• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າ​ໂນ້ຍ ຮັບ​ຂໍ້​ຕົກ​ລົງ​ປະ​ຕິ​ບັດ​ສຳ​ເລັດ​ການ​ສ້າງ​ຊົນ​ນະ​ບົດ​ໃໝ່

ວັນທີ 26 ກັນຍາ, ນະຄອນ ຮ່າໂນ້ຍ ຈັດຕັ້ງພິທີປະກາດຂໍ້ຕົກລົງຮັບຮອງນະຄອນປະຕິບັດສຳເລັດໜ້າທີ່ສ້າງຊົນນະບົດໃໝ່ປີ 2024 ແລະ ຮັບຫຼຽນໄຊແຮງງານຊັ້ນໜຶ່ງ.
ພິທີປະກາດຂໍ້ຕົກລົງຮັບຮອງນະຄອນ ຮ່າໂນ້ຍ ປະຕິບັດສຳເລັດໜ້າທີ່ສ້າງຊົນນະບົດໃໝ່ປີ 2024 (ພາບ:nhandan.vn)

ພາຍຫຼັງເກືອບ 15 ປີຜັນຂະຫຍາຍໂຄງການເປົ້າໝາຍແຫ່ງຊາດສ້າງຊົນນະບົດໃໝ່ (ແຕ່ປີ 2010), ເຂດຊົນນະບົດທີ່ນະຄອນຫຼວງ ໄດ້ມີການປ່ຽນແປງໂດຍພື້ນຖານ ແລະ ຮອບດ້ານ. ໃນນັ້ນ, ພົ້ນເດັ່ນແມ່ນເສດຖະກິດເຕີບໂຕຢ່າງແຮງ, ການດຳລົງຊີວິດຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ. ລາຍຮັບສະເລ່ຍຕໍ່ຫົວຄົນຢູ່ເຂດຊົນນະບົດເພີ່ມຂຶ້ນແຕ່ 13 ລ້ານດົ່ງ (2010) ຂຶ້ນເປັນ 74,3 ລ້ານດົ່ງ (2024), ຢືນອັນດັບໜຶ່ງໃນທົ່ວປະເທດ. ທາງນະຄອນບໍ່ມີຄອບຄົວທຸກຍາກ. ທ່ານ ເຈິ່ນສີແທັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ, ຢັ້ງຢືນວ່າ:

        “ໂຄງການຊົນນະບົດໃໝ່ໄດ້ກາຍເປັນ “ເຈດຈຳນົງຂອງພັກ, ຈິດໃຈຂອງປະຊາຊົນ” ຢ່າງແທ້ຈິງ, ສ້າງບັນດາບາດກ້າວຫັນປ່ຽນຢ່າງເລິກເຊິ່ງກ່ຽວກັບເສດຖະກິດ, ສັງຄົມ, ວັດທະນະທຳ, ສິ່ງແວດລ້ອມ ແລະ ຄຸນນະພາບການດຳລົງຊີວິດຂອງປະຊາຊົນ; ສ້າງພື້ນຖານອັນໝັ້ນແກ່ນໃຫ້ແກ່ໄລຍະພັດທະນາໃໝ່ຂອງນະຄອນຫຼວງ.”

        ທີ່ພິທີ, ໂດຍໄດ້ຮັບການມອບສິດຈາກທ່ານປະທານປະເທດ, ທ່ານຮອງປະທານສະພາແຫ່ງຊາດ ເລມິງຮວານ ໄດ້ມອບຫຼຽນໄຊແຮງງານຊັ້ນໜຶ່ງໃຫ້ແກ່ອົງຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນນະຄອນ ຮ່າໂນ້ຍ. 

(ແຫຼ່ງຄັດຈາກ VOV)

ທ່ານ Trump ເຊັນ​​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ອະ​ນຸ​ຍາດ​ໃຫ້ TikTok ສືບ​ຕໍ່​ເຄື່ອນ​ໄຫວ​ຢູ່ ອາ​ເມ​ລິ​ກາ

ທ່ານ Trump ເຊັນ​​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ອະ​ນຸ​ຍາດ​ໃຫ້ TikTok ສືບ​ຕໍ່​ເຄື່ອນ​ໄຫວ​ຢູ່ ອາ​ເມ​ລິ​ກາ

ວັນທີ 25 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນລັດຖະບັນຍັດວ່າດ້ວຍການໃຫ້ສັດຕະຍາບັນຂໍ້ຕົກລົງກັບ ຈີນ ຜ່ານນັ້ນ ກໍອະນຸຍາດໃຫ້ TikTok ສືບຕໍ່ເຄື່ອນໄຫວຢູ່ ອາເມລິກາ.

Top