• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຫວຽດນາມຕ້ອນຮັບປະທານເຂດ Ile de France

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ປາດຖະໜາວ່າ, ທ່ານນາງ Valerie Pecresse ຈະມີສຽງເວົ້າປະກອບສ່ວນຍູ້ໄວການໃຫ້ສັດຕະຍາບັນສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ.


ທ່ານຮອງນາຍົກລັດຖະມົນຕີ,ລັດຖະມົນຕີການຕ່າງປະເທດຟ້າມບິ່ງມິງ

ຕ້ອນຮັບປະທານເຂດ Ile de France

(ພາບ: VGP)


ຕອນບ່າຍວັນທີ 16 ກໍລະກົດ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານນາງ Valerie Pecresse, ປະທານສະພາເຂດ Ile de France, ເນື່ອງໃນໂອກາດທ່ານນາງນຳໜ້າຄະນະຜູ້ແທນມາຢ້ຽມຢາມ ແລະ ເຂົ້າຮ່ວມລາຍການສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນຮ່ວມມືລະຫວ່າງນະຄອນຮ່າໂນ້ຍ ແລະ ເຂດ Ile de France. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ປາດຖະໜາວ່າ, ທ່ານນາງ Valerie Pecresse ຈະມີສຽງເວົ້າປະກອບສ່ວນຍູ້ໄວການໃຫ້ສັດຕະຍາບັນສັນຍາການຄ້າເສລີ ແລະ ສັນຍາອາລັກຂາການລົງທຶນລະຫວ່າງຫວຽດນາມ ແລະ ສະຫະພາບເອີລົບ ເຊິ່ງຫາກໍ່ລົງນາມເມື່ອທ້າຍເດືອນ ມິຖຸນາ 2019 ຢູ່ລັດຖະສະພາເອີລົບ ກໍຄືລັດຖະສະພາຝລັ່ງ, ເພື່ອແນໃສ່ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ທັງ 2 ຝ່າຍ. ສ່ວນທ່ານນາງ Valerie Pecresse ຢືນຢັນວ່າ, ການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ເຂດ Ile de France ແມ່ນແບບຢ່າງໃຫ້ແກ່ການຮ່ວມມືລະຫວ່າງບັນດາທ້ອງຖິ່ນຂອງ 2 ປະເທດ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດເຢຍລະມັນ ປະຈຳຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດໜ້າທີ່ປະຕິບັດງານທາງການທູດຢູ່ຫວຽດນາມ.

(ແຫຼ່ງຄັດຈາກ VOV)

ຫວຽດນາມ ຮຽກຮ້ອງເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ

ຫວຽດນາມ ຮຽກຮ້ອງເພີ່ມທະວີປະສິດທິຜົນການເຄື່ອນໄຫວຂອງສະພາສິດທິມະນຸດ

ວັນ​ທີ 7 ກັນ​ຍາ​, ກອງ​ປະ​ຊຸມ​ນັດ​ສາ​ມັນ​ຄັ້ງ​ທີ 63 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສປຊ ຢູ່ ​ເຊີ​ແນວ (ປະ​ເທດ ​ສະ​ວິດ​) ໄດ້​ຈັດ​ວາ​ລະ​ເປີດ ແລະ ປຶກ​ສາ​ຫາ​ລື​ລວມ​ກ່ຽວ​ກັບ​ບົດ​ລາຍ​ງານ​ອັບ​ເດດ ກ່ຽວ​ກັບ​ສິດ​ທິ​ມະ​ນຸດ​ໂລກ ​ປີ 2026 ຂອງ ​ທ່ານ Volker Türk, ຂ້າ​ຫຼວງ​ໃຫຍ່ ສປຊ​.

Top