ວັນທີ 1 ພຶດສະພາ, ສື່ມວນຊົນແຫ່ງລັດ ອີຣານ ໃຫ້ຂ່າວວ່າ, ວົງການເຈົ້າໜ້າທີ່ປະເທດນີ້ ຫາກໍ່ສົ່ງຂໍ້ສະເໜີເຈລະຈາໃໝ່ກັບ ອາເມລິກາ ໃຫ້ແກ່ ປາກີສະຖານ. ການກະທຳນີ້ໄດ້ດຳເນີນໄປພາຍຫຼັງເວລາເກືອບ 1 ອາທິດທີ່ ວໍຊິງຕັນ ປະກາດວ່າບໍ່ພໍໃຈຕໍ່ຂໍ້ສະເໜີຂອບເຈລະຈາໃນເບື້ອງຕົ້ນ ລວມມີ 3 ໄລຍະຂອງ ເຈເຮຣານ. ກະຊວງການຕ່າງປະເທດປະເທດນີ້ ຢືນຢັນວ່າ ເຕເຮຣານ ຍັງບຸລິມະສິດໃຫ້ແກ່ການສີ້ນສຸດການປະທະກັນຢ່າງຊີ້ນເຊິງ ແລະ ຮັບປະກັນສັນຕິພາບຍືນຍົງ.
ໃນວັນດຽວກັນ, ກະຊວງການຕ່າງປະເທດ ອີຣານ ໃຫຫ້ຮູ້ວ່າ, ທ່ານ Abbas Araghchi ລັດຖະມົນຕີການຕ່າງປະເທດ ອີຣານ ໄດ້ດຳເນີນການໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີການຕ່າງປະເທດ 5 ປະເທດ ຕວກກີ, Saudi Arabia, Qatar, Iraq ແລະ Azerbaijan. ບັນດາການແລກປ່ຽນສຸມໃສ່ບັນດາຂໍ້ລິເລີ່ມຫຼ້າສຸດ ເພື່ອແນໃສ່ຢຸດຕິສົງຄາມໂດຍ ອາເມລິກາ ແລະ ອິດສະຣາແອັນ ປຸກລະດົມຕ້ານ ອີຣານ ນັບແຕ່ທ້າຍເດືອນກຸມພາ. ແຕ່ເຖິງແນວນັ້ນກໍ່ຕາມ, ໝາກຜົນລະອຽດຂອງການປຶກສາຫາລືຄັ້ງຕ່າງໆດັ່ງກ່າວ ຍັງບໍ່ທັນໄດ້ປະກາດເທື່ອ.







