• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັບປະກັນການຟື້ນຟູພື້ນຖານເສດຖະກິດ

ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດຕີລາຄາສູງແຜນນະໂຍບາຍ, ນະໂຍບາຍ, ມາດຕະການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ.

ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດຕີລາຄາສູງແຜນນະໂຍບາຍ, ນະໂຍບາຍ, ມາດຕະການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ.

    

 

 ທີ່ວາລະປຶກສາຫາລື (ພາບ: TTXVN)

ເລີ່ມແຕ່ວັນທີ 01 ມິຖຸນາ, ສະພາແຫ່ງຊາດ ຫວຽດນາມ ໄດ້ສະຫງວນເວລາເຮັດວຽກ 2 ມື້ເພື່ອປຶກສາຫາລືຄົບຄະນະທີ່ຫໍປະຊຸມກ່ຽວກັບສະພາບການພັດທະນາເສດຖະກິດ-ສັງຄົມປີ 2021 ແລະ ໃນຊຸມເດືອນຕົ້ນປີ 2022. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ທ່ານປະທານປະເທດ ຫງວຽນຊວັນຟຸກ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເຂົ້າຮ່ວມ.

        ທີ່ວາລະປຶກສາຫາລື, ບັນດາສະມາຊິກສະພາແຫ່ງຊາດຕີລາຄາສູງແຜນນະໂຍບາຍ, ນະໂຍບາຍ, ມາດຕະການຟື້ນຟູ, ພັດທະນາເສດຖະກິດ - ສັງຄົມ ເຊິ່ງພັກ, ລັດ, ສະພາແຫ່ງຊາດ, ລັດຖະບານປະກາດໃຊ້ຢ່າງທັນການ, ຖືກທິດ, ມີປະສິດທິພາບ ປະສິດທິຜົນໃນຕົວຈິງ. ເລື່ອງຈັດ SEA Games 31 ບັນລຸຜົນສຳເລັດນັ້ນໄດ້ສະແດງໃຫ້ເຫັນວ່າ ຫວຽດນາມ ມີຄວາມເຊື່ອໝັ້ນຕົນເອງເປີດປະຕູກັບໂລກ ພາຍຫຼັງໂລກລະບາດໂຄວິດ-19. ບັນດາຜູ້ແທນກໍ່ຍົກອອກການໄຈ້ແຍກຢ່າງຮອບດ້ານ, ສະເໜີແນະຫຼາຍມາດຕະການແກ້ໄຂເພື່ອຟື້ນຟູເສດຖະກິດຢ່າງໝັ້ນຄົງ. ທ່ານ ເຈິ່ນຮ່ວາງເງິນ, ສະມາຊິກສະພາແຫ່ງຊາດນະຄອນ ໂຮ່ຈີມິນ, ຖືວ່າ:

        “ລັດຖະບານຄວນສ້າງລະບົບບັນດາມາດຕະການແກ້ໄຂຢ່າງຄົບຊຸດຈາກໄລຍະສັ້ນ, ໄລຍະກາງ ແລະ ໄລຍະຍາວ, ຮັບມືກັບບັນດາແຜນການ. ກ່ອນອື່ນໝົດຕ້ອງໃຫ້ບຸລິມະສິດຮັບປະກັນເສດຖະກິດມະຫາພາກໃຫ້ເປັນປົກກະຕິ, ຄວບຄຸມໄຟເງິນເຟີ້, ຮັບປະກັນຊີວິດສັງຄົມ. ຕາມນັ້ນແລ້ວ, ລັດຖະບານຕ້ອງຍື່ນສະເໜີຕໍ່ສະພາແຫ່ງຊາດ, ຄະນະປະຈຳສະພາແຫ່ງຊາດ ຫຼຸດຜ່ອນອາກອນປົກປັກຮັກສາສິ່ງແວດລ້ອມ, ອາກອນມູນຄ່າເພີ່ມສຳລັບສິນຄ້າບາງປະເພດໂດຍໄວ, ໃນນັ້ນສຳຄັນທີ່ສຸດແມ່ນນ້ຳມັນ. ພ້ອມກັນນັ້ນ,  ໜູນຊ່ວຍຫຼຼຸດຄ່າໃຊ້ຈາຍສົ້ນເຂົ້າໃຫ້ແກ່ວິສາຫະກິດ, ເພີ່ມທະວີວຽກງານຄວບຄຸມລາຄາ, ສະເໜີແນະບັນດາໂຄງການຮັບປະກັນລາຄາໃຫ້ເປັນປົກກະຕິຢູ່ບັນດາທ້ອງຖິ່ນ, ເຂດອຸດສາຫະກຳ, ເຂດຜະລິດເພື່ອສົ່ງອອກ”.

        ສະມາຊິກສະພາແຫ່ງຊາດກໍ່ຖືວ່າ, ລັດຖະບານ ຍູ້ໄວການພັດທະນາບັນດາຂະແໜງອຸດສາຫະກຳ, ພື້ນຖານອຸດສາຫະກຳກົນຈັກ, ອຸດສາຫະກຳສະໜັບສະໜູນ, ພັດທະນາເສດຖະກິດດີຈີຕອນ, ໜູນຊ່ວຍວິສະຫະກິດຫັນເປັນດີຈີຕອນ ແລະ ລົງທຶນໃຫ້ຂະແໜງກະສິກຳຫຼາຍກວ່າອີກ. ນີ້ແມ່ນທ່າແຮງຂອງ ຫວຽດນາມ ເມື່ອບັນດາປະເທດໃນໂລກພວມເກີດວິກິດການດ້ານທັນຍາຫານ.

(ແຫຼ່ງຄັດຈາກ VOV)

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ນະໂຍບາຍພາສີຂອງ ອາເມລິກາ ມີຄວາມສ່ຽງເຮັດໃຫ້ຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກເພີ່ມຂຶ້ນ

ຄວາມເຄັ່ງຕຶງດ້ານການຄ້າໃນປະຈຸບັນ ບໍ່ນຳມາເຊິ່ງຜົນປະໂຫຍດໃຫ້ບໍ່ວ່າຝ່າຍໃດ.

Top