ຕອນບ່າຍວັນທີ 25 ພຶດສະພາ, ຄະນະເຈົ້າໜ້າທີ່ຂັ້ນສູງ ອີຣານ ໄດ້ໄປກາຕາໂດຍບັງເອີນ ເພື່ອເຈລະຈາກັບ ອາເມລິກາ ກ່ຽວກັບຂໍ້ຕົກລົງສັນຕິພາບ ແລະ ການແກ້ໄຂບ້ວງເງິນທີ່ຖືກປິດລ້ອມຂອງປະເທດນີ້. ຕາມສື່ມວນຊົນແລ້ວ, ນຳໜ້າຄະນະຜູ້ແທນນີ້ແມ່ນທ່ານ Mohammad Bagher Ghalibaf ປະທານສະພາແຫ່ງຊາດ ອີຣານ ແລະ ທ່ານ Abbas Araghchi, ລັດຖະມົນຕີການຕ່າງປະເທດ ອີຣານ ເຊິ່ງແມ່ນບັນດາທ່ານທີ່ໄດ້ເຂົ້າຮ່ວມຮອບເຈລະຈາແບບເຊິ່ງໜ້າ ເມື່ອເດືອນເມສາ ຢູ່ ປາກິດສະຖານ.
ຮອບເຈລະຈາຂອງ ອີຣານ ແລະ ອາເມລິກາ ຢູ່ ກາຕາພວມດຶງດູດຄວາມສົນໃຈຂອງໂລກ ພາຍຫຼັງທ່ານ Marco Rubio ລັດຖະມົນຕີການຕ່າງປະເທດ ອາເມລິກາ ເຈາະຈິ້ມວ່າ ຂໍ້ຕົກລົງອາດສາມາດບັນລຸໄດ້. ເຖິງຢ່າງໃດກໍຕາມ, ຫຼັງຈາກນັ້ນ ບັນດາຖະແຫຼງການຂອງທັງ ເຕເຮຣານ ແລະ ວໍຊິງຕັນ ລວ້ນແຕ່ປະຕິເສດຄວາມປະເອີບໃຈຕໍ່ຂໍ້ຕົກລົງນີ້ຢ່າງໄວວາ. ກ່າວຄຳເຫັນທີ່ການປະຊຸມຂ່າວ, ທ່ານ Esmaeil Baqaei ໂຄສົກກະຊວງການຕ່າງປະເທດ ອີຣານ ເນັ້ນໜັກຫຼັກໝັ້ນວ່າ ອີຣານ ຈະສືບຕໍ່ຄຸມຄອງການຄົມມະນາຄົມທາງທະເລ ຜ່ານຊ່ອງແຄບທະເລ Hormuz ດ້ວຍວິທີເກັບຄ່າການບໍລິການ. ໃນຂະນະນັ້ນ, ທ່ານ Donald Trump ປະທານາທິບໍດີ ອາເມລິກາ ໄດ້ລົງບົດຂຽນທາງສື່ສັງຄົມອອນໄລ ຮຽກຮ້ອງບັນດານັກເຈລະຈາປະເທດນີ້ ບໍ່ຄວນຟ້າວຟັ່ງເພື່ອບັນລຸ ຂໍ້ຕົກລົງກັບ ອີຣານ, ຮຽກຮ້ອງໃຫ້ບັນດາປະເທດອິດສະລາມໃນທົ່ວພາກພື້ນຕາເວັນອອກກາງ ແລະ ບັນດາພາກພື້ນອື່ນໆ ຫັນການພົວພັນກັບ ອິດສະລາແອັນເປັນປົກກະຕິ, ຄືດັ່ງສ່ວນໜຶ່ງຂອງຂໍ້ຕົກລົງສັນຕິພາບຢູ່ ພາກພື້ນ.







