ຫວຽດນາມເປັນທັນສະໄໝ; ປະກອບສ່ວນຢັ້ງຢຶນຖານະບົດບາດ, ອິດທິພົນຊື່ສຽງ ຂອງ ຫວຽດນາມບົນເວທີສາກົນ, ປຸກລຸກ ແລະ ແຜ່ກະຈາຍຄວາມເອກອ້າງທະນົງໃຈ, ສືບຕໍ່ຮັບຜິດຊອບຂອງພະນັກງານ, ນັກຮົບ ແລະ ປະຊາຊົນແຕ່ລະຄົນຕໍ່ພາລະກິດແຫ່ງການກໍ່ສ້າງ ແລະ ປົກປັກຮັກສາປະເທດຊາດ.
ໃນຂອບເຂດງານວາງສະແດງກໍ່ໄດ້ດຳເນີນກອງປະຊຸມສຳມະນາ: “ການຮ່ວມມືສາກົນ ພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ເພື່ອສັນຕິພາບ ແລະ ການພັດທະນາແບບຍືນຍົງ” ແລະ ກອງປະຊຸມສຳມະນາການຮ່ວມມືອຸດສາຫະກຳປ້ອງກັນຊາດ ລະຫວ່າງຫວຽດນາມ ກັບບັນດາປະເທດ; ພ້ອມກັນນັ້ນແມ່ນບັນດາການເຄື່ອນໄຫວດ້ານວັດທະນະທຳ, ການສະແດງສິລະປະ ທີ່ໄດ້ດຳເນີນຢ່າງຕໍ່ເນື່ອງໃນຊຸມວັນຈັດງານວາງສະແດງເພື່ອຮັບໃຊ້ແຂກທ່ອງທ່ຽວ ແລະ ປະຊາຊົນ, ຄືລາຍການສະແດງດົນຕີ, ການຟ້ອມຕຸກກາຕານ້ຳ, ການແກ້ຄວັດສະຫຼັກດ້ວຍແສງ… ຕາມລາຍການທີ່ຄາດຄະເນແລ້ວ, ງານວາງສະແດງຈະເປີດປະຕູໃຫ້ປະຊາຊົນເຂົ້າຊົມແຕ່ວັນທີ 12 – 13 ທັນວາ.






