• Vietnamese
    ຂ່າວພາບ ຫວຽດນາມ ພາກ ຫວຽດນາມ
  • English
    ຂ່າວພາບ ຫວຽດນາມ ພາກ ພາສາ ອັງກິດ
  • Français
    ຂ່າວພາບ ຫວຽດນາມ ພາກ ພາສາ ຝຣັ່ງ
  • Español
    ຂ່າວພາບ ຫວຽດນາມ ພາກ ພາສາ ແອັດສະປາຍ
  • 中文
    ຂ່າວພາບ ຫວຽດນາມ ພາກ ພາສາ ຈີນ
  • Русский
    ຂ່າວພາບ ຫວຽດນາມ ພາກ ພາສາ ລັດເຊຍ
  • 日本語
    ຂ່າວພາບ ຫວຽດນາມ ພາກ ພາສາ ຍີ່ປຸ່ນ
  • ភាសាខ្មែរ
    ຂ່າວພາບ ຫວຽດນາມ ພາກ ພາສາ ຂະແມ
  • 한국어
    ຂ່າວພາບ ຫວຽດນາມ ພາສາ ເກົາຫຼີ

ຂ່າວສານ

ອີ​ຣານ ພ້ອມ​ແລ້ວທີ່​ຈະ​ຊ່ວຍຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ອີ​ຢູ ແລະ ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ

ອີຣານ ພ້ອມແລ້ວທີ່ຈະຊ່ວຍສ້າງຕັ້ງການພົວພັນຢ່າງສະໜິດສະໜົມລະຫວ່າງບັນດາປະເທດໃນພາກພື້ນກັບ ສະຫະພາບເອີຣົບ (ອີຢູ).
ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian ກ່າວຄຳເຫັນທີ່ການຖະແຫຼງຂ່າວຢູ່ ເຕເຮຣານ, ອີຣານ (ພາບ: AFP/TTXVN)

ວັນທີ 10 ກັນຍາ, ທ່ານລັດຖະມົນຕີການຕ່າງປະເທດ ອີຣານ Hossein Amir-Abdollahian  ຢັ້ງຢືນວ່າ ອີຣານ ພ້ອມແລ້ວທີ່ຈະຊ່ວຍສ້າງຕັ້ງການພົວພັນຢ່າງສະໜິດສະໜົມລະຫວ່າງບັນດາປະເທດໃນພາກພື້ນກັບ ສະຫະພາບເອີຣົບ (ອີຢູ). ຕາມຖະແຫຼງການຂອງກະຊວງການຕ່າງປະເທດ ອີຣານ ແລ້ວ, ທ່ານ Hossein Amir-Abdollahian ໄດ້ຍົກອອກຄຳປາໄສດັ່ງກ່າວ ໃນການພົບປະກັບຜູ້ຕາງໜ້າພິເສດຂອງ ອີຢູ ຢູ່ເຂດອ່າວ ເປີເຊຍ, ທ່ານ  Luigi Di Maio, ທີ່ນະຄອນຫຼວງ ເຕເຮຣານ ຂອງ ອີຣານ.

ທ່ານລັດຖະມົນຕີການຕ່າງປະເທດ Hossein Amir-Abdollahian ໃຫ້ຮູ້ວ່າ ອີຣານ ຊົມເຊີຍບໍ່ວ່າຂໍ້ລິເລີ່ມໃດຂອງ ອີຢູ ທີ່ແນໃສ່ເພີ່ມທະວີການຮ່ວມມືລະຫວ່າງ ສະຫະພາບ ເອີຣົບ ກັບບັນດາປະເທດໃນພາກພື້ນ.

ສ່ວນຜູ້ຕາງໜ້າພິເສດຂອງ ອີຢູ ໄດ້ເນັ້ນວ່າ ເວທີປາໄສສົນທະນາ ແລະ ຮ່ວມມືລະຫວ່າງບັນດາປະເທດໃນພາກພື້ນແມ່ນມີຄວາມສຳຄັນ. ທ່ານ Luigi Di Maio  ຖືວ່າ ການຫັນການພົວພັນລະຫວ່າງ ອີຣານ ແລະ ອາຣັບບີ ຊະອຸດິ ເປັນປົກກະຕິ ແມ່ນເພື່ອຜົນປະໂຫຍດຂອງພາກພື້ນ.

ໃນການພົບປະ, ສອງຝ່າຍໄດ້ປຶກສາຫາລືກ່ຽວກັບບັນດາບັນຫາທີ່ກ່ຽວຂ້ອງເຖິງການພັດທະນານິວເຄຼຍຂອງ ອີຣານ ແລະ ການຍົກເລີກບັນດາຄຳສັ່ງລົງໂທດສຳລັບປະເທດນີ້.

(ແຫຼ່ງຄັດຈາກ VOV)

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ພັດ​ທະ​ນາ​ອຸດ​ສາ​ຫະ​ກຳ​ປ້ອງ​ກັນ​ຊາດ​ຕາມ​ທິດ​ເປັນ​ເຈົ້າ​ການ, ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ ແລະ ທັນ​ສະ​ໄໝ

ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າເພື່ອປະຕິບັດບັນດາເປົ້າໝາຍສ້າງກອງທັບປະຊາຊົນ ຫວຽດນາມປະຕິວັດ, ເປັນກຳລັງຫຼວງ, ຍອດຢ້ຽມ, ທັນສະໄໝ, ພັກ, ລັດມີຄວາມເອົາໃຈໃສ່ເປັນພິເສດເຖິງການກໍ່ສ້າງ, ພັດທະນາຂະແໜງອຸດສາຫະກຳປ້ອງກັນຊາດ.

Top