ວັນບຸນຄວາມປອດໄພທາງອອນລາຍຍັງຈັດເຂດວາງສະແດງແບບໂຕ້ຕອບ, ເຂົ້າເຖິງດ້ານເຕັກໂນໂລຢີ ພ້ອມດ້ວຍການເຄື່ອນໄຫວຫຼາຍຊ່ວຍໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າເຖິງ ສະຖານະການຕົວຈິງທາງອອນລາຍ
ເຂດຈັດວັນບຸນແຫ່ງຄວາມປອດໄພທາງອອນລາຍ (ພາບ: VNA)
ຕອນຄຳວັນທີ 31 ຕຸລາ, ຢູ່ ຮ່າໂນ້ຍ, ໄດ້ຈັດພິທີເປີດວັນບຸນແຫ່ງຄວາມປອດໄພທາງອອນລາຍ ເຊິ່ງນອນໃນຂອບເຂດບັ້ນເຄື່ອນໄຫວ ບໍ່ໂດດດຽວ 2026. ບັ້ນເຄື່ອນໄຫວປີ 2026, ພາຍໃຕ້ຫົວຂໍ້ “ການເຊື່ອມຕໍ່ໂດຍບໍ່ເສຍຫາຍ,” ມຸ່ງໄປເຖິງການຍົກສູງຄວາມຮັບຮູ້, ປະກອບທັກສະ ແລະ ຊຸກຍູ້ການຮ່ວມມືລະຫວ່າງຄອບຄົວ, ໂຮງຮຽນ, ອົງການຄຸ້ມຄອງ, ອົງການຈັດຕັ້ງທາງສັງຄົມ ແລະ ວິສາຫະກິດໃນການປົກປ້ອງເດັກນ້ອຍ, ໄວໜຸ່ມທາງອອນລາຍ.
ວັນບຸນຄວາມປອດໄພທາງອອນລາຍຍັງຈັດເຂດວາງສະແດງແບບໂຕ້ຕອບ, ເຂົ້າເຖິງດ້ານເຕັກໂນໂລຢີ ພ້ອມດ້ວຍການເຄື່ອນໄຫວຫຼາຍຊ່ວຍໃຫ້ຜູ້ເຂົ້າຮ່ວມສາມາດເຂົ້າເຖິງ ສະຖານະການຕົວຈິງທາງອອນລາຍ, ຝຶກທັດທັກສະການລະບຸຄວາມສ່ຽງ ແລະ ຄັດເລືອກການປະພຶດທີ່ເໝາະສົມ.