• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກີດ​ມີ​ແດດ​ຮ້ອນ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ຢູ່ຫຼາຍ​ປະ​ເທດ​ ເອີ​ຣົບ

ວັນທີ 13 ສິງຫາ, ເຈົ້າໜ້າທີ່ ແອັດສະປາຍ, ຖືວ່າ ແດດຮ້ອນຢ່າງຮຸນແຮງໄດ້ປົກຄຸມປະເທດນີ້ໃນຫຼາຍມື້ຜ່ານມາ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ.
ຢູ່ Madrid ແອັດສະປາຍ ເກີດມີແດດຮ້ອນແກ່ຍາວໃນຫຼາຍມື້ (ພາບ: AFP/TTXVN)

ອະນາເຂດ ແອັດສະປາຍ ສ່ວນຫຼາຍພວມຕົກເຂົ້າສູ່ສະພາວະກ່າວເຕືອນ ນັບແຕ່ວັນທີ 9 ສິງຫາ, ເມື່ອບັ້ນແດດຮ້ອນຄັ້ງທີ 4 ໃນລະດູຮ້ອນນີ້ ມີອຸມຫະພູມສູງກວ່າ 40 ອົງສາ, ບວກກັບຄວາມສ່ຽງເກີດໄພໄໝ້ປ່າ ຢູ່ໃນລະດັບສູງທີ່ສຸດ. ຕາມສະຖາບັນສາທາລະນະສຸກ Carlos III, ແອັດສະປາຍ ໄດ້ຢັ້ງຢືນມີຜູ້ເສຍຊີວິດ 608 ຄົນ ຍ້ອນແດດຮ້ອນຢ່າງຮ້າຍແຮງໃນອາທິດທຳອິດຂອງເດືອນສິງຫາ, ເກືອບທົບ 2 ເທົ່າ ເມື່ອທຽບໃສ່ຈຳນວນຜູ້ເສຍຊີວິດຂອງອາທິດກ່ອນນັ້ນ.

ວັນທີ 14 ສິງຫາ, ຢູ່ ຝລັ່ງ, ອົງການອຸຕຸນິຍົມ ຝລັ່ງ ທີ່ຕັ້ງຢູ່ 21 ແຂວງຂອງປະເທດນີ້ ກໍໄດ້ກ່າວເຕືອນກ່ຽວກັບອາກາດແດດຮ້ອນ ດ້ວຍລະດັບອຸດຫະພຸມອາດຈະຂຶ້ນເຖິງ 37 ອົງສາ ຢູ່ບາງທ້ອງຖິ່ນທາງທິດຕາເວັນອອກປະເທດນີ້.

ຕາມໝາກຜົນການຄົ້ນຄວ້າໂດຍ ສະຖາບັນສຸຂະພາບທົ່ວໂລກ Barcelona ຫາກໍປະກາດໃນວັນທີ 12 ສິງຫາ, ຄາດວ່າ ໃນປີ 2023, ຢູ່ເອີຣົບມີຜູ້ເສຍຊີວິດຍ້ອນແດດຮ້ອນເກືອບ 48.000 ຄົນ, ເຊິ່ງເປັນປີທີ່ໄດ້ຮັບຖືວ່າຮ້ອນທີ່ສຸດໃນປະຫວັດສາດທີ່ໄດ້ຮັບການສະຖິຕິມາ.

(ແຫຼ່ງຄັດຈາກ VOV)

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຊາວກະສິກອນ ຫວຽດນາມ ເສີມຂະຫຍາຍມູນເຊື້ອສາມັກຄີ, ປະດິດຄິດສ້າງ, ປະກອບສ່ວນເຂົ້າໃນພາລະກິດພັດທະນາຂອງປະເທດຊາດ

ຕອນຄ່ຳວັນທີ 12 ຕຸລາ, ຢູ່ຮ່າໂນ້ຍ, ໄດ້ຈັດພິທີເຊີດຊູ ແລະ ມອບນາມມະຍົດຊາວກະສິກອນ ຫວຽດນາມ ດີເດັ່ນ 40 ປີແຫ່ງການປ່ຽນໃໝ່ປີ 2026.

Top