• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັດ​ແໜ້ນ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ ຫວຽດ​ນາມ-ກຳ​ປູ​ເຈຍ, ສ້າງ​ເຂດ​ຊາຍ​ແດນ​ແຫ່ງ​ສັນ​ຕິ​ພາບ, ພັດ​ທະ​ນາ

ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານຮອງນາຍັກລັດຖະມົນຕີ, ລັດຖະມົນຕີ Tea Seiha ໄດ້ເຊັນແຜນການຮ່ວມມືດ້ານປ້ອງກັນຊາດປີ 2026.

ໃນຂອບເຂດການພົບປະແລກປ່ຽນມິດຕະພາບ ປ້ອງກັນຊາຍແດນ ຫວຽດນາມ-ກຳປູເຈຍ ຄັ້ງທີ 2, ວັນທີ 13 ພະຈິກ, ຢູ່ ໄຕນິງ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະເຈລະຈາກັບທ່ານພົນເອກ Tea Seiha, ຮອງນາຍັກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ.

  ທີ່ການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ໄດ້ຕີລາຄາວ່າ, ໃນໄລຍະທີ່ຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໄດ້ຜັນຂະຫຍາຍຢ່າງຮອບດ້ານ, ແທດຈິງ, ຖືກຕາມການກຳນົດທິດທີ່ການນຳຂັ້ນສູງສອງປະເທດໄດ້ເປັນເອກະພາບ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ລັດຖະມົນຕີສອງທ່ານເຫັນດີຈະສືບຕໍ່ປັບປຸງການພົວພັນສາມັກຄີ, ມິດຕະພາບ; ເພີ່ມທະວີການພົບປະ, ແລກປ່ຽນຂັ້ນສູງ, ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ; ເປີດກ້ວາງການພົບປະແລກປ່ຽນນາຍທະຫານໜຸ່ມ, ການນຳໜຸ່ມ….

ສິ້ນສຸດການພົບປະເຈລະຈາ, ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານຮອງນາຍັກລັດຖະມົນຕີ, ລັດຖະມົນຕີ Tea Seiha ໄດ້ເຊັນແຜນການຮ່ວມມືດ້ານປ້ອງກັນຊາດປີ 2026; ບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີການຮ່ວມມືບຳລຸງສ້າງ, ຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດ ແລະ ຂໍ້ຕົກລົງຮ່ວມມືດ້ານຊາຍແດນ.

(ແຫຼ່ງຄັດຈາກ VOV)

ບັນ​ດາ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ G7 ອອກ​ຖະ​ແຫຼງ​ຮ່ວມ​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ໃນ​ໂລກ

ບັນ​ດາ​ລັດ​ຖະ​ມົນ​ຕີການ​ຕ່າງ​ປະ​ເທດ G7 ອອກ​ຖະ​ແຫຼງ​ຮ່ວມ​ກ່ຽວ​ກັບ​ບັນ​ດາ​ຈຸດ​ຮ້ອນ​ໃນ​ໂລກ

ບັນດາລັດຖະມົນຕີການຕ່າງປະເທດ G7 ກໍ່ກ່າວເຕືອນ ຈະເພີ່ມທະວີຄຳສັ່ງລົງໂທດດ້ານເສດຖະກິດຕໍ່ ລັດເຊຍ ແລະ ໝູນໃຊ້ມາດຕະການສຳລັບບັນດາຝ່າຍທີ່ໜູນຊ່ວຍດ້ານການເງິນ ໃຫ້ແກ່ບັ້ນການທະຫານພິເສດຂອງ ລັດເຊຍ.

Top