• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ວັນ​ແທງ ເຂົ້າ​ຮ່ວມ​ລາຍ​ການ “ບຸນ​ເຕັດ​ອົບ​ອຸ່ນ-ລະ​ດູ​ບານ​ໃໝ່​ສະ​ຫງົບ​ສຸກ” ປີ 2022 ຢູ່ແຂວງ ຮ່າ​ນາມ

ທ່ານຮອງນາຍົກລັດຖະມົນຕີ ເລວັນແທງ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດ ບັນດາທະຫານເສຍອົງຄະ, ນັບຮົບຖືກເຈັບປ່ວຍທີ່ພວມປິ່ນປົວ, ຟື້ນຟູອະໄວຍະວະຢູ່ສູນປິ່ນປົວທະຫານເສຍອົງຄະ ຢຸຍຕຽນ.
(ພາບ:TTXVN)

ຕອນເຊົ້າວັນທີ 15 ມັງກອນ, ຢູ່ແຂວງ ຮ່ານາມ, ທ່ານຮອງນາຍົກລັດຖະມົນຕີ ເລວັນແທງ ເຂົ້າຮ່ວມລາຍການ “ບຸນເຕັດອົບອຸ່ນ-ລະດູບານໃໝ່ສະຫງົບສຸກ” ປີ 2022. ກ່າວຄຳເຫັນນະທີ່ນີ້, ທ່ານ ຮອງນາຍົກລັດຖະມົນຕີ ເລວັນແທງ ເນັ້ນໜັກວ່າ: ໃນສະພາບການຫຍຸ້ງຍາກ, ຫວຽດນາມ ຈະບໍ່ປະໃຫ້ຜູ້ໃດຢູ່ເບື້ອງຫຼັງ, ທົ່ວລະບົບການເມືອງເອົາໃຈໃສ່ຕໍ່ຊີວິດການເປັນຢູ່ຂອງ ປຊຊ, ໄປຄຽງຄູ່ກັບໜ້າທີ່ພັດທະນາພື້ນຖານໂຄງລ່າງ, ເສດຖະກິດ. ທ່ານສະເໜີໃຫ້ແຂວງຮ່ານາມ ຈົ່ງຍູ້ເປົ້າໝາຍພັດທະນາເສດຖະກິດສັງຄົມໃຫ້ສູງກ່ວາອີກ, ປົວແປງຊີວິດການເປັນຢູ່ຂອງ ປຊຊ ໃຫ້ດີຂຶ້ນ, ສູ້ຊົນຫລຸດຜ່ອນອັດຕາສ່ວນຄອບຄົວທຸກຍາກລົງຕື່ມ ເມື່ອທຽບກັບປີ 2021.

   ໃນຕອນເຊົ້າຂອງວັນດຽວກັນ ທ່ານຮອງນາຍົກລັດຖະມົນຕີ ເລວັນແທງ ພ້ອມດ້ວຍຄະນະປະຕິບັດງານໄດ້ໄປຢ້ຽມຢາມ, ມອບຂອງຂວັນ, ອວຍພອນບຸນເຕັດ ບັນດາທະຫານເສຍອົງຄະ, ນັກຮົບພວມປິ່ນປົວ, ຟື້ນຟູອະໄວຍະວະຢູ່ສູນປິ່ນປົວທະຫານເສຍອົງຄະ ຢຸຍຕຽນ.

(ແຫຼ່ງຄັດຈາກ VOV)

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ພິ​ທີ​ເປີດ​ສົນ​ທິ​ສັນ​ຍາ ຮ່າ​ໂນ້ຍ: ສັນ​ຍານ​ສະ​ແດງ​ໃຫ້​ເຫັນ​ສຽງ​ເວົ້າ​ຂອງ ຫວຽດ​ນາມ ໄດ້​ຮັບ​ຟັງ, ບົດ​ບາດ​ນຳ​ພາ​ຂອງ ຫວຽດ​ນາມ ໄດ້​ຕີ​ລາ​ຄາ​ສູງ

ທ່ານນາງ Pauline Tamesis ເນັ້ນໜັກວ່າ ສຳລັບ ຫວຽດນາມ, ເລືື່ອງເປັນເຈົ້າພາບຈັດເຫດການລົງນາມນີ້ແມ່ນຂີດໝາຍທີ່ຟົດຟື້ນ ໃນເສັ້ນທາງ 47 ປີແຫ່ງວັນຮ່ວມມືກັບ ສປຊ.

Top