• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກືອບ 40%ກຳ​ລັງ​ແຮງ​ງານ​ໃນ​ເກ​ນ​ອາ​ຍຸອອກ​ແຮງ​ງານ ຫວຽດ​ນາມ ເຂົ້າ​ຮ່ວມ​ປະ​ກັນ​ສັງ​ຄົມ

ຕາມບົດລາຍງານຂອງ ປະກັນສັງຄົມ ຫວຽດນາມ ແລ້ວ, ປັດຈຸບັນຈຳນວນຜູ້ເຂົ້າຮ່ວມປະກັນສັງຄົມແບບບັງຄັບແມ່ນ 16,678 ລ້ານຄົນ, ຈຳນວນຜູ້ເຂົ້າຮ່ວມປະກັນສັງຄົມດ້ວຍຄວາມສະໝັກໃຈແມ່ນ 1,627 ລ້ານຄົນ.
ທ່ານ ຫງວຽນເທ້ແມັ້ງ ຜູ້ອຳນວຍການໃຫຍ່ ອົງການປະກັນສັງຄົມ ຫວຽດນາມ (ພາບ: laodong.vn)

ໃນບົດລາຍງານສະຫຼຸບ 6 ເດືອນຕົ້ນປີ, ປະກາດໃນວັນທີ 10 ກໍລະກົດ, ອົງການປະກັນສັງຄົມ ຫວຽດນາມ ໃຫ້ຮູ້ວ່າ ມາຮອດປັດຈຸບັນ ຫວຽດນາມມີຜູ້ເຂົ້າຮ່ວມປະກັນສັງຄົມກ່ວາ 18,3 ລ້ານຄົນ ບັນລຸລະດັບປົກຄຸມ 39,5%, ເພີ່ມຂຶ້ນ 1,164 ລ້ານຄົນເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.

ລະອຽດແມ່ນຕາມບົດລາຍງານຂອງ ປະກັນສັງຄົມ ຫວຽດນາມ, ປັດຈຸບັນຈຳນວນຜູ້ເຂົ້າຮ່ວມປະກັນສັງຄົມແບບບັງຄັບແມ່ນ 16,678 ລ້ານຄົນ, ຈຳນວນຜູ້ເຂົ້າຮ່ວມປະກັນສັງຄົມດ້ວຍຄວາມສະໝັກໃຈແມ່ນ 1,627 ລ້ານຄົນ. ນອກຈາກບັນດາຕົວເລກດັ່ງກ່າວ, ການສ້າງລະບົບນະໂຍບາຍກົດໝາຍ, ລະບົບຈັດຕັ້ງປະຕິບັດນະໂຍບາຍປະກັນ ສັງຄົມ ກໍ່ນັບມື້ນັບຮອບດ້ານ, ເປັນມືອາຊີບ, ມີປະສິດທິຜົນກ່ວາ. ທ່ານ ຫງວຽນເທ້ແມັ້ງ ຜູ້ອຳນວຍການໃຫຍ່ ອົງການປະກັນສັງຄົມ ຫວຽດນາມ ໃຫ້ຮູ້ວ່າ:

ພວກເຮົາເຫັນວ່າຕົວເລກຄາດໝາຍປົກຄຸມຂອງປະກັນສັງຄົມລ້ວນແຕ່ເພີ່ມຂຶ້ນເມື່ອທຽບໃສ່ໄລຍະດຽວກັນຂອງແຕ່ລະປີ. ບັນດາຕົວເລກຄາດໝາຍພື້ນຖານມີການເຕີບໂຕແບບຍືນຍົງ, ພິເສດແມ່ນຕົວເລກຄາດໝາຍກ່ຽວກັບການປົກຄຸມຂອງປະກັນສຸຂະພາບ. ສິດຜົນປະໂຫຍດຂອງປະຊາຊົນ, ຜູ້ອອກແຮງງານ, ວິສາຫະກິດ, ຮາກຖານກວດປິ່ນປົວພະຍາດໄດ້ເປີດກວ້າງຕາມຂໍ້ກຳນົດດ້ວຍຈິດໃຈປະຕິຮູບໄວທີ່ສຸດ ແລະ ຄົບຖວ້ນທີ່ສຸດ.

(ແຫຼ່ງຄັດຈາກ VOV)

ສ້າງກົນໄກສະເພາະໃຫ້ສົມບູນແບບ, ສ້າງກຳລັງໜູນໃຫ້ແກ່ການພັດທະນາການທ່ອງທ່ຽວ ຫວຽດນາມ

ສ້າງກົນໄກສະເພາະໃຫ້ສົມບູນແບບ, ສ້າງກຳລັງໜູນໃຫ້ແກ່ການພັດທະນາການທ່ອງທ່ຽວ ຫວຽດນາມ

ຕາມບັນດາສະມາຊິກສະພາແຫ່ງຊາດແລ້ວ, ມະຕິຈະປະກອບສ່ວນສ້າງກົນໄກ, ນະໂຍບາຍພິເສດສະເພາະເພື່ອແກ້ໄຂບັນດາຈຸດອຸດຕັນກ່ຽວກັບລະບອບລະບຽບການ, ລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງຢ່າງມີປະສິດທິຜົນ

Top