• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ ແຂວງສະຫວັນນະເຂດ

ໃນວັນທີ 08 ພຶດສະພາ 2019 ທີ່ ກະຊວງການຕ່າງປະເທດລາວ, ທ່ານນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ເຈີ່ນ ກົງ ຖິ້ງ ໃນໂອກາດ ທີ່ໄດ້ສໍາເລັດ ການປະຕິບັດ ໜ້າທີ່ ເປັນກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 3 ແຂວງພາກກາງ ຂອງ ລາວ ຄື ແຂວງ ບໍລິຄໍາໄຊ, ແຂວງ ຄໍາມ່ວນ ແລະ ແຂວງສະຫວັນນະເຂດ, ຊຶ່ງມີສໍານັກງານຕັ້ງຢູ່ ແຂວງ ສະຫວັນນະເຂດ.

ທ່ານນາງ ຄໍາເພົາ ເອີນທະວັນ ຮອງລັດຖະມົນຕີ ກະຊວງການຕ່າງປະເທດ ລາວ ແລະ ທ່ານ ເຈີ່ນກົງຖິ້ງ ໃນໂອກາດ ທີ່ໄດ້ສໍາເລັດ ການປະຕິບັດ ໜ້າທີ່ ເປັນກົງສຸນໃຫຍ່ ແຫ່ງ ສສ ຫວຽດນາມ ປະຈໍາ 3 ແຂວງພາກກາງ 

ໃນໂອກາດນີ້, ທ່ານຮອງລັດຖະມົນຕີ ຄໍາເພົາ ເອີນທະວັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ ທ່ານ ເຈີ່ນ ກົງ ຖິ້ງ ທີ່ໄດ້ສໍາເລັດ ການປະຕິບັດ ໜ້າທີ່ ດ້ວຍໝາກຜົນ ອັນຈົບງາມ ຕະຫລອດໄລຍະເວລາ 3 ປີກວ່າ ແລະ ໄດ້ຊົມເຊີຍ ຕໍ່ຜົນງານການປະກອບສ່ວນ ຢ່າງຕັ້ງໜ້າຂອງ ທ່ານເຈີ່ນກົງຖິ້ງ ທີ່ໄດ້ເປັນຂົວ ຕໍ່ໃຫ້ແກ່ການພົວພັນຮ່ວມມືໃນຫລາຍດ້ານ, ປະກອບສ່ວນສໍາຄັນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບຄວາມສາມັກຄີແບບພິເສດ, ການຮ່ວມມືຮອບດ້ານເພື່ອການພັດທະນາ ລະຫວ່າງ ສປປ ລາວ ແລະ ສສ ຫວຽດນາມ ເວົ້າລວມ, ເວົ້າສະເພາະ ລະຫວ່າງ ບັນດາແຂວງພາກກາງ ຂອງ ລາວ ກັບແຂວງຕ່າງໆ ຂອງ ຫວຽດນາມ, ໃນດ້ານຕ່າງໆ ເຊັ່ນ: ການກໍ່ສ້າງຊັບພະຍາກອນມະນຸດ, ການຈັດຕັ້ງປະຕິບັດ ບັນດາເນື້ອໃນບົດບັນທຶກຄວາມເຂົ້າໃຈ ຂອງຂະແໜງການຕ່າງໆ, ເຄື່ອນໄຫວ ແລະ ໂຄສະນາ ດຶງດູດການລົງທຶນ ຂອງຫວຽດນາມ ມາສູ່ 3 ແຂວງພາກກາງຂອງລາວ ແລະ ອື່ນໆ. ພ້ອມນັ້ນ, ທ່ານຮອງລັດຖະມົນຕີ ກໍໄດ້ສະແດງຄວາມເຊື້ອໝັ້ນວ່າ ທ່ານ ເຈີ່ນ ກົງ ຖິ້ງ ຈະສືບຕໍ່ໃຫ້ການຮ່ວມມືໃນການສົ່ງເສີມສາຍພົວພັນອັນດີ ລະຫວ່າງສອງປະເທດ ລາວ-ຫວຽດນາມ ໃຫ້ຈະເລີນງອກງາມຍິ່ງໆຂຶ້ນ. ພ້ອມກັນນີ້, ທ່ານຮອງລັດຖະມົນຕີ ກໍໄດ້ອວຍພອນໃຫ້ ທ່ານ ເຈີ່ນ ກົງ ຖິ້ງ ຈົ່ງມີສຸຂະພາບເຂັ້ມແຂງ, ມີຄວາມຜາສຸກ ແລະ ປະສົບຜົນສໍາເລັດໃນໜ້າທີ່ອັນໃໝ່ຍິ່ງໃຫຍ່ກວ່າເກົ່າ.

ໃນໂອກາດດຽວກັນ, ທ່ານກົງສຸນໃຫຍ່ ເຈີ່ນກົງຖິ້ງ ກໍໄດ້ສະແດງ ຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນໃນຄັ້ງນີ້, ແລະ ໄດ້ສະແດງຄວາມຂອບໃຈຕໍ່ ພັກ-ລັດຖະບານ ແຫ່ງ ສປປ ລາວ ທີ່ໄດ້ອໍານວຍຄວາມສະດວກ ແລະ ໃຫ້ການຮ່ວມມືທີ່ດີ ຕະຫລອດ ໄລຍະ ທີ່ປະຕິບັດໜ້າທີ່ ທີ່ຖືກມອບໝາຍ ຈົນສາມາດປະສົບຜົນສໍາເລັດຢ່າງຈົບງາມ.

(ແຫຼ່ງຄັດຈາກ VOV)

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ການ​ນຳ​ພັກ, ລັດ ອາ​ໄລ​ຫາ​ບັນ​ດາ​ນັກ​ຮົບ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ ແລະ ເຂົ້າ​ຄຳ​ນັບສຸ​ສານ ​ປະ​ທານ ໂຮ່​ຈີ​ມິນ

ດ້ວຍຄວາມເຄົາລົບນັບຖື ແລະ ຄວາມຮູ້ບຸນຄຸນຢ່າງລົ້ນເໜືອ, ຄະນະຜູ້ແທນໄດ້ກົ້ມຫົວອາໄລຫາບັນດານັກຮົບວິລະຊົນທີ່ໄດ້ເສຍສະຫຼະຊີວິດເພື່ອຊາດ, ລູກຜູ້ດີເດັ່ນຂອງຊາດທີ່ໄດ້ເສຍສະຫຼະຊີວິດເພື່ອບ້ານເກີດເມືອງນອນ, ເພື່ອປະເທດຊາດ.

Top