• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ເກີດຄວາມບາດເຈັບລົ້ມຕາຍໃນງານນະມັດສະການ ຢູ່ອິດສະລາແອັນ

      ເຫດການໄດ້ເກີດຂຶ້ນຢູ່ພູ Meron, ເມື່ອຊາວຢິວ ນັບສິບພັນຄົນ ພວມເຂົ້າຮ່ວມງານນະມັດສະການປະຈຳ ປີ ໃນວັນບຸນ Lag BaOmer ຢູ່ອ້ອມຂ້າງສຸສານທີ່ມີຊື່ສຽງຂອງບາດຫຼວງ Shimon Bar Yocha.
ສະຖານທີ່ເກີດເຫດ (ພາບ: TTXVN)
      ສື່ມວນຊົນທ້ອງຖິ່ນ ໄດ້ລົງຂ່າວວ່າ ມີຜູ້ເສຍຊີວິດຢ່າງໜ້ອຍສຸດ 38 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 100 ຄົນ ໃນເຫດຢຽບກັນເກີດຂຶ້ນໃນຕອນເຊົ້າວັນທີ 30 ເມສາ ຢູ່ງານນະມັດສະການ ໂດຍມີຫຼາຍຄົນເຕົ້າໂຮມຢູ່ພາກເໜືອ ອິດສະລາແອັນ.
            ເຫດການໄດ້ເກີດຂຶ້ນຢູ່ພູ Meron, ເມື່ອຊາວຢິວ ນັບສິບພັນຄົນ ພວມເຂົ້າຮ່ວມງານນະມັດສະການປະຈຳ ປີ ໃນວັນບຸນ Lag BaOmer ຢູ່ອ້ອມຂ້າງສຸສານທີ່ມີຊື່ສຽງຂອງບາດຫຼວງ Shimon Bar Yocha. ປັດຈຸບັນ ຍັງບໍ່ຮູ້ຢ່າງຈະແຈ້ງເຫດຜົນພາໄປເຖິງເຫດການດັ່ງກ່າວເທື່ອ, ແຕ່ ການລາຍງານເບື້ອງຕົ້ນຖືວ່າ ມີເວທີຂອງລາຍການສະແດງດົນຕີປະສານສຽງຖືກພັງທະລາຍ. ອົງການການບໍລິການກູ້ຊີບດ່ວນ ໃຫ້ຮູ້ວ່າ ພວມປິ່ນປົວໃຫ້ແກ່ 50 ຄົນ, ໃນນັ້ນມີ 20 ຄົນຢູ່ໃນສະພາບການເຈັບສາຫັດ
(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ຫວຽດ​ນາມ ແລະ ອິນ​ໂດ​ເນ​ເຊຍ ຍູ້​ແຮ​ງ​ການ​ຜັນ​ຂະ​ຫຍາຍ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ

ທີ່​ການ​ພົບ​ປະ​ເຈ​ລະ​ຈາ, ທ່ານ ເລ​ຮ່​ວາຍ​ຈຸງ ສະ​ເໜີ​ສອງ​ຝ່າຍ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ຊຸກ​ຍູ້​ທ່າ​ເຕີບ​ໂຕ​ຢ່າງ​ຕັ້ງ​ໜ້າ​ຂອງ​ການ​ຄ້າ ແລະ ການ​ລົງ​ທຶນ, ຈັດ​​ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ປະ​ສົມ​ຄັ້ງ​ທີ 8 ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ ແລະ ເຕັກ​ນິກ.

Top