• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ພ້ອມ​ແລ້ວທີ່​ຈະ​ຮ່ວມ​ມື, ສ້າງ​ບັນ​ດາ​ໂຄງ​ການ​ເຊື່ອມ​ຕໍ່​ສະ​ມາ​ຊິກ​ສະ​ພາແຫ່ງ​ຊາດ​ເພດ​ຍິງ ອາ​ຊຽນ

ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ປາດ​ຖະ​ໜາ​, ພ້ອມ​ແລ້ວທີ່​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ລັດ​ຖະ​ສະ​ພາ ອາ​ຊຽນ ໃນ​ການ​ສ້າງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ເຊື່ອມ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເພດ​ຍິງ ອາ​ຊຽນ
  ຄະ​ນະ​ຜູ້​ແທນ ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຄັ້ງ​ທີ 5 ຂອງ ຄະ​ນະ​ປະ​ສານ​ງານ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍິງ ອາ​ຊຽນ (ພາບ: quochoi.vn)  

ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຄັ້ງ​ທີ 5 ຂອງ ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍິງ AIPA (WAIPA) ວັນ​ທີ 27 ເມ​ສາ, ຕາງ​ໜ້າ​ສະ​ມາ​ຊິກ​ສະ​ພາ​ແຫ່​ງ​ຊາດ​ເຄື່ອນ​ໄຫວ​ສະ​ເພາະ​ກິດ​ຢູ່​ກຳ​ມາ​ທິ​ການ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະ​ຫງົບ ແລະ ການ​ໂອ້​ລົມ​ສົນ​ທະ​ນາ​ຂອງ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ ທ້າຍ​ກິ່ງ​ມາຍ​ຢຸງ ເນັ້ນ​ໜັກ​ວ່າ ຫວຽດ​ນາມ ສືບ​ຕໍ່​ຮັກ​ສາ​ຢ່າງ​ໜ້ອຍ​ສຸດ 35% ຈຳ​ນວນແມ່​ຍິງ ໃນ​ບັນ​ຊີ​ລາຍ​ຊື່​ອອກ​ສະ​ໝັກ​ຮັ​ບ​ເລືອກ​ຕັ້ງ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ ແລະ ສະ​ພາ​ປະ​ຊາ​ຊົນ​ໃນ​ອາ​ຍຸ​ການ 2026 – 2031.

ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຈະ​ບູ​ລະ​ນະ​ກຸ່ມ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເພດ​ຍິງ ຊຸດ​ທີ XVI ໂດຍ​ໄວ. ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ປາດ​ຖະ​ໜາ​, ພ້ອມ​ແລ້ວທີ່​ຈະ​ຮ່ວມ​ມື​ກັບ​ບັນ​ດາ​ລັດ​ຖະ​ສະ​ພາ ອາ​ຊຽນ ໃນ​ການ​ສ້າງ​ບັນ​ດາ​ການ​ເຄື່ອນ​ໄຫວ​ແທດ​ຈິງ, ເຊື່ອມ​ຕໍ່​ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ​ເພດ​ຍິງ ອາ​ຊຽນ ເພື່ອ​ພ້ອມ​ກັນ​ແບ່ງ​ປັນ​ກ່ຽວ​ກັບ​ບັນ​ຫາ​ຫົວ​ຂໍ້​ ​ໃນ​ພາກ​ພື້ນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ​ການ​ຫັນ​ເປັນ​ດີ​ຈີ​ຕອນ, ເສດ​ຖະ​ກິດ​ດີ​ຈີ​ຕອນ ແລະ ຄວາມ​ປອດ​ໄພ​ທາງ​ໄຊ​ເບີ​ໃຫ້​ແກ່​ບັນ​ດາ​ສະ​ມາ​ຊິກ​ລັດ​ຖະ​ສະ​ພາ​ຍິງ.

(ແຫຼ່ງຄັດຈາກ VOV)

ຫວຽດ​ນາມ​ເປັນ​ປະ​ທານ​ວາ​ລະ​ໄຂ​ກອງ​ປະ​ຊຸມ ກວດ​ກາ​ຕີ​ລາ​ຄາ​ສົນ​ທິ​ສັນ​ຍາ NPT ຄັ້ງ​ທີ 11

ຫວຽດ​ນາມ​ເປັນ​ປະ​ທານ​ວາ​ລະ​ໄຂ​ກອງ​ປະ​ຊຸມ ກວດ​ກາ​ຕີ​ລາ​ຄາ​ສົນ​ທິ​ສັນ​ຍາ NPT ຄັ້ງ​ທີ 11

ຫວຽດ​ນາມ ໃນ​ບົດ​ບາດ​ເປັນ​ປະ​ທານກອງ​ປະ​ຊຸມ ໄດ້​ສະ​ແດງ​​ໃຫ້​ເຫັນການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ ແລະ ​ການກະ​ກຽມ​ຢ່າງ​ລອບ​ຄອບ​ຖີ່​ຖ້ວນ.

Top