• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຕ້ອນຮັບເຈົ້າຄອງນະຄອນ ຊ່າງໄຮ່ ຈູກົ່ງ

ທ່ານເຈົ້າຄອງນະຄອນ ຈູກົ່ງ ໄດ້ແນະນຳໃຫ້ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮັບຊາບກ່ຽວກັບບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ຜົນສຳເລັດແຫ່ງການພັດທະນາສຳຄັນຂອງນະຄອນ ຊຽງໄຮ່ ໃນໄລຍະຜ່ານມາ, ພິເສດແມ່ນກ່ຽວກັບນະວັດຕະກຳ ແລະ ຫັນປ່ຽນຮູບແບບການເຕີບໂຕ.
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານເຈົ້າຄອງນະຄອນ ຊ່າງໄຮ່ ຈູກົ່ງ

ໃນຂອບເຂດການເຂົ້າຮ່ວມງານຕະຫຼາດນັດນຳເຂົ້າສາກົນ ຈີນ (CIIE) ຄັ້ງທີ 6 ຢູ່ ຊາງໄຮ່, ປະເທດ ຈີນ, ຕອນບ່າຍວັນທີ 4 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ໄດ້ໃຫ້ການຕ້ອນຮັບທ່ານເຈົ້າຄອງນະຄອນ ຊ່າງໄຮ່ ຈູກົ່ງ.

ທ່ານເຈົ້າຄອງນະຄອນ ຈູກົ່ງ ໄດ້ແນະນຳໃຫ້ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ຮັບຊາບກ່ຽວກັບບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ຜົນສຳເລັດແຫ່ງການພັດທະນາສຳຄັນຂອງນະຄອນ ຊຽງໄຮ່ ໃນໄລຍະຜ່ານມາ, ພິເສດແມ່ນກ່ຽວກັບນະວັດຕະກຳ ແລະ ຫັນປ່ຽນຮູບແບບການເຕີບໂຕ. ທ່ານເຈົ້າຄອງນະຄອນ ຈູກົ່ງ ໃຫ້ຮູ້ວ່າ GDP ຂອງນະຄອນໃນປີ 2022 ບັນລຸເກືອບ 660 ຕື້ໂດລາສະຫະລັດ, ຢືນອັນດັບທີ 5 ໃນຈຳນວນນະຄອນແຖວໜ້າຂອງໂລກກ່ຽວກັບຂອບຂະໜາດເສດຖະກິດ; ຄາດວ່າ, GDP ຂອງປີ 2023 ນີ້ຈະບັນລຸລື່ນກາຍລະດັບ 5,5%; ບັນດາກຳລັງໜູນຕົ້ນຕໍ່ໃຫ້ແກ່ການເຕີບໂຕແມ່ນການລົງທຶນ, ການສົ່ງອອກ ແລະ ການບໍລິໂພກລ້ວນແຕ່ເຕີບໂຕເປັນປົກກະຕິ.

ສ່ວນທ່ານນາຍົກລັດຖະມົນຕີ ຫວຽດນາມ ເຈິ່ນຮົ່ງຮ່າ ຢັ້ງຢືນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງ ຫວຽດນາມ ໃນການເພີ່ມທະວີການພົວພັນຖານບ້ານໃກ້ເຮືອນຄຽງມິດຕະພາບ, ການຮ່ວມມືຮອບດ້ານ ກັບຈີນ; ທ່ານເນັ້ນໜັກວ່າ ລັດຖະບານ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ພ້ອມແລ້ວສະໜັບສະໜູນ, ສ້າງເງື່ອນໄຂເພີ່ມທະວີການພົວພັນຮ່ວມມືມິດຕະພາບລະຫວ່າງບັນດາທ້ອງຖິ່ນຂອງສອງປະເທດ, ພິເສດແມ່ນບັນດາທ້ອງຖິ່ນທີ່ມີການພົວພັນມາແຕ່ດົນນານ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງໃນການຮ່ວມມືຄືນະຄອນ ຊ່າງໄຮ່

ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ນະຄອນ ຊ່າງໄຮ່ ສືບຕໍ່ເສີມຂະຫຍາຍບັນດາກົນໄກຮ່ວມມືທີ່ມີຢູ່ແລ້ວຢ່າງປະສິດທິຜົນ, ພິເສດແມ່ນການພົວພັນຮ່ວມມືມິດຕະພາບລະຫວ່າງ ຊ່າງໄຮ່ ກັບນະຄອນ ໂຮ່ຈີມິນ ແລະ ບາງທ້ອງຖິ່ນອື່ນຂອງ ຫວຽດນາມ, ຄື: ຮ່າໂນ້ຍ, ຫາຍຟ່ອງ,ນຳໃຊ້ບັນດາມາດຕະການສ້າງຄວາມສະດວກໃຫ້ການຄ້າ, ສ້າງເງື່ອນໄຂເພື່ອໃຫ້ສິນຄ້າ ຫວຽດນາມ ສົ່ງໄປຍັງ ຊ່າງໄຮ່; ເພີ່ມທະວີການແບ່ງປັນ, ແລກປ່ຽນບົດຮຽນໃນການພັດທະນາ ແລະ ການຄຸ້ມຄອງຕົວເມືອງ, ນະວັດຕະກຳ, ດຶງດູດການລົງທຶນ, ການເງິນ, ເງິນຕາ...

(ແຫຼ່ງຄັດຈາກ VOV)

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ກັບມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ປະ​ຕິ​ບັດ​ງານ​ຢູ່ ລາວ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ກັບມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ປະ​ຕິ​ບັດ​ງານ​ຢູ່ ລາວ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍ່ໄດ້ພົບປະສົນທະນາກັບທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ແຫ່ງສປປ.ລາວ ແລະ ເຂົ້າຮ່ວມກອງປະຊຸມສົ່ງເສີມການລົງທຶນ ຫວຽດນາມ - ລາວ.

Top