ຂ່າວສານ ອີຣານ ກ່າວເຕືອນ “ເສັ້ນແດງ” ໃນການເຈລະຈານິວເຄຼຍ 03/06/2025 ທ່ານ Eslami ໄດ້ມີຄຳເຫັນນີ້ໃນການຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບແຫ່ງລັດ IRIB ເພື່ອແນໃສ່ສະແດງປະຕິກິລິຍາຕໍ່ຄຳຮຽກຮ້ອງຂອງອາເມລິກາ ເຊິ່ງຮຽກຮ້ອງ ອີຣານຢຸດຕິການເສີມທາດ ຢູຣານຽນ ທ່ານ Mohammad Eslami ປະທານອົງການພະລັງງານປະລາມານູ ອີຣານ (ພາບ: IRNA/TTXVN)ວັນທີ 1 ມິຖຸນາ, ທ່ານ Mohammad Eslami ປະທານອົງການພະລັງງານປະລາມານູ ອີຣານ (AEOI) ໄດ້ຢັ້ງຢືນວ່າ ໂຄງການເສີມທາດ ຢູຣານຽນແມ່ນພື້ນຖານຂອງຂົງເຂດອຸດສາຫະກຳ ນິວເຄຼຍ ແລະ ແມ່ນ ເສັ້ນແດງ ສຳລັບ ເຕເຮຣານ. ທ່ານ Eslami ໄດ້ມີຄຳເຫັນນີ້ໃນການຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບແຫ່ງລັດ IRIB ເພື່ອແນໃສ່ສະແດງປະຕິກິລິຍາຕໍ່ຄຳຮຽກຮ້ອງຂອງອາເມລິກາ ເຊິ່ງຮຽກຮ້ອງ ອີຣານຢຸດຕິການເສີມທາດ ຢູຣານຽນ ແລະ ລາຍງານຢ່າງຮອບດ້ານ ໂດຍອົງການພະລັງງານປະລາມານູ ສາກົນ (IAEA) ຮຽບຮຽງ ກ່ຽວກັບບັນດາການເຄື່ອນໄຫວດ້ານນິວເຄຼຍຂອງ ເຕເຮຣານ ໂດຍສື່ມວນຊົນປະກາດໃນວັນທີ 31 ພຶດສະພາ. ທ່ານ Eslami ເນັ້ນໜັກວ່າ ອີຣານ ມີສິດເສີມທາດ ຢູຣານຽນ. ນີ້ແມ່ນໜຶ່ງໃນບັນດາສິດທິຂອງອີຣານ ແລະ ແມ່ນຄວາມຕ້ອງການໂດຍພື້ນຖານເພື່ອພັດທະນາເຕັກໂນໂລຢີ ນິວເຄຼຍ. ຜູ້ນຳໜ້າ AEOI ກ່າວຫາ ບົດລາຍງານຫວ່າງມໍ່ໆມານີ້ ຂອງ IAEA ກ່ຽວກັບບັນດາການເຄື່ອນໄຫວດ້ານນິວເຄຼຍຂອງ ອີຣານ ໄດ້ຮຽບຮຽງພາຍໃຕ້ຜົນກະທົບຂອງ ຝລັ່ງ, ເຢຍລະມັນ, ອັງກິດ, ອາເມລິກາ ແລະ ອິດສະລາແອັນ. (ແຫຼ່ງຄັດຈາກ VOV)

ທ່ານ Eslami ໄດ້ມີຄຳເຫັນນີ້ໃນການຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບແຫ່ງລັດ IRIB ເພື່ອແນໃສ່ສະແດງປະຕິກິລິຍາຕໍ່ຄຳຮຽກຮ້ອງຂອງອາເມລິກາ ເຊິ່ງຮຽກຮ້ອງ ອີຣານຢຸດຕິການເສີມທາດ ຢູຣານຽນ ທ່ານ Mohammad Eslami ປະທານອົງການພະລັງງານປະລາມານູ ອີຣານ (ພາບ: IRNA/TTXVN)ວັນທີ 1 ມິຖຸນາ, ທ່ານ Mohammad Eslami ປະທານອົງການພະລັງງານປະລາມານູ ອີຣານ (AEOI) ໄດ້ຢັ້ງຢືນວ່າ ໂຄງການເສີມທາດ ຢູຣານຽນແມ່ນພື້ນຖານຂອງຂົງເຂດອຸດສາຫະກຳ ນິວເຄຼຍ ແລະ ແມ່ນ ເສັ້ນແດງ ສຳລັບ ເຕເຮຣານ. ທ່ານ Eslami ໄດ້ມີຄຳເຫັນນີ້ໃນການຕອບສຳພາດຕໍ່ນັກຂ່າວຊ່ອງໂທລະພາບແຫ່ງລັດ IRIB ເພື່ອແນໃສ່ສະແດງປະຕິກິລິຍາຕໍ່ຄຳຮຽກຮ້ອງຂອງອາເມລິກາ ເຊິ່ງຮຽກຮ້ອງ ອີຣານຢຸດຕິການເສີມທາດ ຢູຣານຽນ ແລະ ລາຍງານຢ່າງຮອບດ້ານ ໂດຍອົງການພະລັງງານປະລາມານູ ສາກົນ (IAEA) ຮຽບຮຽງ ກ່ຽວກັບບັນດາການເຄື່ອນໄຫວດ້ານນິວເຄຼຍຂອງ ເຕເຮຣານ ໂດຍສື່ມວນຊົນປະກາດໃນວັນທີ 31 ພຶດສະພາ. ທ່ານ Eslami ເນັ້ນໜັກວ່າ ອີຣານ ມີສິດເສີມທາດ ຢູຣານຽນ. ນີ້ແມ່ນໜຶ່ງໃນບັນດາສິດທິຂອງອີຣານ ແລະ ແມ່ນຄວາມຕ້ອງການໂດຍພື້ນຖານເພື່ອພັດທະນາເຕັກໂນໂລຢີ ນິວເຄຼຍ. ຜູ້ນຳໜ້າ AEOI ກ່າວຫາ ບົດລາຍງານຫວ່າງມໍ່ໆມານີ້ ຂອງ IAEA ກ່ຽວກັບບັນດາການເຄື່ອນໄຫວດ້ານນິວເຄຼຍຂອງ ອີຣານ ໄດ້ຮຽບຮຽງພາຍໃຕ້ຜົນກະທົບຂອງ ຝລັ່ງ, ເຢຍລະມັນ, ອັງກິດ, ອາເມລິກາ ແລະ ອິດສະລາແອັນ.
ບັນດາບົດຕໍ່ໄປ ຮັບປະກັນລັກສະນະຕາງໜ້າ, ປະຊາທິປະໄຕໃນການເລືອກຕັ້ງ04/03/2026ຂ່າວສານວັນທີ 15 ມີນາຈະມາເຖິງ, ຜູ້ມີສິດເລືອກຕັ້ງ ຫວຽດນາມຈະໄປປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XVI ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2026 – 2031. ໃນສະພາບການປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່, ວຽກງານບຸກຄະລາກອນຂອງການເລືອກຕັ້ງໄດ້ຮັບຖືວ່າແມ່ນໃຈກາງ, ເປັນ “ຫຼັກແຫຼ່ງຂອງຫຼັກແຫຼ່ງ”. ຄຸນນະພາບສະມາຊິກທີ່ໄດ້ຮັບການເລືອກຕັ້ງຈະຕັດສິນປະສິດທິຜົນໃນການເຄື່ອນໄຫວຂອງສະພາແຫ່ງຊາດ, ພ້ອມທັງສົ່ງຜົນກະທົບໂດຍກົງຕໍ່ຄຸນນະພາບຂອງຖັນແຖວການນຳກົງຈັກລັດ ໃນອາຍຸການໃໝ່. ທ່ານນາຍົກລັດຖະມົນຕີ “ຕ້ານການຂຸດຄົ້ນ IUU - ບໍ່ປະໃຫ້ສ່ວນບຸກຄົນສົ່ງຜົນສະທ້ອນເຖິງຄວາມມານະພະຍາຍາມລວມຂອງທົ່ວປະເທດ”04/03/2026ຂ່າວສານທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ຢືດໝັ້ນເປົ້າໝາຍບັນລຸລະດັບເຕີບໂຕກວ່າ 10%04/03/2026ຂ່າວສານດັກລັກມານະພະຍາຍາມປະຕິບັດໜ້າທີ່ຕ້ານການຂຸດຄົ້ນ IUU04/03/2026ຂ່າວສານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງໃຫ້ຍົກເລີກບັດເຫຼືອງ EC ແລະ ພັດທະນາຂະແໜງສິນໃນນ້ຳ ຫວຽດນາມ ແບບຍືນຍົງ04/03/2026ຂ່າວສານການປະທະກັນຢູ່ ຕາເວັນອອກກາງ: ປະຊາຄົມໂລກຮຽກຮ້ອງບັນດາຝ່າຍ “ລະງັບໃຈຢ່າງສຸດຂີດ”04/03/2026ຂ່າວສານການປະທະກັນຢູ່ຕາເວັນອອກກາງ: ຫວຽດນາມ ຮຽກຮ້ອງໃຫ້ບັນດາຝ່າຍທີ່ກ່ຽວຂ້ອງເຊື່ອມຕໍ່ການເຈລະຈາສັນຕິພາບ04/03/2026ຂ່າວສານ ອ່ານເພີ່ມ