• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ແລະ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ລາວ ເຮັດ​ວຽກ​ຢູ່ ກ໋​ວາງ​ນາມ

ທ່ານຮອງປະທານສະພາແຫ່ງຊາດລາວ ສົມມາດ ພົນເສນາ ໄດ້ຕີລາຄາສູງຂອບຂະໜາດ ແລະ ປະສິດທິຜົນ ບັນດາໂຄງການຂອງກຸ່ມບໍລິສັດ Thaco ຢູ່ລາວ.
ທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ລາວ

ວັນທີ 4 ກັນຍາ, ຄະນະປະຕິບັດງານຂອງສະພາແຫ່ງຊາດ ຫວຽດນາມ, ໂດຍທ່ານຮອງປະທານສະພາແຫ່ງຊາດ ຫງວຽນດຶກຫ໋າຍ ເປັນຫົວໜ້າຄະນະພ້ອມກັບຄະນະຜູ້ແທນສະພາແຫ່ງຊາດ ສປປ.ລາວ ໂດຍທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ເປັນຫົວໜ້າຄະນະ ໄດ້ມາຢ້ຽມຢາມ, ເຮັດວຽກກັບແຂວງກ໋ວາງນາມ.

ຢູ່ທີ່ນີ້ສອງຝ່າຍໄດ້ສຳຫຼວດຕົວຈິງຢູ່ບັນດາໂຮງຈັກ, ໂຮງງານຜະລິດ, ປະກອບລົດໂອໂຕຂອງກຸ່ມບໍລິສັດ ເຈື່ອງຫ໋າຍ - Thaco ແລະ ເຂດເສດຖະກິດເປີດຈູລາຍ, ທ່າກຳປັ່ນຕາມຮຽບ. ຕາມທ່ານເຈິ່ນບາເຢືອງ ປະທານສະພາບໍລິຫານກຸ່ມບໍລິສັດ Thaco ແລ້ວ, ປັດຈຸບັນ Thaco ພວມຜັນຂະຫຍາຍໂຄງການກະສິກຳອົງຄະທາດຂອບຂະໜາດໃຫຍ່ຢູ່ລາວໃນເນື້ອທີ່ ເກືອບ 27.000ເຮັກຕາ.

ສ່ວນທ່ານຮອງປະທານສະພາແຫ່ງຊາດລາວ ສົມມາດ ພົນເສນາ ໄດ້ຕີລາຄາສູງຂອບຂະໜາດ ແລະ ປະສິດທິຜົນ ບັນດາໂຄງການຂອງກຸ່ມບໍລິສັດ Thaco ຢູ່ລາວ, ທ່ານຢັ້ງຢືນຈະສ້າງທຸກເງື່ອນໄຂໃຫ້ແກ່ບັນດາວິສາຫະກິດ ຫວຽດນາມ, ປະກອບສ່ວນເຮັດແໜ້ນສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານລະຫວ່າງສອງປະເທດ, ລະຫວ່າງແຂວງກ໋ວາງນາມ ກັບບັນດາທ້ອງຖິ່ນຂອງລາວເວົ້າສະເພາະ.

ໃນໂອກາດນີ້, ຄະນະປະຕິບັດງານຂອງ ສອງປະເທດໄດ້ໄປຢ້ຽມຢາມເຂດຮ່ອງຮ່ອຍປະຫວັດສາດເຂດຕໍ່ສູ້ພ່າກໃຕ້ລາວ ຢູ່ເມືອງຝູນິງ.

(ແຫຼ່ງຄັດຈາກ VOV)

ໄຂ ກອງປະຊຸມ ຄັ້ງທີ IV ຄະນະບໍລິຫານງານ ສູນກາງພັກ ຊຸດທີ XIV

ໄຂ ກອງປະຊຸມ ຄັ້ງທີ IV ຄະນະບໍລິຫານງານ ສູນກາງພັກ ຊຸດທີ XIV

ຕອນເຊົ້າວັນທີ 5 ຕຸລາ2026, ກອງປະຊຸມ ຄັ້ງທີ IV ຄະນະບໍລິຫານງານ ສູນກາງພັກ ຊຸດທີ XIV ໄດ້ ໄຂຂຶ້ນຢ່າງສົມກຽດ ຢູ່ ນະຄອນຫຼວງ ຮ່າໂນ້ຍ.

Top