• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມີງ ຢ້ຽມຢາມນິວຊີແລນຢ່າງເປັນທາງການ

      ທ່ານ ຟ້າມ​ບີ່ງ​ມີງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ​ໄດ້​ເດີນ​ທ​າງຢ້ຽມ​ຢາມ​ນິວ​ຊີ​ແລນ ແຕ່​ວັນ​ທີ 1 – 3/12 ຕາມ​ຄຳ​ເຊື້ອ​ເຊີນ​ຂອງ​ທ່ານ Murray McCully, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ນິວ​ຊີ​ແລນ. ໃນ​ຂອບ​ເຂ​ດ​ການ​ຢ້ຽມ​ຢາມ, ຕອນ​ບ່າຍ​ວັນ​ທີ 1/12, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມີງ ມີ​ການ​ພົບ​ປະ​ກັບ​ທ່ານ David Carter, ປະ​ທານ​ສະ​ພາ​ຕ່ຳ ນິວ​ຊີ​ແລນ ແລະ ທ່ານ Bill English, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ເງິນ ນິວ​ຊີ​ແລນ.

ທ່ານ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຟ້າມ​ບີ່ງ​ມິງ ແລະ ທ່ານ David Carter, ປະ​ທານ​ສະ​ພາ​ຕ່ຳ
(ພາບ: Khánh Lin/TTXVN)
 
          ທ​ີ່​ການ​ພົບ​ປະ, ທ່ານ David Carter, ປະ​ທານ​ສະ​ພາ​ຕ່ຳ ໃຫ້​ຮູ້​ວ່າ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບັນ​ດາ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ເຊິ່ງ ນິວ​ຊີ​ແລນ ສ້າງ​ຕັ້ງ​ຂອບ​ເຂດ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ມາ​ແຕ່​ດົນ​ນານ​ແລ້ວ, ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ການ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ ແລະ ການ​ພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​ລະ​ຫວ່າງ 2 ປະ​ເທດ​ພວມ​ນັບ​ມື້​ນັບ​ໄດ້​ຮັບ​ການ​ເພີ່ມ​ທະ​ວີ. ທ່ານ​ປະ​ທານ​ສະ​ພາ​ຕ່ຳ David Carter ຫວັງ​ວ່າ 2 ຝ່າຍ​ຮ່ວມ​ມື​ຮັກ​ສາ​ປະ​ສິດ​ທິ​ຜົນ​ຂອງ​ສາຍ​ການ​ບິນ​ລະ​ຫວ່າງ Aukland ແລະ ນະ​ຄອນ ໂຮ່​ຈີ​ມິນ ເພື່ອ​ປະ​ກອບ​ສ່ວນ​ເຊື່ອມ​ຕໍ່ ແລະ ຍູ້​ແຮງ​ການ​ແລກ​ປ່ຽນ​ຄ້າ​ຂາຍ, ການ​ທ່ອງ​ທ່ຽວ ແລະ ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ລະ​ຫວ່າງ ຫວຽດ​ນາມ ແລະ ນິວ​ຊີ​ແລນ.
        ທ່ານຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ເງິນ Bill English ໄດ້​ຢັ້ງ​ຢືນ​ວ່າ ນິວ​ຊີ​ແລນ ເອົາ​ໃຈ​ໃສ່​ຮ່ວມ​ມື​ກັບ ຫວຽດ​ນາມ ໃນ​ຂົງ​ເຂດ​ເສດ​ຖະ​ກິດ, ການ​ເງິນ, ທະ​ນາ​ຄານ, ສ້າງ​ໂຄງ​ປະ​ກອບ​​ລັດວິ​ສາ​ຫະ​ກິ​ດ​ຄືນ​ໃໝ່, ຫວັງ​ວ່າ 2 ຝ່າຍ​ຊຸກ​ຍູ້, ຊອ​ກ​ຫາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃນ​ໄລ​ຍະ​ຈະ​ມ​າ​ເຖິງ. ນິ​ວ​ຊີ​ແລນ ຈະ​ສືບ​ຕໍ່​ໜູນ​ຊ່ວຍ ຫວຽດ​ນາມ ໃນ​ວິ​ວັດ​ການ​ພັດ​ທະ​ນາ, ໃນ​ນັ້ນ​ມີ​ການ​ສະ​ຫງ​ວນ​ການ​ໜູນ​ຊ່ວຍ​ພັດ​ທະ​ນາ (ODA) ໃຫ້​ແກ່ ຫວຽດ​ນາມ.
        ສ່ວນທ່ານ ຟ້າມ​ບີ່ງ​ມີງ, ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ສະ​ເໜີ​ໃຫ້ 2 ຝ່າຍ​ຍູ້​ແຮງ​ການ​ຮ່ວມ​ມື​ເສດ​ຖະ​ກິດ, ການ​ຄ້າ, ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ 2 ສົ້ນ​ບັນ​ລຸ​ຄາດ​ໝາຍ 1,7 ຕື້ USD ໃນ​ປີ 2020 ຄື​ການ​ນຳ 2 ປະ​ເທດ​ໄດ້​ວາງ​ອອກ.
        ສອງ​ຝ່າຍກໍ່​ພິ​ຈາ​ລະ​ນະ​ບັນ​ດາ​ການ​ຜັນ​ແປຫຼ້າ​ສຸດ​ກ່ຽວ​ຂ້ອງ​ເຖິງ​ສັນ​ຍາ​ຄູ່​ຮ່ວມ​ມື​ຂ້າມ ປາ​ຊີ​ຟິກ (TPP) ແລະ ເປັນ​ເອ​ກະ​ສັນ​ຖື​ວ່າ​ການ​ຄ້າ​ເສ​ລີ​ ແລະ ການ​ເຊື່ອມ​ໂຍງ​ແມ່ນ​ທ່າ​ອ່ຽງ​ບໍ່​ອາດ​ຕ່າວ​ປີ້ນ​ໄດ້. ສອງ​ຝ່າຍກໍ່​ຢັ້ງ​ຢືນ​ສືບ​ຕໍ່​ຮ່ວມ​ມື ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ພາກ​ພື້ນ ແລະ ສາ​ກົນ ​ທີ່​ທັງ 2 ຝ່າຍ​ແມ່ນ​ສະ​ມາ​ຊິກ, ໃນ​ນັ້ນ​ມີ​ເວ​ທີ​ປາ​ໄສ​ຮ່ວມ​ມື​ເສດ​ຖະ​ກິດ ອາ​ຊີ - ປາ​ຊີ​ຟີກ (APEC).
        ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ ຟ້າມບ​ີ່ງ​ມີງ, ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ໄດ້​ໄປ​ຢ້ຽມ​ຢາມ, ເຮັດ​ວຽກ​ຢູ່​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ນິວ​ຊີ​ແລນ.
(ແຫຼ່ງຄັດຈາກ VOV)

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິວັດລາວ ຄືນໃໝ່

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XII ຂອງພັກປະຊາຊົນ ປະຕິວັດລາວ ໄດ້ອັດລົງດ້ວຍຜົນສຳເລັດອັນຈົບງາມ, ສະຫາຍ ທອງລຸນ ສີສຸລິດ ໄດ້ຮັບຄວາມໄວ້ວາງໃຈໃຫ້ດຳລົງຕຳແໜ່ງເປັນ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ຕໍ່ອີກໜຶ່ງສະໄໝ (2026-2030).

Top