“ນຳກົດໝາຍເຂົ້າໃກ້ກັບປະຊາຊົນ - ເພື່ອວົງຄະນະຍາດປອດໄພ, ປະຕິບັດຕາມ ແລະ ພັດທະນາແບບຍືນຍົງ”, “ຮ່ວມເດີນທາງກັບຊາວປະມົງ” ແມ່ນບັນດາທິດນຳໃນການກະທຳຂອງນະຄອນ ເກິ່ນເທີ ໃນບັ້ນຈຸດສຸມຂອງການປະຕິບັດຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ, ບໍ່ລາຍງານ ແລະ ບໍ່ປະຕິບັດຕາມຂໍ້ກຳນົດ (IUU).
ບັນດາກົມກອງຂຶ້ນກັບກອງບັນຊາການທະຫານປ້ອງກັນຊາຍແດນ ນະຄອນ ເກິ່ນເທີ ໄດ້ພ້ອມກັນອອກເຄື່ອນທັບ, ປະສານສົມທົບກັບພະແນກກະສິກຳ ແລະ ສິ່ງແວດລ້ອມຈັດການເຜີຍແຜ່ໂຄສະນາບັນດາຂໍ້ກຳນົດຂອງລັດຖະບານ ແລະ ທ້ອງຖິ່ນ ກ່ຽວກັບການປ້ອງກັນ, ຕ້ານການຂຸດຄົ້ນສິນທະເລແບບຜິດກົດໝາຍ ໃຫ້ແກ່ບັນດາເຈົ້າຂອງພາຫະນະ, ກັບຕັນ ແລະ ຊາວປະມົງ. ທ່ານ ພັນເອກ ຟ້າມເລຊວັນບິ່ງ ຫົວໜ້າບັນຊາການ ກອງບັນຊາການທະຫານປ້ອງກັນຊາຍແດນ ນະຄອນເກິ່ນເທີ ໃຫ້ຮູ້ວ່າ:
ນອກຈາກການໂຄສະນາຢູ່ດິນຕໍ່ແຜ່ນ, ພວກຂ້າພະເຈົ້າໄດ້ຊີ້ນຳໃຫ້ບັນດາຫົວໜ່ວຍສາຍທາງທະເລສຸມໃສ່ໂຄສະນາເຜີຍແຜ່ໃຫ້ແກ່ຊາວປະໂມງ, ພິເສດແມ່ນບັນດາເຈົ້າຂອງພາຫະນະ ແລະ ກັບຕັນເຮືອທີ່ພວມເຄື່ອນໄຫວຢູ່ທະເລ ເພື່ອໃຫ້ເຂົາເຈົ້າກຳແໜ້ນ ແລະ ບໍ່ລະເມີດບັນດາຂໍ້ກຳນົດກ່ຽວກັບການຂຸດຄົ້ນ IUU. ໃນວຽກງານລາດຕະເວນ, ກວດກາ, ຄວບຄຸມ, ພົບເຫັນ ແລະ ແກ້ໄຂ, ພວກຂ້າພະເຈົ້າກໍ່ເດັດດ່ຽວຊີ້ນຳບັນດາປ້ອມຄວບຄຸມເຂດຊາຍແດນ ບໍ່ປະໃຫ້ກຳປັ່ນຫາປາບໍ່ມີເງື່ອນໄຂຕາມລະບຽບການບໍລິຫານຢ່າງຄົບຖ້ວນອອກທະເລຢ່າງເດັດຂາດ.








