• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນສິນຄ້າຜ່ານແດນໄດ້ສົ່ງອອກ-ນຳເຂົ້າຕະຫຼອດໂອກາດປີໃໝ່

      ດ່ານຊາຍແດນທາງທະເລນັ້ນ, ກະຊວງການເງິນກໍ່ໄດ້ປະກາດໃຊ້ເອກະສານແກ້ໄຂສິນຄ້າອຸດຕັນຢູ່ເຂດຊາຍແດນທາງທະເລ.
(ພາບປະກອບ:laocaitv.vn)
      ກ່ອນ, ໃນ ແລະ ພາຍຫຼັງປີໃໝ່ ແມ່ນຈຸດເວລາຕ້ອງການຊື້ເຄື່ອງຂອງເພີ່ມຂຶ້ນສູງ, ສິນຄ້າສົ່ງອອກ-ນຳເຂົ້າຜ່ານແດນກໍ່ຈະເພີ່ມຂຶ້ນ. ດ້ວຍຈິດໃຈໜູນຊ່ວຍການເຄື່ອນໄຫວສົ່ງອອກ-ນຳເຂົ້າຂອງວິສາຫະກິດຢ່າງສຸດຂີດນັ້ນ, ຂະແໜງພາສີຈາກກົມໃຫຍ່ຕະຫຼອດຮອດຫົວໜ່ວຍພາສີດ່ານຊາຍແດນທາງບົກ, ທາງທະເລ, ທາງການບິນ ໄດ້ປະຈຳການຕະຫຼອດ 24 ຊົ່ວໂມງ ແລະ ມີບັນດາການຊີ້ນຳ, ມາດຕະການຢ່າງລະອຽດ ເພື່ອໃຫ້ສິນຄ້າຜ່ານແດນ ແຕ່ກໍ່ຮັບປະກັນວຽກງານຄຸ້ມຄອງສິນຄ້າສົ່ງອອກ-ນຳເຂົ້າ.
        ທ່ານ ເອົາແອັງຕວນ, ຫົວໜ້າກົມຕິດຕາມກວດກາ, ຄຸ້ມຄອງກ່ຽວກັບພາສີ, ກົມໃຫຍ່ພາສີໃຫ້ຮູ້ວ່າ:
        “ຢູ່ດ່ານຊາຍແດນທາງທະເລນັ້ນ, ກະຊວງການເງິນກໍ່ໄດ້ປະກາດໃຊ້ເອກະສານແກ້ໄຂສິນຄ້າອຸດຕັນຢູ່ເຂດຊາຍແດນທາງທະເລ. ພ້ອມທັງປະກາດໃຊ້ແຈ້ງການ ໂດຍອະນຸຍາດໃຫ້ວິສາຫະກິດມອບໃບບິນເອເລັກໂຕນິກ ແທນໃຫ້ໃບບິນທີ່ເປັນປະເພນີ, ເພື່ອປະຕິບັດການຜ່ານແດນໂດຍໄວ. ໄປຄຽງຄູ່ກັນນັ້ນ, ຕ້ອງຮັບປະກັນວຽກງານປ້ອງກັນ, ຕ້ານການຄ້າເຖື່ອນ, ສໍ້ໂກງການຄ້າ ເນື່ອງໃນໂອກາດປີໃໝ່. ຍາມໃດກົມພາສີກໍ່ຕິດຕາມສະພາບການຢູ່ດ່ານຊາຍແດນຢ່າງໃກ້ຊິດ ເພື່ອຈະມີນະໂຍບາຍຢ່າງທັນການໃນການເລັ່ງໃຫ້ສິນຄ້າໄດ້ຜ່ານແດນໂດຍໄວ ແລະ ອີກດ້ານໜຶ່ງແມ່ນແກ້ໄຂສິນຄ້າອຸດຕັນ…”
(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top