• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກືອບ 13 ຕື້ດົ່ງສະຫງວນໃຫ້ການເບິ່ງແຍງດູແລໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດ

ວັນທີ 16 ມິຖຸນາ, ທີ່ນະຄອນ ດ່າໜັງ, ກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ ໄດ້ສົມທົບກັບກອງທຶນໜູນຊ່ວຍເດັກ ຫວຽດນາມ ຈັດຕັ້ງລາຍການ “ພົບປະກັບບັນດາວິສາຫະກິດ ເພື່ອເດັກ ຫວຽດນາມ”.

ເກືອບ 13 ຕື້ດົ່ງສະຫງວນໃຫ້ການເບິ່ງແຍງດູແລໃຫ້ເດັກນ້ອຍທີ່ປະສົບກັບຄວາມຫຍຸ້ງຍາກພິເສດ

ລາຍການນີ້ ແນໃສ່ເປົ້າໝາຍຂົນຂວາຍແຫຼ່ງກຳລັງຊ່ວຍເຫຼືອເດັກ ທີ່ປະສົບກັບຄວາມຫຍຸ້ງຍາກພິເສດ.

        ທ່ານ ຮ່ວາງວັນຕ໋ຽນ, ຜູ້ອຳນວຍການກອງທຶນໜູນຊ່ວຍເດັກ ຫວຽດນາມ ໃຫ້ຮູ້ວ່າ: “ຜ່ານການເຄື່ອນໄຫວນີ້, ພວກຂ້າພະເຈົ້າຮຽກຮ້ອງບັນດາວິສາຫະກິດ, ນັກທຸລະກິດອາດຈະສືບຕໍ່ຮ່ວມແຮງຮ່ວມໃຈພ້ອມກັບລັດ ມີແຫຼ່ງກຳລັງໜູນຊ່ວຍໃຫ້ເດັກ ຫວຽດນາມ ຕື່ມອີກ. ໃນນັ້ນ ບັນດາການເຄື່ອນໄຫວບຸລິມະສິດຄື: ໜູນຊ່ວຍການຜ່າຕັດໝາກຫົວໃຈ, ທຶນສຶກສາ, ກໍ່ສ້າງໂຮງຮຽນ, ບັນດາເຮືອນກິນນອນໃຫ້ເດັກ ຢູ່ເຂດຫ່າງໄກສອກຫຼີກ”.

 (ແຫຼ່ງຄັດຈາກ VOV)


ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ຫວຽດ​ນາມ ຍູ້​ແຮງ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສອງ​ຝ່າຍ​ຢູ່ AMM-58

ເນື່ອງໃນໂອກາດເຂົ້າຮ່ວມກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ຄັ້ງທີ 58 ຢູ່ Kuala Lumpur (ມາເລເຊຍ), ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ໄດ້ພົບປະກັບທ່ານລັດຖະມົນຕີການຕ່າງປະເທດ ບັນດາປະເທດ ຍີ່ປຸ່ນ, ຈີນ, ສະວິດ.

Top