• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອ​ບ​ຊ​ິງ​ຊະ​ນະ​ເລີດ U23 ອາ​ຊີ​ ປີ 2026: U23 ຫວຽດ​ນາມ ໝັ້ນ​ໃຈ ແລະ ມີ​ຄວາມ​ຕັດ​ສິນ​ໃຈ​ສູງ

ຕອນບ່າຍວັນທີ 06 ມັງກອນ, ໃນຂອບເຂດການແຂ່ງຂັນບານເຕະຮອບຊິງຊະນະເລີດ U23 ອາຊີທີ່ດຳເນີນຢູ່ ອາຣັບບິ ຊະອຸດິ, ທິມບານເຕະ U23 ຫວຽດນາມ ແຂ່ງຂັນເກັມທຳອິດຢູ່ສາຍ A ກັບທິມບານເຕະ U23 ຈໍແດນ.
ຄູຝຶກ Kim Sang Sik ພ້ອມດ້ວຍນັກກິລາ ຫຼີດຶກ ໃນການຖະແຫຼງຂ່າວ (ພາບ: VFF)

ກ່າວຄຳເຫັນກ່ອນການແຂ່ງຂັນ, ທ່ານ Kim Sang Sik ຄູຝຶກ ທິມບານເຕະ U23 ຫວຽດນາມ ແບ່ງປັນວ່າ: U23 ຫວຽດນາມ ຖືກຕີລາຄາວ່າເປັນທິມເຕະອ່ອນໃນສາຍ A ແລະ 3 ຄູ່ແຂ່ງທີ່ຍັງເຫຼືອລ້ວນແຕ່ແມ່ນທິມເຂັ້ມແຂງທີ່ສຸດ. ແຕ່ຖ້າສຸມຈິດສຸມໃສ່, ມີຄວາມຕັດສິນໃຈ ແລະ ມີຈິດໃຈຕໍ່ສູ້ຢ່າງເຂັ້ມແຂງ, ທິມບານເຕະ U23 ຫວຽດນາມ ກໍມີໂອກາດໄດ້ແຂ່ງຂັນຕໍ່. ນັກຍຸດທະສາດ ສ.ເກົາຫຼີ ໃຫ້ຮູ້ວ່າ ທ່ານມີຄວາມສຸກທີ່ສຸດເມື່ອໄດ້ນຳພາ U23 ຫວຽດນາມ ແຂ່ງຂັນລະດັບທະວີບ. U23 ຫວຽດນາມ ໄດ້ສຳເລັດເປົ້າໝາຍທີ່ວາງອອກໃນງານມະຫາກຳກິລາ ຊີເກັມ 33 ແລະ ປັດຈຸບັນນີ້ ແມ່ນຈຸດເວລາທີ່ທຸກຄົນໃນທິມສຸມກຳລັງໃຫ້ແກ່ຮອບຊິງຊະນະເລີດ U23 ອາຊີ ປີ 2026.

ຕາມຕາຕະລາງການແຂ່ງຂັນ, ທິມ U23 ຫວຽດນາມ ຈະແຂ່ງຂັນກັບທິມ U23 ກຽກກີສະຖາ ໃນວັນທີ 9 ມັງກອນ ແລະ ທິມປະເທດເຈົ້າພາບ ອາຣັບບິ ຊະອຸດິ ໃນວັນທີ 12 ມັງກອນ. ຮອບຊິງຊະນະເລີດ U23 ອາຊີ ດຳເນີນແຕ່ວັນທີ 6 ຫາວັນທີ 24 ມັງກອນ, ຢູ່ ອາຣັບບິ ຊະອຸດິ ດ້ວຍການເຂົ້າຮ່ວມແຂ່ງຂັນຂອງ 16 ທິມ.

 

(ແຫຼ່ງຄັດຈາກ VOV)

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ການ​ຮ່ວ​ມ​ມື​ເສດ​ຖະ​ກິດ, ການ​ຄ້າ ແລະ ການ​ລົງ​ທຶນ​ແມ່ນ​ເສົາ​ຄ້ຳຫຼັກ​ເຊື່ອມ​ຕໍ່ ຫວຽດ​ນາມ - ຍີ່​ປຸ່ນ

ສອງ​ຝ່າຍ​ຕ້ອງ​ຫັນ​ການ​ພົວ​ພັນ​ຈາກ​ການ​ຮ່ວມ​ມື​ແບບ​ເກົ​າ​ບົນ​ພື້ນ​ຖານມອບ​ຮັບ - ຖ່າຍ​ທອດ ໄປ​ຍັງ​ການ​ຮ່ວມ​ມື​ພ້ອມ​ກັນ​ສ້າງ​ສັນ, ມີ​ຄວາມ​ສະ​ໜິດ​ຕິດ​ພັນ​ຢ່າງ​ເລິກ​ເຊິ່ງ​ກ່ຽວ​ກັບ​ລະ​ບູບ​ມູນ​ຄ່າ ແລະ ລະ​ບົບ​ສະ​ໜອງ”.

Top