• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນໃຫ້ຊາວ ນະຄອນໂຮ່ຈີມິນ ມີຊີວິດການເປັນຢູ່ເປັນປົກກະຕິ, ມີຄວາມໝັ້ນໃຈເພື່ອປ້ອງກັນຕ້ານໂລກລະບາດໂຄວິດ -19

      ນັບແຕ່ວັນທີ 23 ສິງຫາ, ມີພະນັກງານ, ນັກຮົບຫລາຍໆພັນຄົນທີ່ຂຶ້ນກັບຫລາຍກົມກອງແຕກຕ່າງກັນຂອງກອງທັບ ໄດ້ຮັບການຜັນຂະຫຍາຍ, ເພີ່ມທະວີຫນູນຊ່ວຍວຽກງານປ້ອງກັນຕ້ານໂລກລະບາດໂຄວິດ -19 ໃຫ້ແກ່ນະຄອນໂຮ່ຈີມິນ. ໂດຍມີການຊ່ວຍເຫລືອຈາກທະຫານ ກໍ່ຄື ກຳລັງອື່ນຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຕ່າງໆໃນນະຄອນນັບມື້ນັບໄດ້ຮັບປະກັນ. ຄວາມສຸດຈິດສຸດໃຈ, ນ້ຳໃຈຮັກແພງຊ່ວຍເຫລືອປະຊາຊົນຂອງບັນດານັກຮົບ, ໄດ້ເຮັດໃຫ້ປະຊາຊົນມີຄວາມອຸ່ນອ່ຽນໃຈກວ່າໃນບັ້ນຕໍ່ສູ້ຕ້ານໂລກລະບາດ.
ພະນັກງານ, ນັກຮົບ ທະຫານເຂດ 7 ມອບເຄື່ອງໃຊ້ທີ່ຈຳເປັນ ແລະ ເງິນສົດຊ່ວຍເຫລືອປະຊາຊົນປະສົບກັບຄວາມຫຍຸ້ງຍາກຍ້ອນວ່າງງານຢູ່ເມືອງ 7
      ໂດຍຕັ້ງຢູ່ໃກ້ກັບເຂດຜະລິດສົ່ງອອກ ແລະ ຫ່າງຈາກໃຈກາງນະຄອນ ໂຮ່ຈີມິນ ບໍ່ໄກ, ເມືອງ 7 ແມ່ນບ່ອນພັກພິງລວມສູນຂອງຫຼາຍຄອບຄົວກຳມະກອນ ແລະ ພໍ່ຄ້າຊາວຂາຍ. ໄລຍະຜ່ານມາ ເມື່ອອຳນາດການປົກຄອງນະຄອນ ຈັດວາງມາດຕະການແຍກຫ່າງສັງຄົມເພື່ອປ້ອງກັນຕ້ານໂລກລະບາດ, ຊີວິດການເປັນຢູ່ຂອງບັນດາຄອບຄົວຢູ່ທີ່ນີ້ກໍ່ປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ ຍ້ອນບໍ່ມີລາຍຮັບ. ຄາບເຂົ້າແຕ່ລະວັນສ່ວນຫລາຍແມ່ນອີງໃສ່ການຫນູນຊ່ວຍຈາກອຳນາດການປົກຄອງທ້ອງຖິ່ນ ແລະ ການເຄື່ອນໄຫວກຸສົນ.ເພາະສະນັ້ນ ເມື່ອກຳລັງທະຫານມາມອບເຂົ້າສານ, ອາຫານ ພ້ອມກັບເງິນສົດ, ປະຊາຊົນຢູ່ທີ່ນີ້ກໍ່ມີຄວາມດີໃຈ ແລະ ຕື້ນຕັນໃຈຫລາຍ. ປ້າ ໂດ໊ທິລົວະ ອາຍຸ 65 ປີ ມາຈາກແຂວງ ທ໊າຍບີ່ງ ແບ່ງປັນວ່າ:
      ຄອບຄົວຂ້າພະເຈົ້າຢູ່ພາກເຫນືອໄດ້ມາດຳລົງຊີວິດ ແລະ ທຳມາຫາກິນດ້ວຍອາຊີບຄ້າຂາຍສິນຄ້າຢູ່ທີ່ນີ້. ສະພາບການປະຈຸບັນແມ່ນຫຍຸ້ງຍາກຫລາຍ. ຍ້ອນຜົນສະທ້ອນຈາກໂລກລະບາດສະນັ້ນຈຶ່ງ ຄ້າຂາຍບໍ່ໄດ້,3 ເດືອນມານີ້ແມ່ນບໍ່ມີລາຍຮັບຫຍັງເລີຍ. ເມື່ອໄດ້ຮັບຄວາມເອົາໃຈໃສ່ ຊ່ວຍເຫລືອຈາກທະຫານ ພວກຂ້າພະເຈົ້າດີໃຈຫລາຍ ແລະ ຂໍຂອບອົກຂອບໃຈນຳທະຫານທີ່ໄດ້ມີຄວາມຮັກແພງຊ່ວຍເຫລືອປະຊາຊົນໃນຊ່ວງເວລາເກີດໂລກລະບາດ.”
ທະຫານເຂດ 4 ຈັດຕັ້ງການແຈກຢາຍສະບຽງອາຫານໃຫ້ປະຊາຊົນຢູ່ເມືອງ ບີ່ງແຈງ
      ມີຄວາມປິຕິຊົມຊື່ນ ແລະ ຕື້ນຕັນໃຈເຊັ່ນດຽວກັນ, ຄອບຄົວອ້າຍ ຟ້າມຕ໊ວນກຽດ ລວມມີ 7 ຄົນ  ຢູ່ເບ໊ນເວິນໂດ່ນ ເມືອງ 4 ດີໃຈຫລາຍເມື່ອພະນັກງານ ນັກຮົບ ລົງມອບເຄື່ອງຂອງໃຊ້ທີ່ຈຳເປັນ ພ້ອມກັບເງິນສົດ 1 ລ້ານດົ່ງ. ກ່ອນຫນ້ານີ້ ຊີວິດການເປັນຢູ່ຂອງຄອບຄົວອ້າຍ ກຽດປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງ, ຂາດໆເຂີນໆ. ແຕ່ມາບັດນີ້ ຄອບຄົວອ້າຍກໍ່ຄືຫຼາຍຮ້ອຍຄອບຄົວອື່ນຢູ່ໃນເຂດເມື່ອໄດ້ຮັບເຄື່ອງຊ່ວຍເຫຼືອທີ່ຈຳເປັນໂດຍກຳລັງທະຫານມາມອບໃຫ້ໃນໂອກາດນີ້ ອ້າຍ ຟ້າມຕ໊ວນກຽດ ຮູ້ສຶກໝັ້ນໃຈ ແລະ ອຸ່ນອ່ຽນໃຈກວ່າເພື່ອພ້ອມກັບວົງຄະນາຍາດ,ຊຸມຊົນສືບຕໍ່ປະຕິບັດມາດຕະການປ້ອງກັນຕ້ານໂລກລະບາດໃຫ້ຂ້ຽວຂາດກວ່າ.
      ໂລກລະບາດແກ່ຍາວ ສະນັ້ນຈຶ່ງບໍ່ມີທັນຍາຫານ ແລະ ບໍ່ມີເງິນເພື່ອມາໃຊ້ຈ່າຍເຂົ້າໃນການດຳລົງຊີວິດ. ເມື່ອໄດ້ຮັບການຊ່ວຍເຫລືອຈາກກຳລັງທະຫານ ຂ້າພະເຈົ້າຮູ້ສຶກດີໃຈຫລາຍ, ມີຄວາມອຸ່ນອ່ຽນໃຈກວ່າ ຍ້ອນວ່າໃນຈຸດເວລານີ້ຖ້າບໍ່ມີເງິນອຸດຫນູນຈາກພາກລັດ ແລະ ກອງທັບນັ້ນ ແນ່ນອນວ່າຍາກທີ່ຜ່ານຜ່າໄດ້”
      ທ້າຍເດືອນສິງຫາ ມີພະນັກງານ ນັບຮົບກວ່າ 4000 ຄົນມາຈາກຫົວຫນ່ວຍ, ກົມກອງທະຫານເຂດ 7, ເຂດ 9  ແລະ ພະຍາບານ ທ່ານໝໍນັບຮ້ອຍໆຄົນຈາກຫົວຫນ່ວຍເສນາຮັກຂຶ້ນກັບກະຊວງປ້ອງກັນປະເທດ ໄດ້ສົ່ງມາຕ້ານໂລກລະບາດຢູ່ນະຄອນ ໂຮ່ຈີມິນ ເພີ່ມຕື່ມອີກ. ພັນໂທ ຫງວຽນເຟືອກຈູງເຮົ້າ ຮອງຫົວຫນ້າການເມືອງ ກອງພົນ 302 ທະຫານເຂດ 7 ຢືນຢັນວ່າ:
      ອີງຕາມຄຳຮຽກຮ້ອງຕ້ອງການຂອງແຕ່ລະຕາແສງ, ແຕ່ລະເມືອງ, ທຸກມື້ ຈະມີຫນ້າທີ່ລະອຽດ. ພວກຂ້າພະເຈົ້າໄດ້ຈັດຕັ້ງຜູ້ໄປຮັບ,ຂົນ,ແບກຫີ້ວເຄື່ອງໃຊ້ທີ່ຈຳເປັນຈາກຂັ້ນເທິງສົ່ງມາແລ້ວ ແລະໄດ້ເອົາໄປໃຫ້ຕາແສງ, ແຈກຢາຍໃຫ້ແຕ່ລະຄອບຄົວ. ນອກຈາກກຳລັງນີ້ແລ້ວ ພວກຂ້າພະເຈົ້າຍັງມີພະຍາບານ ທ່ານໝໍ ຫລາຍໆຄົນເຂົ້າຮ່ວມແບບເຄື່ອນທີ່ ກຽມພ້ອມຫນູນຊ່ວຍທ້ອງຖິ່ນໃນການເອົາຕົວຢ່າງມາວິໄຈຫາເຊື້ອ”
      ໂດຍມີການເຂົ້າຮ່ວມຢ່າງທັນການ, ຕັ້ງຫນ້າຂອງກຳລັງທະຫານຢູ່ຈຸດໃຈກາງແຜ່ລະບາດຂອງພະຍາດ,ນະຄອນໂຮ່ຈີມິນ ພວມໄດ້ຮັບຄວາມເຊື່ອໝັ້ນ ແລະ  ກຳລັງແຮງຕື່ມອີກເພື່ອໃຫ້ອຳນາດການປົກຄອງ ແລະ ປະຊາຊົນຢູ່ທີ່ນີ້ ສືບຕໍ່ຢຶດໝັ້ນ,ມາພະຍາຍາມປະຕິບັດມາດຕະການປ້ອງກັນ ຕ້ານໂລກລະບາດໃຫ້ມີປະສິດທິຜົນ, ຄວບຄຸມສະພາບການເທື່ອລະກ້າວ ແລະ ກ້າວໄປເຖິງການຍູ້ໂລກລະບາດໃຫ້ຖອຍໄປ.
(ແຫຼ່ງຄັດຈາກ VOV)

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ທ່ານ​ປະ​ທານ​ປະ​ເທດ: ວັດ​ທະ​ນະ​ທຳ​ແມ່ນ​ກຳ​ລັງ​ຊີ​ວິດ​ຂອງ​ຊາດ

ຕອນເຊົ້າວັນທີ 30 ກັນຍາ, ຢູ່ນະຄອນ ຫາຍຝ່ອງ ໄດ້ດຳເນີນກອງປະຊຸມຜູ້ແທນນັກປະພັນອາວຸໂສຄັ້ງທີ 1 ໂດຍສະມາຄົມນັກປະພັນ ຫວຽດນາມ ຈັດຂຶ້ນ.

Top