• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເລມິງຄ໊າຍ: ວຽກງານບໍລິຫານລາຄາຕ້ອງກະຈ່າງແຈ້ງ, ໂປ່ງໃສ ຖືກຕ້ອງຕາມການກຳນົດຂອງກົດໝາຍ

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເນັ້ນໜັກປັດໄຈຕົ້ນຕໍທີ່ເຮັດໃຫ້ວຽກງານບໍລິຫານ ຊີ້ນຳໃນໄລຍະຜ່ານມາມີປະສິດທິຜົນ ແມ່ນກະຈ່າງແຈ້ງ, ໂປ່ງໃສ, ສົມທົບກັນຢ່າງກົມກຽວໃນນະໂຍບາຍປີການເງິນ ແລະ ນະໂຍບາຍເງິນຕາ ພ້ອມກັບການເຂົ້າຮ່ວມຕັ້ງໜ້າຂອງບັນດາກະຊວງ...

ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເນັ້ນໜັກປັດໄຈຕົ້ນຕໍທີ່ເຮັດໃຫ້ວຽກງານບໍລິຫານ ຊີ້ນຳໃນໄລຍະຜ່ານມາມີປະສິດທິຜົນ ແມ່ນກະຈ່າງແຈ້ງ, ໂປ່ງໃສ, ສົມທົບກັນຢ່າງກົມກຽວໃນນະໂຍບາຍປີການເງິນ ແລະ ນະໂຍບາຍເງິນຕາ ພ້ອມກັບການເຂົ້າຮ່ວມຕັ້ງໜ້າຂອງບັນດາກະຊວງ...

   

ວາລະປະຊຸມຂອງຄະນະຊີ້ນຳບໍລິຫານລາຄາ

ຕອນບ່າຍວັນທີ 24 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເປັນປະທານວາລະປະຊຸມຂອງຄະນະຊີ້ນຳບໍລິຫານລາຄາເພື່ອແນໃສ່ຕີລາຄາວຽກງານບໍລິຫານໃນ 8 ເດືອນຜ່ານມາ ແລະ ກຳນົດທິດວຽກງານບໍລິຫານດ້ານລາຄາໃນຊຸມເດືອນທ້າຍປີ 2022. ກ່າວຄຳເຫັນນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ເນັ້ນໜັກປັດໄຈຕົ້ນຕໍທີ່ເຮັດໃຫ້ວຽກງານບໍລິຫານ ຊີ້ນຳໃນໄລຍະຜ່ານມາມີປະສິດທິຜົນ ແມ່ນກະຈ່າງແຈ້ງ, ໂປ່ງໃສ, ສົມທົບກັນຢ່າງກົມກຽວໃນນະໂຍບາຍປີການເງິນ ແລະ ນະໂຍບາຍເງິນຕາ ພ້ອມກັບການເຂົ້າຮ່ວມຕັ້ງໜ້າຂອງບັນດາກະຊວງ, ຂະແໜງການທ້ອງຖິ່ນ, ປະກອບສ່ວນຮັກສາພື້ນຖານເສດຖະກິດມະຫາພາກໃຫ້ເປັນປົກກະຕິ ແລະ ຄວບຄຸມໄພເງິນເຟີ້. ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໊າຍ ສະເໜີ ຄວນສືບຕໍ່ຕິດຕາມສະພາບເສດຖະກິດເງິນເຟີ້ໃນໂລກ ເພື່ອມີມາດຕະການຕິດແທດກັບສະພາບການຢູ່ພາຍໃນປະເທດ:

          “ກ່ຽວກັບນະໂຍບາຍປີການເງິນ, ຂ້າພະເຈົ້າສະເໜີໃຫ້ກວດກາຄືນໃໝ່ຕ້ອງຄິດເຖິງເລື່ອງໝົດປີນີ້ຈະໝົດຜົນສັກສິດຈະກະທົບເຖິງປີ 2022 ຄືແນວໃດ, ຄົ້ນຄ້ວາຕົວເລກ ຍັງເຫຼືອຂອງນະໂຍບາຍພາສີອາກອນ ແລະ ລາຍຈ່າຍ ພິເສດ ທີ່ກ່ຽວຂ້ອງເຖິງລາຄານ້ຳມັນກະຊວນ, ກໍລະນີລາຄາເພີ່ມຂຶ້ນສູງຕ້ອງມີມາດຕະການແກ້ໄຂໃຫ້ທັນການ. ສຳລັບນະໂຍບາຍເງິນຕາ, ຂ້າພະເຈົ້າສະເໜີ ໃຫ້ທະນາຄານແຫ່ງລັດຕ້ອງຕິດຕາມຢ່າງໃກ້ຊິດ ເພື່ອມີມາດຕະການສຳລັບນະໂຍບາຍອັດຕາດອກເບ້ຍ, ນະໂຍບາຍອັດຕາການແລກປ່ຽນເງິນຕາຕ່າງປະເທດ, ນັບທັງສິນເຊື່ອເພື່ອໜູນຊ່ວຍໃຫ້ແກ່ການເຕີບໂຕແຕ່ຕ້ອງຄວບຄຸມໄພເງິນເຟີ້.”

(ແຫຼ່ງຄັດຈາກ VOV)

ປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ປະທານາທິບໍດີ ບຣາຊິນ Luiz Inácio Lula da Silva ເດີນທາງມາຮອດ ຮ່າໂນ້ຍ ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຫວຽດນາມ

ທ່ານປະທານາທິບໍດີ ບຣາຊິນ ແມ່ນປະມຸກລັດຕ່າງປະເທດ ທຳອິດມາຢ້ຽມຢາມທາງລັດຖະກິດ ຫວຽດນາມ ໃນປີ 2025. ນີ້ກໍ່ແມ່ນຄັ້ງທີສອງ ທ່ານປະທານາທິບໍດີ ບຣາຊິນ ຢ້ຽມຢາມ ຫວຽດນາມໃນຖານະປະມຸກລັດ ບຣາຊີນ ພາຍຫລັງຄັ້ງທຳອິດໃນປີ 2008.

Top