• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານນາຍົກລັດຖະມົນຕີ ເລມິນຮຶງ ເຂົ້າຮ່ວມພິທີຜັນຂະຫຍາຍການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ນະຄອນ ໂຮ່ຈີມິນ

ຕອນເຊົ້າວັນທີ 06 ກໍລະກົດ, ທ່ານ ເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເຂົ້າຮ່ວມພິທີຜັນຂະຫຍາຍການຊອກຫາ, ທ້ອນໂຮມອັດຖິນັກຮົບເສຍສະຫຼະຊີວິດເພື່ອຊາດຢູ່ສວນສາທາລະນະ ເລທິແຢງ, ຕາແສງ ຮວ່າຮຶງ, ນະຄອນ ໂຮ່ຈີມິນ.
  ທ່ານເລມິນຮຶງ, ນາຍົກລັດຖະມົນຕີ ຫວຽດນາມ, ກ່າວຄຳເຫັນທີ່ພິທີ. (ພາບ: VNA)  

ຕອນ​ເຊົ້າ​ວັນ​ທີ 06 ກໍ​ລະ​ກົດ, ທ່ານ ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​ພິ​ທີ​ຜັນ​ຂະ​ຫຍາຍ​ການ​ຊອກ​ຫາ, ທ້ອນ​ໂຮມ​ອັດ​ຖິ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ຢູ່​ສວນ​ສ​າ​ທາ​ລະ​ນະ ເລ​ທິ​ແຢງ, ຕາ​ແສງ ຮ​ວ່າ​ຮຶງ, ນະ​ຄອນ ໂຮ່​ຈີ​ມິນ.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ເລ​ມິນ​ຮຶງ, ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ເນັ້ນ​ໜັກ​ວ່າ, ເຫດ​ການ​ໃນ​ມື້ນີ້​ມີ​ຄວາມ​ໝາຍ​ສັກກະ​ລະ​ບູ​ຊາ; ແມ່ນ​ການ​​ເຄື່ອນ​ໄຫວ​ແທດ​ຈິງ​ຂອງ​ນ້ຳ​ໃຈ​ຮູ​ບຸນ​ຄ​ຸນ ແລະ ຕອບ​ບຸນ​ແທນ​ຄຸນຢ່າງ​ເລິກ​ເຊິ່ງ​ຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ ຫວຽດ​ນາມ ທີ່ມ​ີ​ຕໍ່​ບັນ​ດາ​ຜູ້​ທີ່​ໄດ້​ອຸ​ທິດ​ສ່ວນ​ເລືອດ​ເນື້ອ​​ຂອງ​ຕົນໃຫ້​ແກ່​ເອ​ກະ​ລາດ, ເສ​ລີ​ພາບ​ຂອງ​ປະ​ເທດ​ຊາດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເນັ້ນ​ໜັກ​ວ່າ:

“ພາ​ລະ​ໜ້າ​ທີ່ນີ້​ຈະ​ບໍ່​ຢຸດ​ລົງ ເມື່ອ​ຍັງ​ມີຫຼັກ​ຖານ​ເພື່ອ​ຊອກ​ຫາ, ເມື່ອ​ອັດ​ຖິ​ຂອງ​ບັນ​ດາ​ນັກ​ຮົບ​ເສຍ​ສະ​ຫຼ​ະ​ຊີ​ວິດ​ຍັງ​ບໍ່​ທັນ​ໄດ້​​ທ້ອນໂຮມ​ຢ່າງ​ຄົບ​ຖ້ວນ. ສຳ​ລັບ​ຫຼາຍ​ຄອ​ບ​ຄົວ​ນັກ​ຮົບ​ເສຍ​ສະ​ຫຼະ​ຊີ​ວິ​ດ​ເພື່ອ​ຊາດ, ສົງ​ຄາມ​ຍັງ​ບໍ່​​ທັນ​ຜ່າ​ນ​ພົ້ນໄປ​ໄກ, ຄວາມ​ເຈັບ​ປວດ​ຍັງ​ປະ​ກົດ​ຕົວ​ຢູ່ ເມື່ອ​ເຂົາ​ເຈົ້າ​ຍັງ​ລໍ​ຖ້າ​ຂໍ້​ມູນ​ຂ່າວ​ຂອງ​ຍາດ​ຕິ​ພີ​ນ້ອງ. ດ້ວຍ​ທຸກວິ​ທີ, ພວກ​ເຮົາ​ຕ້ອ​ງ​ມີ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຢ່າງ​ສູງ​ສຸດເພື່ອ​ຊອ​ກ​ຫາ, ທ້ອນ​ໂຮມ, ນຳ​ບັນ​ດາ​ນັກ​ວິ​ລະ​ຊົນ​ທີ່​ເສ​ຍ​ສະ​ຫຼະ​ຊີ​ວິດ​ເພື່ອ​ຊາດ​ກັບ​ເມືອ​ຄອບ​ຄົວ, ບ້ານ​ເກີດ​ເມືອງນອນ”.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສະ​ເໜີ​ໃຫ້​ນະ​ຄອນ ໂຮ່​ຈີ​ມິນ ສົມ​ທົບ​ກັບ​ກະ​ຊວງ​ປ້ອງ​ກັ​ນ​ປະ​ເທດ, ກະ​ຊວງ​ຕຳ​ຫຼວດ​ຢ່າງ​ແໜ້ນ​ແຟ້ນ ເພື່ອ​ລະ​ດົມ​ແຫຼ່ງ​ກຳ​ລັງ​ຢ່າງ​ສຸດ​ຂີດ, ຍູ້​ແຮງ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ, ພິ​ເສດ​ແມ່ນ​ພິ​ການຢັ້ງ​ຢືນ ADN ແນ​ໃສ່​ຍູ້​ໄວ​ຄວາ​ມ​ຄືບ​ໜ້າ​ໃນ​ການຢັ້ງ​ຢືນ​ຊື່ ແລະ ນາມ​ສະ​ກຸ່ນ.

(ແຫຼ່ງຄັດຈາກ VOV)

ນາ​ຍົກລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຮຽກ​ຮ້ອງ​ການ​ແຂ່ງ​ຂັນ​ຕ້ອນ​ເລີ່ມ​ມາ​ຈາກ​ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ, ຖື​ຜະ​ລິດ​ຕະ​ພັນ​ສົ້ນ​ອອກ​ເປັນ​ໄມ້​ວັດ

ນາ​ຍົກລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ຮຽກ​ຮ້ອງ​ການ​ແຂ່ງ​ຂັນ​ຕ້ອນ​ເລີ່ມ​ມາ​ຈາກ​ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ, ຖື​ຜະ​ລິດ​ຕະ​ພັນ​ສົ້ນ​ອອກ​ເປັນ​ໄມ້​ວັດ

ຢູ່ກ​ອ​ງ​ປະ​ຊຸມ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ເນັ້ນ​ໜັກ​ວ່າ ຈິດ​ໃຈ​ແຂ່ງ​ຂັນ​ຕ້ອງ​ເລີ່ມ​ມາຈາກ ລົມ​ຫາຍ​ໃຈ​ໃນ​ການ​ດຳ​ລົງ​ຊີ​ວິດ”, ຖື​ຜະ​ລິດ​ຕະ​ພັນ​ແມ່ນ​ໄມ້​ວັດ​ແທກ.

Top