• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ທ່ານ Trump ເຊັນ​​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ອະ​ນຸ​ຍາດ​ໃຫ້ TikTok ສືບ​ຕໍ່​ເຄື່ອນ​ໄຫວ​ຢູ່ ອາ​ເມ​ລິ​ກາ

ວັນທີ 25 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນລັດຖະບັນຍັດວ່າດ້ວຍການໃຫ້ສັດຕະຍາບັນຂໍ້ຕົກລົງກັບ ຈີນ ຜ່ານນັ້ນ ກໍອະນຸຍາດໃຫ້ TikTok ສືບຕໍ່ເຄື່ອນໄຫວຢູ່ ອາເມລິກາ.
ໂລໂກ TikTok (ພາບ:THX/TTXVN)

ຂໍ້ຕົກລົງ ເຊິ່ງທ່ານປະທານາທິບໍດີ Trump ໃຫ້ສັດຕະຍາບັນແມ່ນໄດ້ອະນຸຍາດໃຫ້ຂາຍ TikTok ຈາກບໍລິສັດ ByteDance ຢູ່ ຈີນ ໄປຍັງກຸ່ມບັນດານັກລົງທຶນ ອາເມລິກາ. ໂຄງສ້າງຂໍ້ຕົກລົງໃໝ່ຈະສ້າງບໍລິສັດຮ່ວມດຳເນີນທຸລະກິດມີສຳນັກງານຕັ້ງຢູ່ ອາເມລິກາ, ໃນນັ້ນ ByteDance ພຽງແຕ່ຖືຫຸ້ນຕ່ຳກວ່າ 20% ເທົ່ານັ້ນ. ເນື້ອໃນສຳຄັນໜຶ່ງຂອງຂໍ້ຕົກລົງນີ້ ແມ່ນຂໍ້ມູນຜູ້ນຳໃຊ້ ຊາວ ອາເມລິກາ ຈະໄດ້ສຳເນົາໃນດິນແດນ ອາເມລິກາ ແລະ ໂດຍ Oracle, ກຸ່ມບໍລິສັດຊອບແວ ແລະ cloud Computing, ຕິດຕາມກວດກາ. ນອກຈາກນັ້ນ, ສູດການຄິດໄລ່ເຈາະຈິ້ມເນື້ອໃນຂອງ TikTok ກໍຈະໄດ້ຮັບການຝຶກອົບຮົມຄືນ ແລະ ຕິດຕາມກວດກາຢ່າງລຽນຕິດເພື່ອຮັບປະກັນບໍ່ໃຫ້ຖືກຄອບງຳຈາກພາຍນອກ.

        ຂໍ້ຕົກລົງນີ້ ແມ່ນເພື່ອແນໃສ່ຮັບປະກັນ TikTok ປະຕິບັດຕາມກົດໝາຍສອງພັກໂດຍສະພາແຫ່ງຊາດ ອາເມລິກາ ໄດ້ຮັບຮອງເອົາເມື່ອປີ 2024, ຕາມນັ້ນແລ້ວແຟຼດຟອມ ຈະຖືກຫ້າມ ຖ້າບໍ່ໄດ້ຂາຍຄືນໃຫ້ບັນດາຜູ້ກຳມະສິດ ອາເມລິກາ ໃນປີ 2025 ນີ້.

(ແຫຼ່ງຄັດຈາກ VOV)

ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ: ຈາກ​ຄຳ​ເວົ້າ​ໄປ​ສູ່​ການ​ກະ​ທຳ ຢູ່​ເວ​ທີ​ປາ​ໄສ ສ​ປ​ຊ

ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ: ຈາກ​ຄຳ​ເວົ້າ​ໄປ​ສູ່​ການ​ກະ​ທຳ ຢູ່​ເວ​ທີ​ປາ​ໄສ ສ​ປ​ຊ

ການປ່ຽນແປງຂອງດິນຟ້າອາກາດ ກາຍເປັນໜຶ່ງໃນບັນດາບັນຫາພົ້ນເດັ່ນທີ່ສຸດຢູ່ກອງປະຊຸມ ສະມັດຊາໃຫຍ່ ສປຊ ຄັ້ງທີ 80 (UNGA-80) ທີ່ພວມດຳເນີນຢູ່ ນິວຢອກ. ບັນດາຄຳຄິດເຫັນກົງໄປກົງມາ, ຄຳຮຽກຮ້ອງໂດຍດ່ວນ ແລະ ທັງບັນດາການຂັດແຍ້ງກັນຢ່າງເລິກເຊິ່ງ ສະແດງໃຫ້ເຫັນວ່າ: ດິນຟ້າອາກາດ ບໍ່ພຽງແຕ່ແມ່ນສິ່ງທ້າທາຍດ້ານສິ່ງແວດລ້ອມເທົ່ານັ້ນ ຫາກຍັງແມ່ນ ການທົດລອງຢ່າງຂ້ຽວຂາດໃຫ້ແກ່ຄວາມຮັບຜິດຊອບ, ອິດທິພົນຊື່ສຽງ ແລະ ອະນາຄົດພັດທະນາແບບຍືນຍົງ ຂອງທົ່ວໂລກອີກດ້ວຍ.

Top