• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮຸງກາຣີ ແລະ ສະໂລວາກີ ຮຽກຮ້ອງໃຫ້ ອີຢູ ເຊື່ອມຕໍ່ການເຈລະຈາກັບ ລັດເຊຍ ແລະ ຍົກເລີກຄຳສັ່ງລົງໂທດດ້ານພະລັງງານ

ວັນທີ 04 ເມສາ, ຮຸງກາຣີ ແລະ ສະໂລວາກີ ຮຽກຮ້ອງໃຫ້ສະຫະພາບ ເອີລົບ (ອີຢູ) ເຊື່ອມຕໍ່ການເຈລະຈາກັບ ລັດເຊຍ ແລະ ຍົກເລີກບັນດາຄຳສັ່ງລົງໂທດດ້ານພະລັງງານ ໃນສະພາບທີ່ລາຄາພະລັງງານຢູ່ ເອີລົບ ເພີ່ມຂຶ້ນສູງ.
    

ກ່າວ​ຄຳ​ເຫັນ​ພາຍ​ຫຼັງ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ໃນ​ວັນ​ທີ 04 ເມ​ສາ, ກັບ​ທ່ານ Viktor Orbán, ນາ​ຍົກ​ລັດ​ຖະ​ມົນ​ຕີ ຮຸງ​ກາ​ຣີ, ທ່ານ Robert Fico, ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ໂລ​ວາ​ກີ, ໃຫ້​ຮູ້​ວ່າ ອີ​ຢູ ຕ້ອງ​ສ້າງ​ສະ​ພາບ​ແວດ​ລ້ອມ​ດ້ານ​ການ​ເມືອງ - ນິ​ຕິ​ກຳ​ສະ​ດວກ ເພື່ອ​ໃຫ້​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ ກໍ​ຄື​ທົ່ວ​ກຸ່ມ​ສາ​ມາດ​ເພີ​ມ​ເຕີມ​ການ​ເກັບ​ຮັກ​ສາ​ນ້ຳ​ມັນ ແລະ ນ້ຳ​ມັນ​ບໍ​ຈາກ​ທຸກ​ແຫຼ່ງ​ສະ​ໜອງ​ທີ່​ສາ​ມາດ​ສອງ​ໜອງ​ໄດ້, ລວມ​ທັງຈາກ ລັດ​ເຊຍ. ຕາມ​ທ່ານ​ແລ້ວ, ບັນ​ດາ​ຄຳ​ສັ່ງ​ລົງ​ໂທດ​ຂອງ ອີ​ຢູ ແນ​ໃສ່​ຂົງ​ເຂ​ດ​ພະ​ລັງ​ງານຂອງ ລັດ​ເຊຍ ແມ່ນບໍ່​ເໝາະ​ສົມ​ໃນ​ສະ​ພາບ​ລາ​ຄາ​ພະ​ລັງ​ງານ​ເພີ່ມ​ຂຶ້​ນ​ສູງ​ຄື​ໃນ​ປະ​ຈຸ​ບັນ ແລະ ຕ້ອງ​ໄດ້​ຍົກ​ເລີກ​ໂດຍ​ໄວ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ Viktor Orbán, ກໍ່​ຍົກ​ອອກ​ຄຳ​ຖະ​ແຫຼງ​ທີ່​ຄ້າຍ​ຄື​ກັນ, ໃນ​ນັ້ນ​ເນັ້ນ​ໜັກ​ວ່າ ອີ​ຢູ ຕ້ອງ​ຢຸດ​ຕິ​ທຸກ​ຄຳ​ສັ່ງ​ລົງ​ໂທດ ແລະ ຂໍ້​ຈຳ​ກັດ​ສຳ​ລັບ​ພະ​ລັງ​ງານ​ຂອງ ລັດ​ເຊຍ ຍິ່ງ​ໄວ​ກໍ່​ຍິ່ງ​ດີ. ການ​ນຳ ຮຸງ​ກາ​ຣີ ກໍ່​ຮຽກ​ຮ້ອງ​ໃຫ້ ອີ​ຢູ ກໍ່​ຄວາມ​ກົດ​ດັ່ນ​ເພື່ອ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ຢູ​ແກຼນ ເຊື່ອມ​ຕໍ່​ຕໍ່​ສົ່ງ Druzhba ຄືນ​ໃໝ່, ພ້ອມ​ກັນ​ນັ້ນ ຕຳ​ໜິ​ຕິ​ຕຽນ​ແຜນ​ການ​ຂອງ ອີ​ຢູ ທີ່​ຕັດ​ແຫຼ່ງ​ສະ​ໜອງ​ຈາກ​ພະ​ລັງ​ງານ​ຈາກ ລັດ​ເຊຍ ຢ່າງ​ແຮງ, ແທນ​ທີ່ນັ້ນ​ແມ່ນ​ຫັນ​ໄປ​ສູ່​ນະ​ໂຍ​ບາຍ​ພະ​ລັງ​ງານ​ແພງກວ່າ.

(ແຫຼ່ງຄັດຈາກ VOV)

ພາກ​ທີ1 ຂອງກອງ​ປະ​ຊຸມ​ຄັ້​ງ​ປະ​ຖົມ​ມະ​ລຶກ​ຂອງ ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ XVI ໄດ້​ສຳ​ເລັດ​ເນື້ອ​ໃນ​ໂຄງ​ການ

ພາກ​ທີ1 ຂອງກອງ​ປະ​ຊຸມ​ຄັ້​ງ​ປະ​ຖົມ​ມະ​ລຶກ​ຂອງ ສະ​ພາ​ແຫ່ງ​ຊ​າດ​ຊຸດ​ທີ XVI ໄດ້​ສຳ​ເລັດ​ເນື້ອ​ໃນ​ໂຄງ​ການ

ພາກ​ທີ 1 ຂອງກອງ​ປະ​ຊຸມ​ຄັ້ງ​ປະ​ຖົມ​ມະ​ລຶກ, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ XVI ໄດ້​ແກ່​ຍາວ​ແຕ່​ວັນ​ທີ 6 ເມ​ສາ ຫາ​ວັນ​ທີ 12 ເມ​ສາ 2026, ຢູ່​ຮ່າ​ໂນ້ຍ ໄດ້​ປະ​ຕິ​ບັດ​ສຳ​ເລັດ​ເນື້ອ​ໃນ​ໂຄງ​ການ​ວາງ​ອອກ. ສະ​ພາ​ແຫ່ງ​ຊາດ​ໄດ້​ສຸມ​ໃສ່​ເຂົ້າ​ວຽກ​ງານ​ບຸກ​ຄະ​ລາ​ກອນ.

Top