• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໃຫ້ການຕ້ອນຮັບຫົວໜ້າຄະນະຜູ້ຕາງໜ້າ UNDP ແລະ ຜູ້ອຳນວຍການ USAID ປະຈຳ ຫວຽດນາມ

ສ່ວນທ່ານນາງ Ramba Khalidi, ຫົວໜ້າຄະນະຜູ້ຕາງໜ້າ UNDP ໄດ້ຢືນຢັນເຖິງຄຳໝັ້ນສັນຍາໜູນຊ່ວຍຂອງ UNDP ທີ່ສະຫງວນໃຫ້ແກ່ ຫວຽດນາມ ໃນຂົງເຂດຫັນປ່ຽນພະລັງງານພ້ອມທັງມຸ່ງໄປສູ່ເປົ້າໝາຍຫລຸດຜ່ອນການປ່ອຍອາຍຜິດເຮືອນແກ້ວລົງເປັນສູນ.
  ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ແລະ ທ່ານນາງ Ramba Khalidi, ຫົວໜ້າຄະນະຜູ້ຕາງໜ້າ UNDP  

ຕອນບ່າຍວັນທີ 7 ກຸມພາ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານນາງ Ramba Khalidi, ຫົວໜ້າຄະນະຜູ້ຕາງໜ້າ UNDP ປະຈຳ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ຍົກໃຫ້ເຫັນບາງຂົງເຂດໄດ້ບຸລິມະສິດຂອງ ຫວຽດນາມ ລວມມີ: ສາທາລະນະສຸກ, ໂຄງການຟື້ນຟູລະບົບນິເວດທຳມະຊາດ, ເສດຖະກິດໝູນວຽນ, ສິ່ແວດລ້ອມ… ແລະ ຫວັງວ່າ UNDP ຈະໃຫ້ຄຳປຶກສາ, ແບ່ງປັນບົດຮຽນ, ປະສົບການ, ຮູບແບບທີ່ມີປະສິດທິຜົນທີ່ໄດ້ຜັນຂະຫຍາຍປະຕິບັດຢູ່ປະເທດອື່ນໆ. ທ່ານຮອງນາຍົກລັດຖະມົນຕີ ໄດ້ສະເໜີ UNDP ຕັ້ງໜ້າໜູນຊ່ວຍທາງດ້ານບໍລິຫານ, ເຕັກໂນໂລຊີ, ຮອງຮັບບັນດາໂຄງການຫັນປ່ຽນພະລັງງານຢ່າງກົມກຽວກັບຂະບວນວິວັດຫັນປ່ຽນຂອງພື້ນຖານເສດຖະກິດ  - ສັງຄົມ, ໃຫ້ຄຳປຶກສາໜູນຊ່ວຍ ຫວຽດນາມ ໃນຂົງເຂດອື່ນໆອີກ.

ສ່ວນທ່ານນາງ Ramba Khalidi, ຫົວໜ້າຄະນະຜູ້ຕາງໜ້າ UNDP ໄດ້ຢືນຢັນເຖິງຄຳໝັ້ນສັນຍາໜູນຊ່ວຍຂອງ UNDP ທີ່ສະຫງວນໃຫ້ແກ່ ຫວຽດນາມ ໃນຂົງເຂດຫັນປ່ຽນພະລັງງານພ້ອມທັງມຸ່ງໄປສູ່ເປົ້າໝາຍຫລຸດຜ່ອນການປ່ອຍອາຍຜິດເຮືອນແກ້ວລົງເປັນສູນ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດຢ່າງມີປະສິດທິຜົນ, ສືບຕໍ່ຜັນຂະຫຍາຍບັນດາໂຄງການໜູນຊ່ວຍສັງຄົມໃຫ້ແກ່ປະຊາຊົນ, ປ້ອງກັນ, ຕ້ານພະຍຸນ້ຳຖ້ວມຢູ່ບັນດາແຂວງແຄມທະເລພາກກາງ, ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້.

 ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານນາງ Aler Grubbs, ຜູ້ອຳນວຍການ USAID ປະຈຳ ຫວຽດນາມ ເຊັ່ນດຽວກັນ.

 

(ແຫຼ່ງຄັດຈາກ VOV)

ຖະແຫຼງຂ່າວ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX

ຖະແຫຼງຂ່າວ: ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX

ວັນ​ທີ 29 ມີນາ 2023, ຄະນະຊີ້ນຳວຽກງານຂ່າວສານ ການພົວພັນຕ່າງປະເທດ, ຄະນະໂຄສະນາອົບຮົມ​ສູນ​ກາງ, ສຳນັກ​ຂ່າວສານ ​ຫວຽດນາມ ​ແລະ ບັນດາ​ອົງການ​ທີ່​ກ່ຽວຂ້ອງ​ໄດ້​ຈັດ​ງານ​ຖະແຫຼງຂ່າວ​ ​ປຸກ​ລະ​ດົມ​ລາງວັນທົ່ວປະເທດ ກ່ຽວກັບວຽກງານຂ່າວສານ ການພົວພັນຕ່າງປະເທດ ຄັ້ງທີ IX.

Top