• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮາ​ມາດ​ສ, ອິ​ດ​ສະ​ຣາ​ແອັນ ຖີ້ມ​ໂທດ​ໃຫ້​ກັນ ກ່ຽວ​ກັບ​ການ​ເລື່ອນ​ການ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຢຸດ​ຍິງ

ອິດສະຣາແອັນ ບັນລຸໄດ້ບັນດາເງື່ອນໄຂໃໝ່ ກ່ຽວຂ້ອງເຖິງການຖອນກຳລັງທະຫານ, ການຢຸດຍິງ, ນັກໂທດ ແລະ ການກັບຄືນເມືອປະເທດຂອງຜູ້ອົບພະຫຍົບ, ສິ່ງດັ່ງກ່າວໄດ້ເຮັດໃຫ້ວິວັດທະນາການບັນລຸໄດ້ຂໍ້ຕົກລົງຊ້າລົງ.
ທະຫານບົກ ອິດສະຣາແອັນ ໄດ້ຮັບການຜັນຂະຫຍາຍຢູ່ນະຄອນ Khan Yunis, ເຂດ Gaza (ພາບ: THX/TTXVN)

ວັນທີ 25 ທັນວາ, ຂະບວນການອິດສະລາມ ຮາມາດສ ແລະ ອິດສະຣາແອັນ ສືບຕໍ່ຖີ້ມໂທດໃຫ້ກັນກ່ຽວກັບການເລື່ອນວັນເວລາດຳເນີນການລົງນາມໃນຂໍ້ຕົກລົງຢຸດຍິງ ເຖິງວ່າໃນຊຸມວັນຜ່ານມາ, ທັງສອງຝ່າຍລ້ວນແຕ່ເຜີຍໃຫ້ຮູ້ວ່າ ບັນລຸໄດ້ຄວາມຄືບໜ້າຫຼາຍຢ່າງໃນການເຈລະຈາຄັ້ງຕ່າງໆ.

ໃນຖະແຫຼງການ, ຮາມາດສ ໃຫ້ຮູ້ວ່າ ອິດສະຣາແອັນ ບັນລຸໄດ້ບັນດາເງື່ອນໄຂໃໝ່ ກ່ຽວຂ້ອງເຖິງການຖອນກຳລັງທະຫານ, ການຢຸດຍິງ, ນັກໂທດ ແລະ ການກັບຄືນເມືອປະເທດຂອງຜູ້ອົບພະຫຍົບ, ສິ່ງດັ່ງກ່າວໄດ້ເຮັດໃຫ້ວິວັດທະນາການບັນລຸໄດ້ຂໍ້ຕົກລົງຊ້າລົງ.

ກົງກັນຂ້າມ, ທ່ານນາຍົກລັດຖະມົນຕີ ອິດສະຣາແອັນ Benjamin Netanyahu ກ່າວຫາ ຮາມາດສ ພວມຫັນຫຼັງໃສ່ບັນດາຂໍ້ຕົກລົງທີ່ບັນລຸໄດ້ ແລະ ກໍ່ຄວາມວຸ້ນວາຍໃຫ້ແກ່ການເຈລະຈາ. ເຖິງຢ່າງໃດກໍຕາມ, ທັງສອງຝ່າຍ ຢັ້ງຢືນວ່າ ຈະສືບຕໍ່ມານະພະຍາຍາມເພື່ອບັນລຸໄດ້ຂໍ້ຕົກລົງ. ບັນດານັກເຈລະຈາ ອິດສະຣາແອັນ ໄດ້ກັບຄືນເມືອປະເທດໃນຕອນຄ່ຳວັນທີ 24 ທັນວາ ເພື່ອປຶກສາຫາລືກ່ຽວກັບຂໍ້ຕົກລົງຕົວປະກັນ.

(ແຫຼ່ງຄັດຈາກ VOV)

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໂຕ​ເລິມ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ກອງ​ປະ​ຊຸມ​ວັດ​ທະ​ນະ​ທຳ​ທົ່ວ​ປະ​ເທດ​ຄັ້ງ​ທີ 1

ໃນ​ສັງ​ກາດ​ພັດ​ທະ​ນາ​ໃໝ່, ມະ​ຕິ​ເລກ​ທີ 80 ຂອງ​ກົມ​ການ​ເມືອງ ແລະ ມະ​ຕິ​ເລກ​ທີ 28 ຂອງ​ສະ​ພາ​ແຫ່ງ​ຊາດ​ໄດ້​ກຳ​ນົດ​ບັນ​ດາ​ແຜນນ​ະ​ໂຍ​ບາຍ, ນະ​ໂຍ​ບາຍ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ.

Top