ຂ່າວສານ
ຮ່າໂນ້ຍ ຈັດຫຼາຍຮູບແບບການທ່ອງທ່ຽວໃນໂອກາດສະເຫຼີມສະຫຼອງວັນປົດປ່ອຍພາກໃຕ້ ຫວຽດນາມ ແລະ ວັນກຳມະກອນສາກົນ
ສຸສານປະທານ ໂຮ່ຈີມິນ ແມ່ນສະຖານທີ່ດຶງດູດປະຊາຊົນ ແລະ ແຂກທ່ອງທ່ຽວເປັນຈຳນວນຫຼາຍໃນໂອກາດນີ້. ໄລ່ສະເພາະວັນທີ 30 ເມສາ ມີແຂກທ່ອງທ່ຽວກວ່າ 20.000 ເທື່ອຄົນ, ໃນນັ້ນ ມີແຂກທ່ອງທ່ຽວກວ່າ 4.000 ເທື່ອຄົນ ໄດ້ເຂົ້າສຸສານໄຫວ້ອາໄລປະທານ ໂຮ່ຈີມິນ.
ເຂດຖະໜົນຍ່າງອ້ອມໜອງ ຮວ່ານກຽມ (ໜອງເຕົ່າ) ແລະ ເຂດໃກ້ຄຽງ ໄດ້ຈັດກິດຈະກຳແຕ່ 7 ໂມງເຊົ້າຫາ 24 ໂມງຂອງວັນ 03 ພຶດສະພາຂຶ້ນຢ່າງຕໍ່ເນື່ອງ ອັນໄດ້ກາຍເປັນ “ເວທີເປີດ” ເພື່ອຮັບໃຊ້ປະຊາຊົນ ແລະ ແຂກທ່ອງທ່ຽວ ດ້ວຍຫຼາຍຮູບແບບ ນັບແຕ່ການຫຼີ້ນດົນຕີຢູ່ທ້ອງຖະໜົນ, ການກະທົບຕອບກັບຊຸມຊົນ, ການລະຫຼີ້ນພື້ນເມືອງ…, ໂດຍມີການປະສານສົມທົບລະຫວ່າງປັດໄຈມູນເຊືິ້ອ ແລະ ທັນສະໄໝ; ພົບປະແລກປ່ຽນ, ເຊື່ອມຕໍ່ລະຫວ່າງປະຊາຊົນໃນທ້ອງຖິ່ນກັບແຂກທ່ອງທ່ຽວ.
ບັນດາມໍລະດົກຄື ວັນໝຽວ - ກວັກຕືຢາມ, ພະລາດຊະວັງ ທັງລອງ ຫຼື ບັນດາຫໍພິພິທະພັນ ກໍດຶງດູດມະຫາຊົນເປັນຈຳນວນຫຼາຍດ້ວຍການຈັດງານວາງສະແດງຕ່າງໆ.
ພາບພົດການທ່ອງທ່ຽວ ຮ່າໂນ້ຍ ໃນໂອກາດວັນທີ 30 ເມສາ ແລະ ວັນທີ 01 ພຶດສະພາ ໄດ້ຊີ້ໃຫ້ເຫັນຄວາມຫຼາຍຮູບຫຼາຍແບບຢ່າງຈະແຈ້ງ.







