• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກີນເທີຕ້ອງເສີມຂະຫຍາຍບົດບາດໃຈກາງຂອງເຂດທົ່ງພຽງແມ່ນ້ຳຂອງຕອນພາກໃຕ້ຫວຽດນາມ

ຕອນບ່າຍວັນທີ 10/7, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຮັດວຽກກັບຄະນະປະຈຳພັກນະຄອນ ເກີນເທີ.

ຕອນບ່າຍວັນທີ 10/7, ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ໄດ້ເຮັດວຽກກັບຄະນະປະຈຳພັກນະຄອນ ເກີນເທີ.

   

ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ກ່າວຄຳເຫັນທີ່ການເຮັດວຽກກັບຄະນະປະຈຳພັກນະຄອນ ເກີນເທີ.

 ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ການນຳນະຄອນ  ເກີນເທີ ຊີ້ນຳ ບໍລິຫານ ຢ່າງຄ່ອງຕົວ ແລະ ມີຫົວຄິດປະດິດສ້າງ; ນຳໃຊ້ແຫຼ່ງກຳລັງ ທັງໝົດເພື່ອພັດທະນາຢ່າງມີປະສິດທິຜົນ; ກໍ່ສ້າງລະບົບອົງການບໍລິຫານທີ່ມີຄວາມສາມັກຄີ, ເປັນເອກະພາບກັນສູງ, ມີຄວາມທ່ຽງທຳ, ປະຊາທິປະໄຕເພື່ອຮັບໃຊ້ປະຊາຊົນ.

     ທ່ານນາຍົກລັດຖະມົນຕີ ສະເໜີວ່າ ເກີນເທີ ຄວນຜັນຂະຫຍາຍປະຕິບັດແຜນງານປ້ອງກັນ ແລະ ຄວບຄຸມໂລກລະບາດ Covid – 19 ຢ່າງມີປະສິດທິຜົນ, ຜັນຂະຫຍາຍຍຸດທະສາດສັກຢາວັກຊິນ, ຊີ້ນຳການປະມູນ ແລະ ຈັດຊື້ຢາ, ພາຫະນະອຸປະກອນການແພດ ຕາມລະບຽບການ; ຮັບປະກັນການກວດແລະປິ່ນປົວພະຍາດໃຫ້ແກ່ປະຊາຊົນ.

ກ່ອນໜ້ານັ້ນ ຄືຕອນເຊົ້າວັນທີ 10 ກໍລະກົດ, ຢູ່ນະຄອນ ເກີນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ບັນດາສະມາຊິກສະພາແຫ່ງຊາດຂຶ້ນກັບຄະນະສະມາຊິກສະພາແຫ່ງຊາດນະຄອນ ເກີ່ນເທີ ໄດ້ມີການພົບປະສົນທະນາກັບຜູ້ມີສິດເລືອກຕັ້ງ ພາຍຫຼັງກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV.

   ກ່າວຄຳເຫັນທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກອອກບາງການກຳນົດທິດ ແລະ ໜ້າທີ່, ມາດຕະການຕົ້ນຕໍເພື່ອພັດທະນາເສດຖະກິດ - ສັງຄົມໄລຍະ 6 ເດືອນທ້າຍປີ 2022 ແລະ ໄລຍະຈະມາເຖິງ. ຕາມນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ທຸກຂັ້ນ, ທຸກຂະແໜງການ, ທ້ອງຖິ່ນຕ່າງໆ ຍາມໃດກໍເປັນເຈົ້າການ, ຂະຫຍັນຂັນເຄື່ອນ, ປະດິດຄິດສ້າງ, ຍາດແຍ່ງກາລະໂອກາດທີ່ດີເພື່ອຟື້ນຟູໂດຍໄວ ແລະ ພັດທະນາແບບຍືນຍົງ. ໃຫ້ບຸລິມະສິດແກ່ການສ້າງສະຖຽນລະພາບເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ.

ທ່ານນາຍົກລັດຖະມົນຕີກໍໄດ້ເນັ້ນໜັ້ກເຖິງການປະຕິບັດນະໂຍບາຍເງິນຕາໃຫ້ມີໄຫວພິບ, ປອດໄພ, ລະມັດລະວັງ; ປະຕິບັດນະໂຍບາຍປີການເງິນເປີດກວ້າງ, ເໝາະສົມ, ຮັບປະກັນປະສິດທິຜົນ; ຜັນຂະຫຍາຍປະຕິບັດ ໂຄງການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ, ມະຕິສະບັບຕ່າງໆກ່ຽວກັບການພັດທະນາເຂດ ແລະ ບັນດາໂຄງການຄົມມະນາຄົມຈຸດສຸມຢ່າງມີປະສິດທິຜົນ; ຊຸກຍູ້ການຫັນເປັນດີຈີຕອນ, ພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ຜັນປ່ຽນພະລັງງານ, ພັດທະນາເສດຖະກິດສີຂຽວ, ເສດຖະກິດໝູນວຽນ…

   

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ມີສິດເລືອກຕັ້ງນະຄອນ ເກີ່ນເທີ (ພາບ: TTXVN)

ກ່ອນໜ້ານັ້ນ, ວັນທີ 9 ກໍລະກົດ, ເນື່ອງໃນໂອກາດລະນຶກເຖິງວັນທະຫານເສຍອົງຄະ ແລະ ນັກຮົບເສຍສະຫຼະຊີວິດເພື່ອຊາດ (27 ກໍລະກົດ 1947 – 27 ກໍລະກົດ 2022) ແລະ ການປະຕິບັດງານຢູ່ນະຄອນ ເກີ່ນເທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍໃນບໍລິເວນນະຄອນ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ຫວຽດ​ນາມ - ລາວ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ, ​ຮ່ວມ​ມືກັນ​ຍົກ​ສູງ​ກຳ​ລັງ​ຄວາມ​ສາ​ມາດ​ດ້ານ​ປ້ອງ​ກັນ​ຊາດ

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານພົນເອກ ຈັນສະໝອນ ຈັນຍະລາດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ລາວ ທີ່ມາເຂົ້າຮ່ວມພິທີງານສົບລະດັບຊາດຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ.

Top