• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເວືອງດິງເຫວ້ ເປັນປະທານກອງປະຊຸມຄະນະຊີ້ນຳການປ້ອງກັນ, ຕ້ານການຟອກເງິນ

ຕອນບ່າຍວັນທີ 19 ມິຖຸນາ, ຢູ່ສຳນັກງານລັດຖະບານຫວຽດນາມ, ຄະນະຊີ້ນຳການປ້ອງກັນ, ຕ້ານການຟອກເງິນ ໄດ້ຈັດວາລະປະຊຸມທຳອິດ, ບູລະນະສະມາຊິກໃນຄະນະ, ປຶກສາຫາລືກ່ຽວກັບລະບອບລະບຽບການເຮັດວຽກ ແລະ ຜັນຂະຫຍາຍໜ້າທີ່ຂອງຄະນະຊີ້ນຳ.


ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້ ຫົວໜ້າຄະນະຊີ້ນຳ ເປັນປະທານວາລະປະຊຸມ

(ພາບ: Lam Khanh/TTXVN)

ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິງເຫວ້, ຫົວໜ້າຄະນະຊີ້ນຳ ເປັນປະທານວາລະປະຊຸມ. ຄະນະຊີ້ນຳການປ້ອງກັນ, ຕ້ານການຟອກເງິນ ມີໜ້າທີ່ຊ່ວຍນາຍົກລັດຖະມົນຕີ ຊີ້ນຳ, ສ້າງຍຸດທະສາດ, ແຜນນະໂຍບາຍ, ນະໂຍບາຍ, ລາຍການ, ແຜນການ, ກົນໄກ ແລະ ມາດຕະການໃນວຽກງານປ້ອງກັນ, ຕ້ານການຟອກເງິນ; ຊີ້ນຳວຽກງານຜັນຂະຫຍາຍການປະຕິບັດພັນທະສະມາຊິກຂອງຫວຽດນາມໃນກຸ່ມອາຊີ - ປາຊີຟິກ ກ່ຽວກັບການຕ້ານການຟອກເງິນ ແລະ ແຜນການມຸ່ງໄປເຖິງການປະຕິບັດຂໍ້ສະເໜີແນະຂອງກຳລັງປະຕິບັດໜ້າທີ່ການເງິນພິເສດກ່ຽວກັບການຕ້ານການຟອກເງິນ… ຈຸດປະສົງຂອງການຕີລາຄາຄວາມສ່ຽງແຫ່ງຊາດ ແມ່ນເພື່ອແນໃສ່ກຳນົດ ແລະ ວັດແທກບັນດາຄວາມສ່ຽງຂອງການຟອກເງິນ ແລະໜູນຊ່ວຍການກໍ່ການຮ້າຍຂອງຫວຽດນາມ, ຈາກນັ້ນມີມາດຕະການແກ້ໄຂ ແລະ ຮັບມືຕໍ່ສຳລັບບັນດາຄວາມສ່ຽງເຫຼົ່ານັ້ນ. ນີ້ກໍແມ່ນຄວາມຮຽກຮ້ອງຕ້ອງການທຳອິດ ແລະສຳຄັນ ເຊິ່ງບັນດາມາດຖານສາກົນກ່ຽວກັບການປ້ອງກັນ, ຕ້ານການຟອກເງິນ, ໜູນຊ່ວຍການກໍ່ການຮ້າຍວາງອອກ ແລະ ຮຽກຮ້ອງໃຫ້ບັນດາປະເທດຕ້ອງປະຕິບັດ.

 

(ແຫຼ່ງຄັດຈາກ VOV)

 

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ສ​ປ​ຊ ຢັ້ງ​ຢືນ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ ຫວຽດ​ນາມ

ນີ້ແມ່ນການຢັ້ງຢືນບັນດາການປະກອບສ່ວນຂອງກຳລັງຮັກສາສັນຕິພາບຫວຽດນາມ ເວົ້າລວມ, ໂຮງໝໍກາງສະໜາມຂັ້ນ 2 ເລກ 6 ເວົ້າສະເພາະ, ໃນວິວັດການປະຕິບັດພາລະກິດຢູ່ ຄະນະປົກປັກຮັກສາສັນຕິພາບຂອງ ສປຊ ຢູ່ ຊູດັງໃຕ້ (UNMISS).

Top