• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ປະ​ທານ​ປະ​ເທດ ຫວໍ​ທິ​ແອັງ​ຊວັນ ເຮັດ​ວຽກ ກັບ​ບາງ​ອົງ​ການ, ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ ແລະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່ UAE

ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຢັ້ງຢືນແຜນນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນຍາມໃດກໍ່ເບິ່ງແຍງດູແລ ແລະ ສະຫງວນຄວາມເອົາໃຈໃສ່ເປັນພິເສດຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.
  ທ່ານນາງ ຮອງປະທານປະເທດ ຫວໍທິແອັງຊວັນ ມອບຂອງຂວັນໃຫ້ແກ່ພະນັກງານ, ລັດຖະກອນ ສະຖານທູດ ຫວຽດນາມ ປະຈຳ UAE (ພາບ: baochinhphu.vn)  

ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ສະຫະລັດ ອາຮັບ ເອມີເລັດ, ໃນລະຫວ່າງວັນທີ 3 – 4 ພຶດສະພາ, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ໄປຢ້ຽມຢາມ ແລະ ເຮັດວຽກກັບສະຖາບັນການຕ່າງປະເທດ Anwar Gargash,, ກຸ່ມບໍລິສັດ Masdar, ກຸ່ມບໍລິສັດ Mubadala, ຢ້ຽມຢາມສະຖານທູດ ຫວຽດນາມ ແລະ ພົບປະກັບຜູ້ຕາງໜ້າປະຊາຄົມຊາວຫວຽດນາມ ອາໄສຢູ່ UAE.

ໃນການພົບປະກັບການນຳສະຖາບັນການຕ່າງປະເທດ Anwar Gargash, ສອງຝ່າຍໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືລະຫວ່າງສະຖາບັນການຕ່າງປະເທດ UAE ກັບສະຖາບັນການຕ່າງປະເທດ ແລະ ບັນດາສະຖາບັນຄົ້ນຄ້ວາ ຂອງ ຫວຽດນາມ ໃນການສ້າງໂຄງການຮ່ວມມືຢ່າງລະອຽດ, ໃນຂົງເຂດບຳລຸງສ້າງພະນັກງານ, ແບ່ງປັນໝາກຜົນການຄົ້ນຄ້ວາ, ຕີລາຄາກ່ຽວກັບສະພາບການໃນໂລກ ແລະ ພາກພື້ນ.

ເມື່ອໄປຢ້ຽມຢາມກຸ່ມບໍລິສັດ Masdar ແລະ Mubadala ໂດຍແມ່ນສອງກຸ່ມບໍລິສັດແຖວໜ້າຂອງ UAE ໃນຂົງເຂດພະລັງງານ, ພະລັງງານຜະລິດຄືນໃໝ່, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ໄດ້ແຈ້ງໃຫ້ຊາບກ່ຽວກັບບັນດາບຸລິມະສິດຂອງລັດຖະບານ ຫວຽດນາມ ໃນການດຶງດູດເງິນລົງທຶນຈາກຕ່າງປະເທດ, ທ່ານກໍ່ຢັ້ງຢືນວ່າ ຫວຽດນາມ ແລະ UAE ມີຄວາມສາມາດບົ່ມຊ້ອນຮ່ວມມືຫຼາຍຢ່າງໃນຂົງເຂດນີ້ ແລະ ຫວັງວ່າ ບັນດາບໍລິສັດຈະພິຈາລະນາການລົງທຶນເຂົ້າບັນດາໂຄງການພະລັງງານຢູ່ ຫວຽດນາມ.

ເມື່ອຢ້ຽມຢາມ ແລະ ພົບປະກັບພະນັກງານສະຖານທູດ ຫວຽດນາມ ແລະ ປະຊາຄົມຊາວຫວຽດນາມ ອາໄສຢູ່ UAE, ທ່ານນາງຮອງປະທານປະເທດ ຫວໍທິແອັງຊວັນ ຢັ້ງຢືນແຜນນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ ແມ່ນຍາມໃດກໍ່ເບິ່ງແຍງດູແລ ແລະ ສະຫງວນຄວາມເອົາໃຈໃສ່ເປັນພິເສດຕໍ່ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດ.

 

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ, ແຜນ​ນະ​ໂຍ​ບາຍ​ກ່ຽວ​ກັບ​ຄົນ​ພິ​ການ​ຢ່າງ​ມີ​ປະ​ສິດ​ທິ​ຜົນ

ຕອນບ່າຍວັນທີ 30 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ນັກຮຽນຢູ່ສູນຊ່ວຍເຫຼືອພັດທະນາການສຶກສາໃຫ້ເຊື່ອມຕົວເຂົ້າກັບວົງຄະນະຍາດ ສັງກັດວິທະຍາໄລສ້າງຄູສູນກາງ ແລະ ໂຮງຮຽນສາມັນເອກະຊົນ Hermann Gmeiner ຮ່າໂນ້ຍ.

Top