ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານຮອງນາຍັກລັດຖະມົນຕີ, ລັດຖະມົນຕີ Tea Seiha ໄດ້ເຊັນແຜນການຮ່ວມມືດ້ານປ້ອງກັນຊາດປີ 2026.
ໃນຂອບເຂດການພົບປະແລກປ່ຽນມິດຕະພາບ ປ້ອງກັນຊາຍແດນ ຫວຽດນາມ-ກຳປູເຈຍ ຄັ້ງທີ 2, ວັນທີ 13 ພະຈິກ, ຢູ່ ໄຕນິງ, ທ່ານພົນເອກ ຟານວັນຢາງ, ລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ໄດ້ພົບປະເຈລະຈາກັບທ່ານພົນເອກ Tea Seiha, ຮອງນາຍັກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ ກຳປູເຈຍ.
ທີ່ການພົບປະເຈລະຈາ, ລັດຖະມົນຕີສອງທ່ານ ໄດ້ຕີລາຄາວ່າ, ໃນໄລຍະທີ່ຜ່ານມາ, ການຮ່ວມມືດ້ານປ້ອງກັນຊາດລະຫວ່າງສອງປະເທດ ໄດ້ຜັນຂະຫຍາຍຢ່າງຮອບດ້ານ, ແທດຈິງ, ຖືກຕາມການກຳນົດທິດທີ່ການນຳຂັ້ນສູງສອງປະເທດໄດ້ເປັນເອກະພາບ. ກ່ຽວກັບທິດທາງການຮ່ວມມືໃນໄລຍະຈະມາເຖິງ, ລັດຖະມົນຕີສອງທ່ານເຫັນດີຈະສືບຕໍ່ປັບປຸງການພົວພັນສາມັກຄີ, ມິດຕະພາບ; ເພີ່ມທະວີການພົບປະ, ແລກປ່ຽນຂັ້ນສູງ, ເສີມຂະຫຍາຍປະສິດທິຜົນບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວ; ເປີດກ້ວາງການພົບປະແລກປ່ຽນນາຍທະຫານໜຸ່ມ, ການນຳໜຸ່ມ….
ສິ້ນສຸດການພົບປະເຈລະຈາ, ທ່ານລັດຖະມົນຕີ ຟານວັນຢາງ ແລະ ທ່ານຮອງນາຍັກລັດຖະມົນຕີ, ລັດຖະມົນຕີ Tea Seiha ໄດ້ເຊັນແຜນການຮ່ວມມືດ້ານປ້ອງກັນຊາດປີ 2026; ບົດບັນທຶກຊ່ວຍຈຳກ່ຽວກັບການເພີ່ມທະວີການຮ່ວມມືບຳລຸງສ້າງ, ຝຶກອົບຮົມແຫຼ່ງຊັບພະຍາກອນມະນຸດ ແລະ ຂໍ້ຕົກລົງຮ່ວມມືດ້ານຊາຍແດນ.