• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອົດ​ສະ​ຕາ​ລີ ປະ​ກາດ​ຄຳ​ສັ່ງ​ລົງ​ໂທດ​ໃໝ່​ສຳ​ລັບ ອີ​ຣານ ແລະ ມຽນ​ມາ

ຕອນເຊົ້າວັນທີ 01 ກຸມພາ, ກະຊວງການຕ່າງປະເທດ ໄດ້ອອກແຈ້ງການກ່ຽວກັບການປະກາດໃຊ້ບັນດາຄຳສັ່ງລົງໂທດຮອບໃໝ່ສຳລັບສ່ວນບຸກຄົນ ແລະ ອົງການຈັດຕັ້ງຂອງ ອີຣານ ແລະ ມຽນມາ ຈຳນວນໜຶ່ງ.
  ທ່ານນາງລັດຖະມົນຕີການຕ່າງປະເທດ ອົດສະຕາລີ Marise Payne (ພາບ: ABC)  

ຕາມນັ້ນແລ້ວ, ອົດສະຕາລີ ຕົກລົງລົງໂທດ 16 ສ່ວນບຸກຄົນ ແລະ 1 ອົງການຈັດຕັ້ງຂອງ ອີຣານ ເມື່ອຖືວ່າ ບັນດາເປົ້າໝາຍດັ່ງກ່າວໄດ້ລະເມີດບັນຫາສິດທິມະນຸດ ເຊິ່ງລວມມີ ອົງການຮ່ວມມື Basiji, ບັນດານັກການເມືອງ, ຜູ້ປະຕິບັດກົດໝາຍ ແລະ ບາງເປົ້າໝາຍອື່ນທີ້ຂຶ້ນກັບກຳລັງທັກປະຕິວັດ ອິດສະລາມ ອີຣານ.

ກໍໃນແຈ້ງການສະບັບອອກໃນວັນດຽວກັນ, ອົດສະຕາລີ ໃຫ້ຮູ້ວ່າ ປະເທດນີ້ຫາກໍຈັດວາງຄຳສັ່ງລົງໂທດດ້ານການເງິນ ແລະ ຫ້າມການໄປມາຂອງບາງບຸກຄົນ ມຽນມາ ເຊິ່ງ ອົດສະຕາລີ ຖືວ່າ ໄດ້ລະເມີດສິດທິມະນຸດຢູ່ ມຽນມາ, ໃນນັ້ນ ມີສະມາຊິກ 16 ຄົນຂອງສະພາບໍລິຫານແຫ່ງລັດ ມຽນມາ. ນີ້ແມ່ນບັນດາບຸກຄົນທີ່ ອົດສະຕາລີ ຖືວ່າ ຕ້ອງມີຄວາມຮັບຜິດຊອບຕໍ່ການກໍ່ລັດຖະປະຫານຢູ່ປະເທດນີ້ ກ່ອນນີ້ 2 ປີ.

(ແຫຼ່ງຄັດຈາກ VOV)

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ໄຂກອງປະຊຸມສະໄໝສາມັນເທື່ອທີ 10 ສະພາແຫ່ງຊາດ ຫວຽດນາມ ຊຸດທີ 15

ຕອນເຊົ້າວັນທີ 20 ຕຸລາ, ຢູ່ຫໍປະຊຸມ ຢຽນຮົ່ງ, ຮ່າໂນ້ຍ, ສະພາແຫ່ງຊາດ ຫວຽດນາມ ໄດ້ໄຂກອງປະຊຸມສະໄໝສາມັນເທື່ອທີ 10, ເຊິ່ງແມ່ນກອງປະຊຸມຄັ້ງສຸດທ້າຍຂອງສະພາແຫ່ງຊາດ ຫວຽດນາມ ຊຸດທີ 15. ກອງປະຊຸມວຽກງານຫຼາຍທີ່ສຸດຂອງ ອາຍຸການ, ຄາດວ່າ ດຳເນີນເປັນເວລາປະມານ 40 ວັນ. ເຂົ້າຮ່ວມວາລະໄຂກອງປະຊຸມ, ມີທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ໂຕເລິມ, ທ່ານປະທານປະເທດ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝີ້ນ.

Top