• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງປະທານປະເທດດັ້ງທິງອກທິ້ງເຂົ້າຢ້ຽມຂ່ຳນັບພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ

      ໃນຂອບເຂດການຢ້ຽມຢາມຍີ່ປຸ່ນ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ໃນລະຫວ່າງວັນທີ 10 – 16 ພຶດສະພາ, ວັນທີ 11 ພຶດສະພາ, ຢູ່ໂຕກຽວ, ປະເທດຍີ່ປຸ່ນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ໄດ້ເຂົ້າຢ້ຽມຂ່ຳນັບພະເຈົ້າຈັກກະພັດ ແລະ ພະມະເຫສີ ຍີ່ປຸ່ນ Akihito, ພົບປະກັບອົງມົງກຸດລາຊະກຸ່ມມານຍີ່ປຸ່ນ Naruhito.
      ທີ່ການເຂົ້າຢ້ຽມຂ່ຳນັບພະເຈົ້າຈັກກະພັດ ແລະ ພະມະເຫສີຍີ່ປຸ່ນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ເນັ້ນນັກວ່າ, ການຢ້ຽມຢາມທາງລັດຖະກິດຄັ້ງທຳອິດເຖິງຫວຽດນາມຂອງພະເຈົ້າຈັກກະພັດ ແລະ ພະມະເຫສີຍີ່ປຸ່ນ ໃນຕົ້ນເດືອນ ກຸ່ມພາ ຜ່ານມາ ແມ່ນຂີດໝາຍສຳຄັນ, ມີລັກສະນະສັນຍາລັກໃນການພົວພັນຮ່ວມມືມິດຕະພາບລະຫວ່າງ 2 ປະເທດ, ຜົນສຳເລັດຂອງການຢ້ຽມຢາມໄດ້ສ້າງເງື່ອນໄຂເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນທຸກຂົງເຂດກວ່າອີກ.
        ພະເຈົ້າຈັກກະພັດຍີ່ປຸ່ນ Akihito ຢືນຢັນການຖືເປັນສຳຄັນ, ສະໜັບສະໜູນ ແລະ ຈະສືບຕໍ່ມານະພະຍາຍາມປະກອບສ່ວນເຂົ້າໃນການພັດທະນາຂອງການພົວພັນລະຫວ່າງ 2 ປະເທດ.

ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ 
ພົບປະກັບອົງມົງກຸດລາຊະກຸ່ມມານຍີ່ປຸ່ນ Naruhito
(ພາບ: TTXVN) 
      ທີ່ການພົບປະເຈລະຈາກັບອົງມົງກຸດລາຊະກຸ່ມມານຍີ່ປຸ່ນ Naruhito, ທ່ານນາງຮອງປະທານປະເທດ ປາດຖະໜາວ່າ ຈະສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ການສະໜັບສະໜູນຂອງລາດຊະວົງ ຍີ່ປຸນ ແລະ ອົງມົງກຸດລາຊະກຸ່ມມານ ດ້ວຍການເພີ່ມທະວີ ແລະ ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ - ຍີ່ປຸ່ນ ເລິກເຊິ່ງ, ກວ້າງຂວາງໃນໄລຍະຈະມາເຖິງ.
        ສ່ວນອົງມົງກຸດລາຊະກຸ່ມມານຍີ່ປຸ່ນ Naruhito ເຊື່ອໝັ້ນວ່າ, ເລື່ອງທ່ານນາງຮອງປະທານປະເທດດັ້ງທິງອກທິ້ງ ຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດແມ່ຍິງທົ່ວໂລກ ຄັ້ງນີ້ ມີຄວາມໝາຍສຳຄັນໃນການຢືນຢັນບົດບາດທີ່ນັບມື້ນັບສຳຄັນຂອງແມ່ຍິງໃນສັງຄົມຂອງທັງ 2 ປະເທດ.
(ແຫຼ່ງຄັດຈາກ VOV)

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຮັດ​ວຽກ​ກັບ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ເມ​ລິ​ກາ - ອາ​ຊຽນ

ຕອນບ່າຍວັນທີ 11 ກໍລະກົດ, ຢູ່ສຳນັກງານລັດຖະບານ (ທີ່ ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຕ້ອນຮັບ ແລະ ເຮັດວຽກກັບຄະນະວິສາຫະກິດຂອງສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) ເຊິ່ງພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

Top