• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າໂນ້ຍ ສ້າງເງື່ອນໄຂເພື່ອໃຫ້ບັນດາວິສາຫະກິດ ສ. ເກົາຫຼີ ຮ່ວມມື, ລົງທຶນ

ຮ່າໂນ້ຍ ຈະສ້າງທຸກເງື່ອນໄຂໃຫ້ແກ່ວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ສ. ເກົາຫຼີ ພວມລົງທຶນຢູ່ນະຄອນ.
  ທ່ານ ເຈິ່ນສີແທັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບຄະນະນັກລົງທຶນ ສ ເກົາຫຼີ (ພາບ:Phương Anh/TTXVN)  

ຕອນບ່າຍວັນທີ 13 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ເຈິ່ນສີແທັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ໄດ້ໃຫ້ການຕ້ອນຮັບທ່ານ Kim Jung In, ປະທານບໍລິສັດ SEIN I&D ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ເຈິ່ນສີແທັງ ຢັ້ງຢືນວ່າ: ຮ່າໂນ້ຍ ຈະສ້າງທຸກເງື່ອນໄຂໃຫ້ແກ່ວິສາຫະກິດຕ່າງປະເທດ, ໃນນັ້ນມີວິສາຫະກິດ ສ. ເກົາຫຼີ ພວມລົງທຶນຢູ່ນະຄອນ. ທ່ານ ເຈິ່ນສີແທັງ ກໍ່ໃຫ້ຮູ້ວ່າ: ນະຄອນສະໜັບສະໜູນທາງດ້ານແຜນນະໂຍບາຍໂຄງການລົງທຶນກ່ຽວກັບເຕັກໂນໂລຊີໜູນຊ່ວຍ, ເຕັກໂນໂລຊີສູງຂອງບໍລິສັດຢູ່ ຫວຽດນາມ ກໍ່ຄືກຳນົດທິດເປີດກ້ວາງການລົງທຶນຢູ່ ຮ່າໂນ້ຍ.

ລະກໍ່ໃນຕອນບ່າຍວັນທີ 13 ກັນຍາ, ທ່ານ ເຈິ່ນສີແທັງ, ປະທານຄະນະກຳມະການປະຊາຊົນນະຄອນ ຮ່າໂນ້ຍ ກໍ່ໄດ້ຕ້ອນຮັບທ່ານ An Kuk Jin, ປະທານບໍລິສັດພັດທະນາ THT ຈຳກັດ ແລະ ບໍລິສັດ Daewoo E&C ຈຳກັດ. ທີ່ການຕ້ອນຮັບ, ທ່ານ ເຈິ່ນສີແທັງ ກໍ່ຊີ້ແຈ້ງວ່າ ຮ່າໂນ້ຍ ມີການກຳນົດທິດພັດທະນາເຂດຕົວເມືອງໃນອະນາຄົດ ແລະ ຫວັງວ່າ ບັນດາວິສາຫະກິດຈະສືບຕໍ່ມີຫຼາຍໂຄງການລົງທຶນຢູ່ ຮ່າໂນ້ຍ.

(ແຫຼ່ງຄັດຈາກ VOV)

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ນະ​ຄ​ອນ​ ໂຮ່​ຈີມິນ ຕັ້ງ​ຄວາມຫວັງ​​ຈະຕ້ອນ​ຮັບ​ແຂກ​ທ່ອງ​ທ່ຽວ​ສາ​ກົນ 10 ລ້ານ​ເທື່ອ​ຄົນ​ໃນ​ປີ 2025

ໃນ 10 ເດືອນຜ່ານມາ, ນະຄອນ ໂຮ່ຈີມິນ ໄດ້ຕ້ອນຮັບແຂກທ່ອງທ່ຽວສາກົນເກືອບ 6,6 ລ້ານເທື່ອຄົນ, ເພີ່ມຂຶ້ນ 18% ເມື່ອທຽບໃສ່ໄລຍະດຽວກັນຂອງປີກາຍ. ສະເພາະເດືອນຕຸລາ, ນະຄອນດັ່ງກ່າວຕ້ອນຮັບແຂກທ່ອງທ່ຽວສາກົນກວ່າ 705.000 ເທື່ອຄົນ, ເພີ່ມຂຶ້ນ 19% ເມື່ອທຽບໃສ່ໄລຍະດຽວກັນ ແລະ ຕ້ອນຮັບແຂກທ່ອງທ່ຽວພາຍໃນປະເທດ 3,9 ລ້ານເທື່ອຄົນ.

Top