• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮ່ວມແຮງຮ່ວມໃຈເພື່ອສ້າງສະພາບແວດລ້ອມດີຕີຕອນທີ່ປອດໄພໃຫ້ແກ່ເດັກນ້ອຍ ແລະ ໄວໜຸ່ມ

ວັນບຸນຄວາມປອດໄພທາງອອນລາຍຍັງຈັດເຂດວາງສະແດງແບບໂຕ້ຕອບ, ເຂົ້າເຖິງດ້ານເຕັກໂນໂລຢີ ພ້ອມດ້ວຍການເຄື່ອນໄຫວຫຼາຍຊ່ວຍໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າເຖິງ ສະຖານະການຕົວຈິງທາງອອນລາຍ
ເຂດ​ຈັດວັນບຸນແຫ່ງຄວາມປອດໄພທາງອອນລາຍ (ພາບ: VNA)

ຕອນ​ຄຳວັນທີ 31 ຕຸລາ, ຢູ່ ຮ່າ​ໂນ້ຍ, ໄດ້​ຈັດ​ພິທີເປີດວັນບຸນ​ແຫ່ງຄວາມປອດໄພທາງອອນລາຍ ເຊິ່ງ​ນອນ​ໃນ​ຂອບ​ເຂດບັ້ນເຄື່ອນ​ໄຫວ ບໍ່​ໂດດ​ດຽວ 2026. ​ບັ້ນ​ເຄື່ອນ​ໄຫວປີ 2026, ພາຍໃຕ້ຫົວຂໍ້ “ການເຊື່ອມຕໍ່ໂດຍບໍ່ເສຍ​ຫາຍ,” ​ມຸ່ງ​ໄປ​ເຖິງ​ການ​ຍົກ​ສ​ູງຄວາມຮັບຮູ້, ປະ​ກອບທັກສະ ແລະ ​ຊຸກ​ຍູ້ການຮ່ວມມືລະຫວ່າງຄອບຄົວ, ໂຮງຮຽນ, ອົງການຄຸ້ມ​ຄອງ, ອົງການຈັດຕັ້ງທາງສັງຄົມ ແລະ ​ວິ​ສາ​ຫະ​ກິດໃນການປົກປ້ອງເດັກນ້ອຍ, ໄວໜຸ່ມ​ທາງ​ອອນ​ລາຍ.

ວັນບຸນຄວາມປອດໄພທາງອອນລາຍຍັງ​ຈັດ​ເຂດວາງສະແດງແບບໂຕ້ຕອບ, ​ເຂົ້າ​ເຖິງ​ດ້ານເຕັກໂນໂລຢີ ພ້ອມດ້ວຍ​ການ​ເຄື່ອນ​ໄຫວ​ຫຼາຍ​ຊ່ວຍໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າເຖິງ ສະຖານະການຕົວຈິງ​ທາງອອນລາຍ, ຝຶກທັດ​ທັກສະການລະບຸຄວາມສ່ຽງ ແລະ ຄັດເລືອກ​ການ​ປະ​ພຶດທີ່ເໝາະສົມ.

(ແຫຼ່ງຄັດຈາກ VOV)

ກອງປະຊຸມ COP17 ໄດ້ບັນລຸຂໍ້ຕົກລົງເພື່ອຍູ້ໄວການກະທຳອະນຸລັກຮັກສາຊີວະນາໆພັນ

ກອງປະຊຸມ COP17 ໄດ້ບັນລຸຂໍ້ຕົກລົງເພື່ອຍູ້ໄວການກະທຳອະນຸລັກຮັກສາຊີວະນາໆພັນ

ກວ່າ 100 ປະເທດບັນລຸໄດ້ຂໍ້ຕົກລົງສຳຄັນ ເພື່ອຍູ້ໄວການກະທຳອະນຸລັກຮັກສາຊີວະນາໆພັນ, ປິດກອງປະຊຸມຄັ້ງທີ 17 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາຂອງ ສະຫະປະຊາຊາດ ກ່ຽວກັບຊີວະພາບນາໆພັນ

Top