• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່າງກົດໝາຍວ່າດ້ວຍແຫຼ່ງຂໍ້ມູນຮັບໃຊ້ການຫັນປະເທດຊາດເປັນດີຈີຕອນ

ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບສູງໃນເລື່ອງສ້າງກົດໝາຍວ່າດ້ວຍແຫຼ່ງຂໍ້ມູນແມ່ນສຳຄັນ, ມີຄວາມຈຳເປັນ
ສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 8 (ພາບ: quochoi.vn)

ໂດຍສືບຕໍ່ລາຍການເຮັດວຽກຂອງກອງປະຊຸມສະໄໝສາມັນເທື່ອທີ 8, ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15, ຕອນເຊົ້າວັນທີ 08 ພະຈິກ, ຢູ່ ຮ່າໂນ້ຍ, ສະພາແຫ່ງຊາດ ໄດ້ປຶກສາຫາລືຢູ່ຫໍປະຊຸມກ່ຽວກັບຮ່າງກົດໝາຍວ່າດ້ວຍແຫຼ່ງຂໍ້ມູນ.

ບັນດາສະມາຊິກສະພາແຫ່ງຊາດໄດ້ເຫັນດີເປັນເອກະພາບສູງໃນເລື່ອງສ້າງກົດໝາຍວ່າດ້ວຍແຫຼ່ງຂໍ້ມູນແມ່ນສຳຄັນ, ມີຄວາມຈຳເປັນ, ຮີບດ່ວນເພື່ອຮັບປະກັນຄວາມຄົບຖ້ວນບັນດາເນື້ອໃນ, ໜ້າທີ່ເຊິ່ງລັດຖະບານໄດ້ກຳນົດໃນການຫັນເປັນດີຈີຕອນ; ເພີ່ມທະວີການນຳໃຊ້ແຫຼ່ງຂໍ້ມູນໃນຮາກຖານຂໍ້ມູນຮັບໃຊ້ວຽກງານຄຸ້ມຄອງລັດ, ພັດທະນາເສດຖະກິດ - ສັງຄົມໃຫ້ເປັນຢ່າງດີ… ທ່ານ ຫງວຽນດ້າຍທັງ, ສະມາຊິກສະພາແຫ່ງຊາດແຂວງ ຮືງອຽນ, ໃຫ້ຮູ້ວ່າ:

“ນີ້ແມ່ນຮ່າງກົດໝາຍສຳຄັນ, ມີຄວາມຈຳເປັນເພື່ອຮັບປະກັນການຫັນປະເທດຊາດເປັນດີຈີຕອນ, ສອດຄ່ອງກັບທ່າອ່ຽງລວມຂອງບັນດາປະເທດໃນໂລກ. ພ້ອມທັງ, ສ້າງພື້ນຖານນິຕິກຳຢ່າງຄົບຖ້ວນໃຫ້ແກ່ການຂຸດຄົ້ນ, ເຄື່ອນໄຫວຮາກຖານຂໍ້ມູນສັງລວມແຫ່ງຊາດ ແລະ ພັດທະນາສູນຂໍ້ມູນແຫ່ງຊາດ, ຮັບປະກັນຄວາມຄົບຊຸດ, ເປັນເອກະພາບຂອງລະບົບກົດໝາຍ”.

ຕອນບ່າຍວັນດຽວກັນ, ສະພາແຫ່ງຊາດໄດ້ປຶກສາຫາລືຢູ່ໜ່ວຍ, ກ່ຽວກັບ: ແຜນນະໂຍບາຍການລົງທຶນໂຄງການເປົ້າໝາຍແຫ່ງຊາດການປ້ອງກັນ, ຕ້ານຢາເສບຕິດຮອດປີ 2030; ຮ່າງກົດໝາຍປັບປຸງ, ເພີ່ມເຕີມບາງຂໍ້ມາດຕາຂອງກົດໝາຍວ່າດ້ວຍການໂຄສະນາ; ຮ່າງກົດໝາຍວ່າດ້ວຍທາດເຄມີ (ສະບັບປັບປຸງ).

(ແຫຼ່ງຄັດຈາກ VOV)

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ອັດ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 10 ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຊຸດ​ທີ 15

ພາຍຫຼັງໄດ້ດຳເນີນເປັນເວລາ 40 ວັນຢູ່ຫໍ່ປະຊຸມສະພາແຫ່ງຊາດຢູ່ນະຄອນຫຼວງ ຮ່າໂນ້ຍ, ຕອນບ່າຍວັນທີ 11 ທັນວາ, ກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15 ໄດ້ຈັດວາລະອັດກອງປະຊຸມ.

Top