ຂ່າວສານ

ຮັບ​ປະ​ກັນ​ຄວາມ​ຍຸ​ຕິ​ທຳ​ໃນ​ການ​ເຂົ້າ​ເຖິງ​ການ​ສຶກ​ສາ, ສືບ​ຕໍ່​ຍົກ​ສູງ​ຄຸ​ນ​ນະ​ພາບ​ການ​ສຶກສາ

“ຮ່າງມະຕິໄດ້ກຳນົດກ່ຽວກັບການຍົກເວັ້ນຄ່າຮຽນສຳລັບເດັກອະນຸບານ, ນັກຮຽນສາມັນ, ຜູ້ຮຽນຫຼັກສູດການສຶກສາສາມັນຢູ່ບັນດາຮາກຖານການສຶກສາຂອງລັດ; ໜູນຊ່ວຍຄ່າຮຽນສຳລັບເດັກອະນຸບານ, ນັກຮຽນສາມັນ, ຜູ້ຮຽນຕາມຫຼັກສູດການສຶກສາສາມັນຢູ່ບັນດາຮາກຖານການສຶກສາເອກະຊົນ..."
ທ່ານລັດຖະມົນຕີ ກະຊວງສຶກສາ ຫວຽດນາມ ຫງວຽນກິມເຊີນ (ພາບ: ສະພາແຫ່ງຊາດ)

ຮັບປະກັນຄວາມຍຸຕິທຳໃນການເຂົ້າເຖິງການສຶກສາ, ສືບຕໍ່ຍົກສູງຄຸນນະພາບການສຶກສາ. ນີ້ແມ່ນຈຸດລວມໃນຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການເຜີຍແຜ່ການສຶກສາຂັ້ນອະນຸບານພາກພາກບັງຄັບໃຫ້ແກ່ເດັກນ້ອຍອາຍຸແຕ່ 3 ຫາ  5 ປີ ແລະ ຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບການຍົກເວັ້ນ, ໜູນຊ່ວຍຄ່າຮຽນສຳລັບເດັກອະນຸບານ, ນັກຮຽນສາມັນ, ຜູ້ຮຽນຫຼັກສູດການສຶກສາສາມັນຢູ່ບັນດາຮາກຖານການສຶກສາໃນລະບົບການສຶກສາແຫ່ງຊາດ. ຮ່າງມະຕິ 2 ສະບັບດັ່ງກ່າວ ໂດຍທ່ານລັດຖະມົນຕີກະຊວງສຶກສາ ຫວຽດນາມ ຫງວຽນກິມເຊີນ ນຳສະເໜີຕໍ່ສະພາແຫ່ງຊາດໃນຕອນເຊົ້າວັນທີ 22 ພຶດສະພາ, ຢູ່ກອງປະຊຸມສະໄໝສາມັນເທື່ອທີ 9 ສະພາແຫ່ງຊາດ ຊຸດທີ XV, ເຊິ່ງພວມດຳເນີນຢູ່ ຮ່າໂນ້ຍ.   

ກ່ຽວກັບເນື້ອໃນການເຜີຍແຜ່ການສຶກສາຂັ້ນອະນຸບານພາກບັງຄັບໃຫ້ແກ່ເດັກອະນຸບານ ແຕ່ 3 ຫາ 5 ປີນັ້ນ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ຊີ້ແຈ້ງວ່າ: ມະຕິສະບັບດັ່ງກ່າວມຸ່ງໄປເຖິງການເຮັດສຳເລັດການເຜີຍແຜ່ການສຶກສາຂັ້ນອະນຸບານພາກບັງຄັບ ສຳລັບເດັກອະນຸບານແຕ່ 3 ຫາ 5 ປີໃນຂອບເຂດທົ່ວປະເທດ ໃນປີ 2030.

ສຳລັບຮ່າງມະຕິວ່າດ້ວຍການຍົກເວັ້ນ, ໜູນຊ່ວຍຄ່າຮຽນສຳລັບເດັກນ້ອຍອະນຸບານ, ນັກຮຽນສາມັນ, ຜູ້ຮຽນຫຼັກສູດການສຶກສາສາມັນ ຢູ່ບັນດາຮາກຖານການສຶກສາໃນລະບົບການສຶກສາແຫ່ງຊາດນັ້ນ, ທ່ານລັດຖະມົນຕີ ຫງວຽນກິມເຊີນ ໃຫ້ຮູ້ວ່າ:

“ຮ່າງມະຕິໄດ້ກຳນົດກ່ຽວກັບການຍົກເວັ້ນຄ່າຮຽນສຳລັບເດັກອະນຸບານ, ນັກຮຽນສາມັນ, ຜູ້ຮຽນຫຼັກສູດການສຶກສາສາມັນຢູ່ບັນດາຮາກຖານການສຶກສາຂອງລັດ; ໜູນຊ່ວຍຄ່າຮຽນສຳລັບເດັກອະນຸບານ, ນັກຮຽນສາມັນ, ຜູ້ຮຽນຕາມຫຼັກສູດການສຶກສາສາມັນຢູ່ບັນດາຮາກຖານການສຶກສາເອກະຊົນ ເພື່ອແນໃສ່ສ້າງຄວາມຍຸຕິທຳໃນການເຂົ້າເຖິງການສຶກສາ ແລະ ບໍ່ໄປຝືນກັບຂໍ້ກຳນົດຢູ່ ລັດຖະທຳມະນູນປີ 2013 ແລະ ບົດສະຫຼຸບ, ຊີ້ນຳຂອງກົມການເມືອງ, ຄະນະເລຂາທິການສູນກາງພັກ.”


top