• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຕັດ​ສິນ​ໃຈ​ນຳ​ມະ​ຕິ​ສະ​ບັບ​ເລກ​ທີ 68 ເຂົ້າ​ສູ່​ຊີ​ວິດຕົວ​ຈິງ

ຕອນເຊົ້າວັນທີ 26 ກັນຍາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ໄດ້ເປັນປະທານກອງປະຊຸມກັບກະຊວງການເງິນ ກ່ຽວກັບໝາກຜົນຜັນຂະຫຍາຍມະຕິສະບັບເລກທີ 68 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຈີຢຸງ ຊີ້ນຳກອງປະຊຸມ (ພາບ: VGP/Thu Sa)
ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ມະຕິສະບັບເລກທີ 68 ມີ 2 ເປົ້າໝາຍຈຸດສຸມ, ນັ້ນແມ່ນ: ນຳນ້ຳໃຈເລີ່ມຕົ້ນທຸລະກິດແຜ່ຂະຫຍາຍໃນທົ່ວປະເທດ, ສ້າງຄວາມເຊື່ອໝັ້ນຕໍ່ພັກ ແລະ ລັດ; ຊຸກຍູ້ການພັດທະນາເສດຖະກິດ. ໃນໄລຍະຈະມາເຖິງ, ທ່ານຮອງນາຍົກລັດຖະມົນຕີ ຫງວຽນຈີຢຸງ ສະເໜີວ່າ ຕ້ອງສືບຕໍ່ມານະພະຍາຍາມຫຼຸດຜ່ອນລະບຽບການ; ແກ້ໄຂສິ່ງກີດຂວາງຕໍ່ວິສາຫະກິດ, ໂດຍສະເພາະແມ່ນຫັນຄອບຄົວດຳເນີນທຸລະກິດ ເປັນວິສາຫະກິດ ເພື່ອບັນລຸເປົ້າໝາຍມີວິສາຫະກິດ 2 ລ້ານແຫ່ງ ໃນປີ 2030. ທ່ານຮອງນາຍົກລັດຖະມົນຕີ ກໍໃສ່ໃຈວ່າ ຕ້ອງສຸມໃສ່ 5 ກຸ່ມໜ້າທີ່: ຖ່າຍທອດເຕັກໂນໂລຢີ, ການສຳຜັດກັບທີ່ດິນ; ທຶນ ແລະ ການສິນເຊື່ອ; ການບໍລຸງສ້າງແຫຼ່ງຊັບພະຍາກອນມະນຸດ; ພ້ອມດຽວກັນນັ້ນ ໜູນຊ່ວຍການຫັນເປັນດີຈີຕອນເພື່ອຍົກສູງກຳລັງແຮງແກ້ງແຍ້ງໃຫ້ແກ່ວິສາຫະກິດ. ທ່ານຮອງນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງຕັດສິນໃຈນຳມະຕິສະບັບເລກທີ 68 ເຂົ້າສູ່ຊີວິດຕົວຈິງຢ່າງແທ້ຈິງ, ເສີມຂະຫຍາຍບົດບາດເປັນກຳລັງໜູນສຳຄັນຂອງພື້ນຖານເສດຖະກິດເອກະຊົນໃນການພັດທະນາປະເທດຊາດຢ່າງເຕັມ

(ແຫຼ່ງຄັດຈາກ VOV)

ທ່ານ Trump ເຊັນ​​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ອະ​ນຸ​ຍາດ​ໃຫ້ TikTok ສືບ​ຕໍ່​ເຄື່ອນ​ໄຫວ​ຢູ່ ອາ​ເມ​ລິ​ກາ

ທ່ານ Trump ເຊັນ​​ລັດ​ຖະ​ບັນ​ຍັດ​ວ່າ​ດ້ວຍ​ການ​ໃຫ້​ສັດ​ຕະ​ຍາ​ບັນ​ຂໍ້​ຕົກ​ລົງ​ກ່ຽວ​ກັບ​ການ​ອະ​ນຸ​ຍາດ​ໃຫ້ TikTok ສືບ​ຕໍ່​ເຄື່ອນ​ໄຫວ​ຢູ່ ອາ​ເມ​ລິ​ກາ

ວັນທີ 25 ກັນຍາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຊັນລັດຖະບັນຍັດວ່າດ້ວຍການໃຫ້ສັດຕະຍາບັນຂໍ້ຕົກລົງກັບ ຈີນ ຜ່ານນັ້ນ ກໍອະນຸຍາດໃຫ້ TikTok ສືບຕໍ່ເຄື່ອນໄຫວຢູ່ ອາເມລິກາ.

Top