ຕອນບ່າຍວັນທີ 24 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມຢາຕຸກ, ຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຫວຽດນາມ, ປະທານສະພາໃຫ້ຄຳປຶກສາການອະໄພຍະໂທດປີ 2026, ເປັນປະທານວາລະປະຊຸມຄົບຄະນະຂອງສະພາເພື່ອພິຈາລະນາອະນຸມັດບັນຊີລາຍຊື່ສະເໜີປະທານປະເທດ ອະໄພຍະໂທດສິ້ນສຸດການຈຳຄຸກກ່ອນກຳນົດເວລາໃຫ້ແກ່ບັນດານັກໂທດທີ່ມີເງື່ອນໄຂຮັບອະໄພຍະໂທດຢ່າງຄົບຖ້ວນ.
ກ່າວຄຳເຫັນທີ່ວາລະປະຊຸມ, ທ່ານຮອງນາຍົກລັດຖະມົນຕີຜູ້ປະຈຳການລັດຖະບານ ຟ້າມຢາຕຸກ ເນັ້ນໜັກວ່າ ມະນຸດສະທຳ ແລະ ອະໄພຍະໂທດສຳລັບຜູ້ທີ່ກະທຳຜິດແມ່ນມູນເຊື້ອອັນດີງາມຂອງຊາດ ຫວຽດນາມ. ທ່ານໃສ່ໃຈວ່າ ເພື່ອໃຫ້ການພິຈາລະນາອະນຸມັດຮັບປະກັນລັກສະນະເຂັ້ມງວດ, ຖືກຕ້ອງຕາມກົດໝາຍ, ບັນດາສະມາຊິກໃນສະພາໃຫ້ຄຳປຶກສາສຸມໃສ່ກວດກາ, ພິຈາລະນາ, ຕີລາຄາຢ່າງເປີດເຜີຍ, ກະຈ່າງແຈ້ງ, ຊັ່ງຊາຢ່າງລະມັດລະວັງ, ລະອຽດລະອໍແຕ່ລະກໍລະນີຕົວຈິງ.
ການພິຈາລະນາອະໄພຍະໂທດຄັ້ງນີ້ໂດຍປະຕິບັດເນື່ອງໃນໂອກາດສະເຫຼີມສະຫຼອງ 51 ປີແຫ່ງວັນປົດປ່ອຍພາກໃຕ້ ຫວຽດນາມ, ທ້ອນໂຮມປະເທດຊາດເປັນເອກະພາບ (30 ເມສາ 1975 – 30 ເມສາ 2026), ຊົມເຊີຍຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 14 ຂອງພັກ, ການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ 16 ແລະ ເລືອກຕັ້ງສະພາປະຊາຊົນທຸກຂັ້ນ, ອາຍຸການ 2026 - 2031.
ພາຍຫຼັງກອງປະຊຸມ, ສະພາໃຫ້ຄຳປຶກສາອະໄພຍະໂທດຈະລວບລວມ, ຍື່ນສະເໜີບັນຊີລາຍຊື່ນັກໂທດທີ່ມີເງື່ອນໄຂຢ່າງເພື່ອໄດ້ຮັບອະໄພຍະໂທດ ເພື່ອພິຈາລະນາ, ຕົກລົງ.







