• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮັກສາ, ເພີ່ມພູນຄູນສ້າງ ແລະ ເສີມຂະຫຍາຍສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ ແລະ ລາວ

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ທັງສອງຝ່າຍສົ່ງເສີມການຕິດພັນຍຸດທະສາດໃນທຸກຂົງເຂດ, ຜັນຂະຫຍາຍບັນດາຂໍ້ຕົກລົງຂັ້ນສູງຢ່າງມີປະສິດທິຜົນ
  ທ່ານ ໂຕເລີມ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ, ປະທານປະເທດ ຫວຽດນາມ ໄດ້ຕ້ອນຮັບ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີແຫ່ງ ສປປ.ລາວ. (ພາບ: VNA)  

ຕອນບ່າຍວັນທີ 27 ພະຈິກ, ຢູ່ ຮ່າໂນ້ຍ, ທ່ານ ໂຕ​ເລີມ, ເລຂາທິການໃຫຍ່ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ກອມ​ມູ​ນິດ ຫວຽດ​ນາມ, ປະທານປະເທດ ຫວຽດ​ນາມ ໄດ້ຕ້ອນຮັບ ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີແຫ່ງ ສ​ປ​ປ.ລາວ ແລະ ຄະນະຜູ້ແທນ, ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດການຮ່ວມມື ກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV 12) ຄັ້ງທີ 12 ແລະ ກອງປະຊຸມສຸດຍອດຍຸດທະສາດການຮ່ວມມື ເສດຖະກິດ ອິຣະວະດີ-ເຈົ້າພະຍາ-ແມ່ນໍ້າຂອງ (ACMECS 11).

ທ່ານເລຂາທິການໃຫຍ່, ປະທານປະເທດ ໂຕເລີມ ໄດ້ສະເໜີໃຫ້ທັງສອງ​ຝ່າຍ​ສົ່ງ​ເສີມ​ການຕິດ​ພັນຍຸດທະສາດໃນທຸກຂົງເຂດ, ຜັນ​ຂະ​ຫຍາຍ​ບັນ​ດາຂໍ້ຕົກລົງ​ຂັ້ນສູງຢ່າງມີ​ປະ​ສິດ​ທິ​ຜົນ ແລະ ກະກຽມ​ໃຫ້​ແກ່​ບັນ​ດາ​ການ​ເຄື່ອນ​ໄຫວຮ່ວມມືໃນປີ 2027. ​ໃນ​ນັ້ນ, ສືບ​ຕໍ່​ຮັກ​ສາ​ວຽກ​ງານແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ​ທຸກ​ຂັ້ນ​ເປັນ​ປະ​ຈຳ; ສ້າງ​ບາດ​ກ້າວ​ບຸກ​ທະ​ລຸໃໝ່ໃນການຮ່ວມມືດ້ານເສດຖະກິດ, ການຄ້າ, ແລະ ​ການ​ລົງ​ທຶນ; ​ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາໂຄງການເຊື່ອມ​ຕໍ່​ພື້ື້ນຖານໂຄງລ່າງ, ຄົມ​ມະ​ນາ​ຄົມ, ພະລັງງານ​ຈຸດ​ສຸມ; ເພີ່ມທະວີການຮ່ວມມືດ້ານການສຶກສາ ແລະ ກໍ່ສ້າງ... ພ້ອມກັນນັ້ນ, ກໍ່ສົມ​ທົບ​ກັນ​ຈັດປີສາມັກຄີມິດຕະພາບ ຫວຽດນາມ-ລາວ 2027 ໃຫ້ເປັນ​ຢ່າງ​ດີ, ເພີ່ມທະວີການປະສານ​ສົມ​ທົບ​ຢູ່​ບັນ​ດາເວທີປາໄສພາກພື້ນ ແລະ ສາກົນ, ເສີມ​ຂະ​ຫຍາຍການຮ່ວມມືລະຫວ່າງສາມປະເທດ ຫວຽດນາມ, ລາວ ແລະ ກຳປູເຈຍ ໃຫ້​ມີ​ປະ​ສິດ​ທິ​ຜົນ.

ສ່ວນທ່ານນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ ໄດ້ຢືນຢັນວ່າ ລັດຖະບານ ລາວ ຈະສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ ຫວຽດນາມ ເພື່ອຜັນ​ຂະ​ຫຍາຍ​ບັນ​ດາຂໍ້ຕົກລົງ​ຂັ້ນສູງຢ່າງມີປະສິດທິ​ຜົນ, ​ຊຸກ​ຍູ້​ບັນ​ດາໂຄງການ​ຈຸດ​ສຸມ ແລະ ສ້າງການ​ຫັນ​ປ່ຽນໃໝ່​ໃນ​ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.

ຕ​ອນ​ຄ່ຳ​ວັນ​ດຽວ​ກັນ, ຢູ່ ຮ່າໂນ້ຍ, ທ່ານ ເຈິ່ນ​ແທັງ​ເໝີ້ນ, ປະທານສະພາແຫ່ງຊາດ ຫວຽດ​ນາມ ກໍ່ໄດ້ພົບປະ​ສົນ​ທະ​ນາກັບ ທ່ານນາຍົກລັດຖະມົນຕີລາວ ສະເຫຼີມໄຊ ກົມມະສິດ.

(ແຫຼ່ງຄັດຈາກ VOV)

ສູນການເງິນສາກົນຢູ່ນະຄອນ ດ່ານັງ ປະກາດຫ້າຜະລິດຕະພັນການເງິນ

ສູນການເງິນສາກົນຢູ່ນະຄອນ ດ່ານັງ ປະກາດຫ້າຜະລິດຕະພັນການເງິນ

ຕອນເຊົ້າວັນທີ 28 ພະຈິກ, ຢູ່ນະຄອນ ດ່ານັງ, ອົງການບໍລິຫານສູນການເງິນສາກົນ ຫວຽດນາມ ຢູ່ນະຄອນ ດ່ານັງ ໄດ້ຈັດພິທີມອບໃບຢັ້ງຢືນສະມາຊິກ ແລະ ປະກາດຜະລິດຕະພັນຂອງສູນ.

Top