ຂ່າວສານ
ຮັບປະກັນຄວາມຍຸຕິທຳໃນການເຂົ້າເຖິງການສຶກສາ, ສືບຕໍ່ຍົກສູງຄຸນນະພາບການສຶກສາ
ຮັບປະກັນຄວາມຍຸຕິທຳໃນການເຂົ້າເຖິງການສຶກສາ, ສືບຕໍ່ຍົກສູງຄຸນນະພາບການສຶກສາ. ນີ້ແມ່ນຈຸດລວມໃນຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການເຜີຍແຜ່ການສຶກສາຂັ້ນອະນຸບານພາກພາກບັງຄັບໃຫ້ແກ່ເດັກນ້ອຍອາຍຸແຕ່ 3 ຫາ 5 ປີ ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຍົກເວັ້ນ, ໜູນຊ່ວຍຄ່າຮຽນສຳລັບເດັກອະນຸບານ, ນັກຮຽນສາມັນ, ຜູ້ຮຽນຫຼັກສູດການສຶກສາສາມັນຢູ່ບັນດາຮາກຖານການສຶກສາໃນລະບົບການສຶກສາແຫ່ງຊາດ. ຮ່າງມະຕິ 2 ສະບັບດັ່ງກ່າວ ໂດຍທ່ານລັດຖະມົນຕີກະຊວງສຶກສາ ຫວຽດນາມ ຫງວຽນກິມເຊີນ ນຳສະເໜີຕໍ່ສະພາແຫ່ງຊາດໃນຕອນເຊົ້າວັນທີ 22 ພຶດສະພາ, ຢູ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຊຸດທີ XV, ເຊິ່ງພວມດຳເນີນຢູ່ ຮ່າໂນ້ຍ.
ກ່ຽວກັບເນື້ອໃນການເຜີຍແຜ່ການສຶກສາຂັ້ນອະນຸບານພາກບັງຄັບໃຫ້ແກ່ເດັກອະນຸບານ ແຕ່ 3 ຫາ 5 ປີນັ້ນ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ຊີ້ແຈ້ງວ່າ: ມະຕິສະບັບດັ່ງກ່າວມຸ່ງໄປເຖິງການເຮັດສຳເລັດການເຜີຍແຜ່ການສຶກສາຂັ້ນອະນຸບານພາກບັງຄັບ ສຳລັບເດັກອະນຸບານແຕ່ 3 ຫາ 5 ປີໃນຂອບເຂດທົ່ວປະເທດ ໃນປີ 2030.
ສຳລັບຮ່າງມະຕິວ່າດ້ວຍການຍົກເວັ້ນ, ໜູນຊ່ວຍຄ່າຮຽນສຳລັບເດັກນ້ອຍອະນຸບານ, ນັກຮຽນສາມັນ, ຜູ້ຮຽນຫຼັກສູດການສຶກສາສາມັນ ຢູ່ບັນດາຮາກຖານການສຶກສາໃນລະບົບການສຶກສາແຫ່ງຊາດນັ້ນ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ໃຫ້ຮູ້ວ່າ:
“ຮ່າງມະຕິໄດ້ກຳນົດກ່ຽວກັບການຍົກເວັ້ນຄ່າຮຽນສຳລັບເດັກອະນຸບານ, ນັກຮຽນສາມັນ, ຜູ້ຮຽນຫຼັກສູດການສຶກສາສາມັນຢູ່ບັນດາຮາກຖານການສຶກສາຂອງລັດ; ໜູນຊ່ວຍຄ່າຮຽນສຳລັບເດັກອະນຸບານ, ນັກຮຽນສາມັນ, ຜູ້ຮຽນຕາມຫຼັກສູດການສຶກສາສາມັນຢູ່ບັນດາຮາກຖານການສຶກສາເອກະຊົນ ເພື່ອແນໃສ່ສ້າງຄວາມຍຸຕິທຳໃນການເຂົ້າເຖິງການສຶກສາ ແລະ ບໍ່ໄປຝືນກັບຂໍ້ກຳນົດຢູ່ ລັດຖະທຳມະນູນປີ 2013 ແລະ ບົດສະຫຼຸບ, ຊີ້ນຳຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ.”