• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ອວຍພອນວັນຊາດ ລາວ

      ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສປປ.ລາວ ຄົບຮອບ 44 ປີ (02/12/1975 – 02/12/2019), ວັນທີ 28 ພະຈິກ, ທ່ານ ຫງວຽນມິງຫວູ ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ນຳໜ້າຄະນະຜູ້ແທນກະຊວງການຕ່າງປະເທດມາອວຍພອນສະຖານທູດ ລາວ ປະຈຳ ຮ່າໂນ້ຍ.

ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຫວູ ແລະ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ (ພາບ: Baoquocte.vn)
      ທ່ານຮອງລັດຖະມົນຕີກະຊວງການຕ່າງປະເທດ ຫງວຽນມິງຫວູ ເນັ້ນໜັກວ່າ ຫວຽດນາມ ຕີລາຄາສູງບັນດາຜົນງານອັນໃຫຍ່ຫລວງ ເຊິ່ງພັກ, ລັດ ແລະ ປະຊາຊົນ ລາວ ອ້າຍນ້ອງບັນລຸໄດ້ໃນ 44 ປີແຫ່ງການສ້າງສາ ແລະ ພັດທະນາປະເທດຊາດ. ປີ 2019, 2 ຝ່າຍໄດ້ຜັນຂະຫຍາຍບັນດາການພົວພັນຕ່າງປະເທດສຳຄັນ, ບັນລຸໄດ້ຜົນງານແທດຈິງຫລາຍຢ່າງ. ທ່ານ ຫງວຽນມິງຫວູ ກໍ່ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງສະຖານທູດ ລາວ ປະຈຳ ຫວຽດນາມ ແລະ ສະແດງຄວາມປາດຖະໜາວ່າ ທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ດ້ວຍປະສົບການໃນວຽກງານຂອງຕົນ ແລະ ພະນັກງານ, ພາລະກອນສະຖານທູດ ລາວ ປະຈຳ ຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນໃນການຊຸກຍູ້ການພົວພັນ 2 ຝ່າຍ.
        ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ໄດ້ຢືນຢັນວ່າ: ຈະມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ ເພື່ອປະກອບຢ່າງຕັ້ງໜ້າໃຫ້ແກ່ການພັດທະນາຂອງການພົວພັນແບບພິເສດລະຫວ່າງ ລາວ - ຫວຽດນາມ.
 (ແຫຼ່ງຄັດຈາກ VOV)
 

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ ICCPR

ໃນໄລຍະຜ່ານມາ ຫວຽດນາມ ຍາມໃດກໍ່ຢຶດໝັ້ນກັບນະໂຍບາຍການຕ່າງປະເທດເປັນເອກະລາດ, ເປັນເຈົ້າຕອນເອງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາ, ເປັນເຈົ້າການ, ຕັ້ງໜ້າເຊື່ອມໂຍງເຂົ້າກັບສາກົນຢ່າງຮອບດ້ານ, ເລິກເຊິ່ງ.

Top