• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ້ານວາງສະແດງຂອງ ຫວຽດນາມ ຢູ່ WTO Open Day 2026

ເຫດການມີຊື່ວ່າ WTO Open Day 2026 ກໍ່ນຳເອົາໂອກາດໃຫ້ແກ່ແຂກທ່ອງທ່ຽວໄດ້ຄົ້ນຫາຕຶກອາຄານປະຫວັດສາດນີ້. ຫວຽດນາມ ກໍ່ໄດ້ມີຮ້ານວາງສະແດງຢູ່ທີ່ນີ້.
ຮ້ານວາງສະແດງຂອງ ຫວຽດນາມ (ພາບ: TTXVN)

ວັ​ນ​ທີ 05 ກໍ​ລະ​ກົດ, ອົງ​ການ​ການ​ຄ້າ​ໂລກ (WTO) ໄດ້​ເປີດ​ປະ​ຕູ​ຕ້ອນ​ຮັບ​ມະ​ຫາ​ຊົນ ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 100 ປີ​ກໍ່​ສ້າງ​ສູນ William Rappard - ຕຶກ​ອາ​ຄານ​ປະ​ຫວັດ​ສາດ ປະ​ຈຸ​ບັນ​ແມ່ນ​ສຳ​ນັກ​ງານ​ຂອງ WTO. ເຫດ​ການ​ມີ​ຊື່​ວ່າ WTO Open Day 2026 ກໍ່​ນຳ​ເອົາ​ໂອ​ກາດ​ໃຫ້​ແກ່​ແຂກ​ທ່ອງ​ທ່ຽ​ວ​ໄດ້​ຄົ້ນ​ຫາ​ຕຶກ​ອາ​ຄານ​ປະ​ຫວັ​ດ​ສາດນີ້. ຫວຽດ​ນາມ ກໍ່​ໄດ້​ມີ​ຮ້ານ​ວາງ​ສະ​ແດງ​ຢູ່​ທີ່ນີ້.

ຜ່ານ​ເຫດ​ການ WTO Open Day 2026, ບັນ​ດາ​ສະ​ມາ​ຊິກ WTO ມີ​ໂອ​ກາດ​ແນະ​ນຳ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຕົນ​ເຖິງ​ມະ​ຫາ​ຊົນ​ສາ​ກົນ, ພ້ອມ​ກັນ​ນັ້ນ, ປະ​ກອບ​ສ່ວນ​ເພີ່ມ​ຄວາມ​ເຂົ້​າ​ໃຈ​ຂອງ​ປະ​ຊາ​ຊົນ​ກ່ຽວ​ກັບ​ບົດ​ບາດ​ຂອງ​ລະ​ບົບ​ການ​ຄ້າ​ຫຼາຍ​ຝ່າຍ. ຮ້ານ​ວາງ​ສະ​ແດງອາ​ຫານ​ການ​ກິນ​ຂອງ ຫວຽດ​ນາມ ໄດ້​ດຶງ​ດູດ​ແຂກ​​ຢ້ຽມ​ຊົມເປັນ​ຈຳ​ນວນ​ຫຼາຍມາ​ຮັບ​ປະ​ທານ​ບັນ​ດາ​ເຍື່ອງ​ອາ​ຫານ​ທີ່​ເຂັ້​ມ​ຂຸ​້ນ​ໄປ​ດ້ວຍ​ສີ​ສັນ​ຂອງ ຫວຽດ​ນາມ ແລະ ສ້າງ​ຄວາມ​ປະ​ທັບ​ໃຈ​ທີ່​ດີ​ງາມ​ຕໍ່​ເພື່ອນ​ມິດ​ສາ​ກົນ ຜ່ານ​ຄວາມ​ເປັນ​ມິດ, ຮັກ​ແພງ​ແຂກ​ຄົນ ພ້ອມ​ກັບ​ບັນ​ດາ​ຈຸດ​ທີ່​ເປັນ​ເອ​ກະ​ລັກ​ສະ​ເພາະ​ຂອງວັດ​ທະ​ນະ​ທຳ ແລະ ອາ​ຫານ​ການ​ກິນ​ຂອງ ຫວຽດ​ນາມ.

(ແຫຼ່ງຄັດຈາກ VOV)

ນາ​ຍົກລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຮຽກ​ຮ້ອງ​ການ​ແຂ່ງ​ຂັນ​ຕ້ອນ​ເລີ່ມ​ມາ​ຈາກ​ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ, ຖື​ຜະ​ລິດ​ຕະ​ພັນ​ສົ້ນ​ອອກ​ເປັນ​ໄມ້​ວັດ

ນາ​ຍົກລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຮຽກ​ຮ້ອງ​ການ​ແຂ່ງ​ຂັນ​ຕ້ອນ​ເລີ່ມ​ມາ​ຈາກ​ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ, ຖື​ຜະ​ລິດ​ຕະ​ພັນ​ສົ້ນ​ອອກ​ເປັນ​ໄມ້​ວັດ

ຢູ່ກ​ອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ຈິດ​ໃຈ​ແຂ່ງ​ຂັນ​ຕ້ອງ​ເລີ່ມ​ມາຈາກ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ”, ຖື​ຜະ​ລິດ​ຕະ​ພັນ​ແມ່ນ​ໄມ້​ວັດ​ແທກ.

Top